ກອງປະຊຸມທຸລະກິດລາວ ຄັ້ງທີ 11, ເວທີປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ
By sonsathit rasavong On 6 Jul, 2018 At 03:05 PM | Categorized As ຂ່າວສຳຄັນ | With 0 Comments

       ກອງປະຊຸມທຸລະກິດລາວຄັ້ງທີ 11 ໄດ້ຈັດຂຶ້ນ ຢ່າງ ເປັນທາງການ ໃນຕອນເຊົ້າຂອງວັນທີ 5 ກໍລະກົດ ປີ2018 ທີ່ໂຮງແຮມດອນຈັນ, ນະຄອນຫຼວງວຽງຈັນ ຊຶ່ງເປັນການຮ່ວມມືກັນລະຫວ່າງ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ), ມີແຂກເຂົ້າຮ່ວມຫຼາຍກ່ວາ 450 ຄົນຈາກພາກ ທຸລະກິດ, ພາກລັດຖະບານ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ໂດຍໃຫ້ກຽດເປັນປະທານ ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ.

IMG_9588

             ຈຸດປະສົງຂອງກອງປະຊຸມເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆ ທີ່ພາກທຸລະກິດປະສົບ ແລະ ແຜນການຂອງ ລັດຖະບານ ໃນການ ປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ.

ກອງປະຊຸມທຸລະກິດລາວ ຄັ້ງທີ 11 ນີ້, ທ່ານນາງ ເຂັມມະນີ ພົນເສນາ ໄດ້ກ່າວຕໍ່ທີ່ປະຊຸມວ່າ: “ການປັບປຸງກົດໝາຍ ແລະ ກົດລະບຽບຕ່າງໆ ແມ່ນເປັນພຽງສ່ວນໜຶ່ງທີ່ຈໍາເປັນຕໍ່ການຂະຫຍາຍຕົວຂອງພາກທຸລະກິດເທົ່ານັ້ນ. ສິ່ງທີ່ສໍາຄັນ ແມ່ນຕ້ອງຮັບປະ ກັນວ່າ ກົດໝາຍ ແລະ ລະບຽບການຕ່າງໆນັ້ນ ແມ່ນຈະໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ໃນທຸກລະດັບການຄຸ້ມຄອງບໍລິຫານຂອງພາກລັດ. ກົນໄກການ ປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວນີ້ ຈະເປັນເຄື່ອງມື ທີ່ສໍາຄັນໃນການ ກວດກາຕິດຕາມ ການຈັດຕັ້ງປະຕິບັດ ກົດໝາຍ ແລະ ລະບຽບການຕ່າງໆ.”

IMG_9377

           ພ້ອມກັນນີ້, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ກໍ່ໄດ້ມີຄໍາເຫັນຕໍ່ທີ່ປະຊຸມກ່ຽວກັບບົດບາດຄວາມສໍາຄັນຂອງ ກອງປະຊຸມທຸລະກິດລາວ ໃນການປັບປຸງສະພາບ ແວດລ້ອມທຸລະກິດວ່າ: “ຕັ້ງແຕ່ຜົນສໍາເລັດກອງປະຊຸມ ທຸລະກິດລາວ ຄັ້ງທີ 10, ພາກທຸລະກິດແມ່ນສາມາດເຫັນໄດ້ ຂະບວນການປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ແມ່ນໄດ້ຮັບການປັບປຸງຂຶ້ນໃນທຸກລະດັບ. ເປັນຕົ້ນທາງພາກລັດໄດ້ເອົາໃຈໃສ່ໃນການ ແກ້ໄຂບັນຫາຂອງພາກທຸລະກິດຢ່າງເປັນຮູບປະທໍາ.”

          ກອງປະຊຸມ ທຸລະກິດລາວຄັ້ງທີ 11 ແມ່ນຕໍ່ຍອດມາຈາກ ກອງປະຊຸມຄັ້ງທີ 10 ໃນວັນທີ 28 ມີນາ 2017, ແມ່ນມີ 4 ບັນຫາບູລິມະສິດ ທີ່ໄດ້ຮັບການແກ້ໄຂເກືອບສົມບູນແລ້ວ ແລະ ມີຄວາມຄືບໜ້າທີ່ດີ ໃນການແກ້ໄຂ ມີ 7 ບັນຫາ. ໃນກອງປະ ຊຸມໃນຄັ້ງນີ້ ແມ່ນມີ 3 ກຸ່ມບັນຫາໃຫຍ່ທີ່ໄດ້ຍົກມາປຶກສາຫາລືກັນເຊັ່ນ: ກຸ່ມ 1 ​ບັນຫາອາກອນ ສໍາລັບທຸລະກິດມີ 2 ບັນຫາຄື: ບັນຫາການສົ່ງຄືນເງິນອາກອນມູນຄ່າເພີ່ມ ແລະ ບັນຫາອາກອນຊົມໃຊ້ ອິນເຕີເນັດ; ກຸ່ມທີ 2 ​ບັນຫາການອຳນວຍຄວາມ ສະດວກດ້ານການຄ້າ ແລະ ການຂົນສົ່ງໃນ ສປປ ລາວ ມີ 4 ບັນຫາຄື: ບັນຫາການນໍາເຂົ້າ ສິນຄ້າ ແລະ ວັດຖຸດິບ ທີ່ໄດ້ ຮັບການຍົກເວັ້ນພາສີ ແລະ ອາກອນມູນຄ່າເພີ່ມ ພາຍໃຕ້ກົດໝາຍສົ່ງເສີມ ການລົງທຶນຕ້ອງຜ່ານຫຼາຍຂອດຂັ້ນ ແລະ ໃຊ້ເວລາຫຼາຍ, ການນໍາເຂົ້າ ສິນຄ້າຜ່ານດ່ານປະເພນີ ທີ່ມີລັກສະນະການຄ້າ, ລາຄາຂົນສົ່ງ ສິນຄ້າພາຍໃນ ແລະ ຕ່າງປະເທດແພງ, ແລະ  ຂັ້ນຕອນການຂໍອະນຸຍາດຂົນສົ່ງ ສໍາລັບການຂົນສົ່ງສິນຄ້າຜ່ານແດນ; ແລະ ກຸມທີ 3 ບັນຫາອຸປະສັກຕໍ່ ການພັດທະນາຂະແໜງການທ່ອງທ່ຽວ.

IMG_9470-2

ໜ່ວຍງານພາກລັດທີ່ກ່ຽວຂ້ອງ ແລະ ຕາງໜ້າພາກທຸລະກິດ ແມ່ນໄດ້ ຕົກລົງຮັບຮອງເອົາຫຼາຍມາດຕະການ ເພື່ອຫາແນວທາງໃນການແກ້ໄຂບັນຫາທີ່ຖືກຕ້ອງ ສະເໜີໃນກອງປະຊຸມຄັ້ງນີ້. ພາຍຫຼັງສໍາເລັດກອງປະຊຸມຄັ້ງນີ້ ຄາດວ່າທາງລັດຖະ ບານຈະອອກໜັງສືແຈ້ງການ ເປັນຄໍາແນະນໍາລາຍລະອຽດ ເພື່ອຕິດຕາມການແກ້ໄຂບັນຫາທີ່ໄດ້ຍົກຂຶ້ນພາຍໃຕ້ ຂະບວນການ ປຶກສາຫາລື ຂອງກອງປະຊຸມທຸລະກິດລາວ.​

          ນອກຈາກນີ້, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຕໍ່ ກອງປະຊຸມກ່ຽວກັບ ຜົນສໍາເລັດທີ່ສໍາຄັນ ຂອງ ລັດຖະບານ ໃນການຮັກສາສະຖຽນລະພາບທາງດ້ານ ເສດຖະກິດມະຫາພາກ, ການຫຼຸດຜ່ອນຄວາມທຸກຍາກ, ການລວມກຸ່ມທາງ ດ້ານເສດຖະກິດ, ແລະ ການປັບປຸງສະພາບແວດລ້ອມທຸລະກິດ. ພ້ອມນີ້ ພະນະທ່ານ ນາຍົກ ຍັງໄດ້ເນັ້ນໜັກ ເຖິງ ຄວາມຈໍາເປັນ ໃນການສົ່ງເສີມ ພັດທະນາພາກທຸລະກິດໃຫ້ມີຄວາມເຂັ້ມແຂງ ໂດຍຜ່ານຂະບວນການ ປັບປຸງກອບກົດໝາຍ ແລະ ລະບຽບການຕ່າງໆ ທີ່ຕິດພັນກັບການດໍາເນີນທຸລະກິດໃນ ສປປ ລາວ ໂດຍໄດ້ກ່າວວ່າ “ລັດຖະບານ ແມ່ນໄດ້ເຫັນເຖິງ ບົດບາດຄວາມສໍາຄັນຂອງພາກທຸລະກິດເພື່ອ ເຮັດໃຫ້ທາງພາກລັດຖະບານສາມາດ ບັນລຸເປົ້າໝາຍ ການພັດທະນາດ້ານເສດຖະ ກິດ-ສັງຄົມ, ນໍາໃຊ້ເອົາກອງປະຊຸມທຸລະກິດລາວນີ້ ເປັນເວທີປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ແລະ ຈະໝູນໃຊ້ກອງປະຊຸມນີ້ໃຫ້ເປັນເຄື່ອງມືທີ່ມີປະສິດທິພາບ ໃນການກໍານົດ ແລະ ແກ້ໄຂບັນຫາ ທີ່ກ່ຽວຂ້ອງກັບການສ້າງຕັ້ງທຸລະກິດ ແລະ ຂໍ້ຫຍຸ້ງຍາກທີ່ເປັນອຸປະສັກໃນການຂະຫຍາຍທຸລະກິດໃນ ສປປ ລາວ”.

IMG_9357

              ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕອນສຸດທ້າຍໄດ້ກ່າວປິດກອງປະຊຸມ ແລະ ໃຫ້ຄໍາໝັ້ນວ່າ ທາງພາກລັດຖະບານ ຈະນໍາເອົາບັນຫາຕ່າງໆ ທີ່ໄດ້ຖືກຍົກຂຶ້ນໃນກອງປະຊຸມໃນຄັ້ງນີ້ ໄປພິຈາລະນາ ແລະ ຍັງໄດ້ເນັ້ນໜັກ ເຖິງຄວາມຈໍາເປັນທີ່ໃຫ້ມີການສືບຕໍ່ ກົນໄກປຶກສາຫາລືທີ່ສ້າງສັນນີ້ໃນອະນາຄົດ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ.