ພິທີມອບຮັບ ການຊ່ວຍເຫຼືອລ້າ ຈາກ ລັດຖະບານ ສປ ຈີນ ກັບ ລັດຖະບານ ສປປ ລາວ ທີ່ກະຊວງ ອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 20 Aug, 2018 At 09:48 AM | Categorized As ຂ່າວສຳຄັນ | With 0 Comments

2018-08-16

        ຕອນເຊົ້າເວລາ 10: 00 ​ໂມງ ຂອງວັນທີ 16 ສິງຫາ 2018 ​​ທີ່ຫ້ອງສ່ອງແສງຊັ້ນ II ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີພິທີເຊັນມອບຮັບລົດ ຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ຊຶ່ງມອບໂດຍ ທ່ານ ຫວັງ ສີ ຮຸ້ຍ (wang gi hui) ທີ່ປຶກສາທູດເສດຖະກິດການຄ້າ ສປ ຈີນ ປະຈໍາລາວ ກ່າວຮັບ ຝ່າຍລາວນໍາໂດຍ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຕາງໜ້າຂອງຝ່າຍລາວເຂົ້າຮ່ວມ ມີທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຫົວໜ້າພະແນກ ຮອງພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ​ຝ່າຍ​ຈີນ ເຂົ້າຮ່ວມປະມານ 15 ກວ່າ ທ່ານ.

17

        ໃນການມອບຮັບລົດຊວ່ຍເຫຼືອ ລ້າ ໃນຄັ້ງນີ້ ຈັດ​ຂຶ້ນພາຍ​ໃຕ້​ຊື່​ໂຄງການ ການ​ຊ່ວຍ​ເຫຼືອລ້າ ຈາກ​ລັດຖະບານ ສປ ​ຈີນທີ່​ໃຫ້ການ​ຊ່ວຍ​ເຫຼືອດ້ານສິນຄ້າ ແລະ ວັດສະດຸ ​ແກ່​ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ສປປ ລາວ ​ໃນ​ນີ້ ມີພາຫະນະລົດ 7 ຄັນ ພ້ອມດ້ວຍ ອາໄຫຼ່ຈໍານວນໜຶ່ງ ລວມມີມູນຄ່າທັງໝົດ 3.300.000 ຢວນ ( 3 ລ້ານ 3 ແສນ ຢວນ) ໂດຍທາງ​ລັດຖະບານ ສປ ຈີນມອບໃຫ້ ບໍລິສັດ ຊິງຕ໋າວ ເອົາເຄີມ໋າ ຂາອອກ-ຂາເຂົ້າ ຈໍາກັດ ເປັນຜູ້ຮັບຜິດຊອບ ຈັດຕັ້ງປະຕິບັດໂຄງການ,  ລົດດັ່ງກ່າວຈະນໍາໃຊ້ເຂົ້າ ໃນວຽກງານຂົງເຂດຂະແໜງອຸດສາຫະກໍາ ແລະ ການຄ້າ.

18

      ຕອນທ້າຍ ທ່ານ ບຸນມີ ມະນີວົງ  ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຂອບໃຈມາຍັງ ລັດຖະບານ ສປ ຈີນ ທີ່ໃຫ້ການຊ່ວຍເຫຼືອລ້າ  ກໍຄື ທ່ານ ຫວັງ ສີ ຮຸ້ຍ (wang gi hui) ຜູ້ຕາງໜ້າ ທີ່ປຶກສາທູດເສດຖະກິດການຄ້າ ສປ ຈີນ ປະຈໍາລາວ ພ້ອມ​ທັງ​ການ​ໃຫ້​ຄວາມຮ່ວມມືເປັນຢ່າງດີ ດ້ວຍໄມຕີຈິດ.

 19

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ