ການເຂົ້າຢ້ຽມອໍາລາຂອງ ທ່ານເອກອັກຄະລັດຖະທູດຝລັ່ງປະຈໍາລາວ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ
By sonsathit rasavong On 28 Aug, 2018 At 11:08 AM | Categorized As ຂ່າວສຳຄັນ | With 0 Comments

        ໃນວັນທີ 27 ສິງຫາ 2018 ເວລາ 11:00 ໂມງ ທີຫ້ອງຮັບແຂກຊັ້ນ 04 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບຄະນະທ່ານເອກອັກຄະລັດຖະທູດຝລັ່ງປະຈໍາລາວ ໂດຍໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ທ່ານຫົວຫນ້າກົມແຜນການ ແລະ ການຮ່ວມມື, ທ່ານຮອງຫົວຫນ້າຫ້ອງການ ແລະ ວິຊາການທີ່ກ່ຽວຂ້ອງຈໍານວນຫນຶ່ງ.

IMG_1928

      ຈຸດປະສົງຂອງການເຂົ້າຢ້ຽມຂອງທ່ານເອກອັກຄະລັດຖະທູດຝລັ່ງປະຈໍາລາວກໍ່ເພື່ອອໍາລາ, ຫລັງຈາກສິ້ນສຸດການເປັນເອກອັກຄະລັດຖະປະຈໍາລາວ ຈະໄດ້ກັບຄືນປະເທດ ເພື່ອໄປຮັບຫນ້າທີ່ໃຫມ່.

        ໃນການເຂົ້າພົບຢ້ຽມອໍາລາທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານເອກອັກຄະລັດຖະທູດຝລັ່ງປະຈໍາລາວໄດ້ກ່າວວ່າ: ການມາຮັບຜິດຊອບຫນ້າທີ່ປະຈໍາຢູ່ ສປປ ລາວ ຂ້າພະເຈົ້າມີຄວາມພູມໃຈທີ່ສຸດ,  ເປັນປະສົບການອັນສູງສົ່ງ, ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກຽດຢ່າງຍິ່ງ ທີ່ໄດ້ມາດໍາລົງຊີວິດ ແລະ ຮູ້ຈັກຄົນລາວທີ່ມີນິດໃສດີ ຂ້າພະເຈົ້າໄດ້ລະດົມທຶນຕ່າງໆ ໃນການຊ່ວຍເຫລືອສັງຄົມລາວ: ໂດຍສະເພາະໂຄງການທີ່ໄດ້ຮັບຫມາກຜົນຫລາຍທີ່ສຸດ, ກໍ່ຄືໂຄງການປູກກາເຟ (ພູພຽງບໍລະເວນ) ເປັນໂຄງການທີ່ສ້າງຕັ້ງເປັນສະຫະກອນ ເຮັດໃຫ້ປະຊາຊົນໃນຂົງເຂດດັ່ງກ່າວໄດ້ຮັບຜົນປະໂຫຍດຫລາຍທີ່ສຸດ, ອາຍຸຂອງໂຄງການປະມານ 10 ກວ່າປີ, ໂດຍສະເພາະການຄັດເລືອກແນວພັນເມັດກາເຟ ແລະ ທີ່ສໍາຄັນໂຄງການດັ່ງກ່າວແມ່ນມີຄວາມສາມາດກຸ້ມຕົນເອງ; ນອກນີ້ແຜນຕໍ່ໜ້າຂອງໂຄງການຍັງຈະໄດ້ໄປຊ່ອຍທາງພາກເຫນືອຂອງລາວອີກ ແລະ ຈະໄດ້ໃຫ້ກຸ່ມສະຫະກອນຢູ່ທາງພູພຽງບໍລະເວນທາງພາກໃຕ້ມີສ່ວນຮ່ວມໃນການຊ່ວຍເຫລືອພາກເຫນືອ ໂຄງການຂອງພວກເຮົາຈະບໍ່ເຮັດໃນສິ່ງທີ່ຜິດກົດລະບຽບຂອງລັດຖະບານປະເທດຝລັ່ງ ແລະ ສິ່ງທີ່ ລັດຖະບານ ສປປ ລາວ ບໍ່ເຫັນດີ, ປະຈຸບັນເຫັນໄດ້ສາຍພົວພັນ ລາວ-ຝລັ່ງ ເປັນການພົວພັນທີ່ດີຫລາຍ, ສິນຄ້າ ທີ່ຝລັ່ງຊື້ຈາກລາວແມ່ນ: ກາເຟ ແລະ ແຜ່ນແພ ເປັນສ່ວນໃຫຍ່.

IMG_1935

         ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກ່າວຂອບໃຈຕໍ່ ທ່ານ ເອກອັກຄະລັດຖະທູດທີ່ໃນເວລາດໍາລົງຕໍາແໜ່ງ ໄດ້ສ້າງສາຍພົວພັນ, ຄວາມຮັກແພງຄວາມໄວ້ເນື້ອເຊືື່ອໃຈຕໍ່ປະຊາຊົນໃນການທີ່ຈະຫມົດວາລະປະຈໍາຫນ້າທີເປັນເອກອັກຄະລັດຖະທູດປະຈໍາ ສປປ ລາວ ນີ້ ຂ້າພະເຈົ້າຂໍອວຍໄຊໃຫ້ພອນທ່ານຈົ່ງປະສົບແຕ່ຜົນສໍາເລັດໃນ

ຫນ້າທີ່ການງານ ແລະ ມີຄວາມຜາສຸກໃນຄອບຄົວ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ