ກະຊວງອຸດສາຫະກໍາ ແລະ ການຄ້າ ມອບເຄື່ອງຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື
By phaikhame evilay On 31 Jul, 2018 At 11:42 AM | Categorized As ຂ່າວສຳຄັນ | With 0 Comments

2018-07-27.2

         ຕອນບ່າຍ ເວລາ 3: 00 ໂມງ ຂອງວັນທີ 27 ກໍລະກົດ 2018 ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

      ທ່ານ ບຸນມີ ມະນີວົງ  ຮອງລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ໄດ້ຕາງໜ້າ​​ກະຊວງ ອຄ ມອບເຄື່ອງຊ່ວຍເຫຼືອປະຊາຊົນ​ຜູ້​ປະສົບໄພນໍ້າຖ້ວມ ຢູ່​ເມືອງ​ສະໜາມ​ໄຊ ແຂວງອັດຕະປື; ຕາງໜ້າຝ່າຍຮັບ​ເຄື່ອງໂດຍ ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ ພ້ອມ​ດ້ວຍຜູ້ຕາງໜ້າ​ເປັນສັກຂີພິຍານຈາກທັງສອງຝ່າຍເຂົ້າຮ່ວມ, ຈໍານວນ 07 ​ທ່ານ;

2018-07-27

        ໃນການຊ່ວຍເຫຼືອ​ຄັ້ງນີ້ ເປັນວັດຖຸສິ່ງຂອງ ແລະ ເງິນ ​ໃນ​ນີ້: ມີເຄື່ອງນຸ່ງຫົ່ມ, ຢາປົວພະຍາດ, ອາຫານແຫ້ງ,  ເກີບແຕະ, ເຈ້ຍທິດຊູ, ໝີ່ຍໍາຍໍາ , ເຂົ້າໜົມ, ເຂົ້າສານໜຽວ, ຜ້າຂາວຫໍ່ສົບ, ແພັມເພິດເດັກ, ຜ້າສະບົງຄູບາ, ເປັນມູນຄ່າທັງໝົດ: 32.500.000 ກີບ;

        ຕອນ​ທ້າຍ ທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ​ ຍັງກ່າວຄໍາ​ຂອບ​​ໃຈມາ​ຍັງ ​ທ່ານ ບຸນມີ ມະນີວົງ  ຮອງລັດຖະມົນຕີ​ ກະ​ຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ທີ່ໃຫ້ການຊ່ວຍເຫຼືອປະຊາຊົນ ຜູ້​ປະສົບໄພນໍ້າຖ້ວມເພື່ອແກ້ໄຂບັນ​ເທົາຄວາມທຸກ​​ຂອງ​ປະຊາຊົນທີ່ແຂວງອັດຕະປື.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ