ກອງປະຊຸມເຜີຍແຜ່ວຽກງານ ການແຂ່ງຂັນທາງທຸລະກິດ
By theu vaenvongsod On 28 Aug, 2018 At 01:58 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2018-08-28 at 13.42.30

               ໃນວັນທີ 24 ເດືອນ 8 ປີ 2018 ກົມການຄ້າພາຍໃນ (ກະຊວງອຸດສາຫະກໍາ ແລະ ການຄ້າ) ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານ ການແຂ່ງຂັນທາງທຸລະກິດ (Competition Advocacy Workshop) ຂຶ້ນທີ່ໂຮງແຮມ ຄລາວພ່າຊາວຽງຈັນ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ຜູ້ຊີ້ນໍາວຽກງານ ກົມການຄ້າພາຍໃນ).

              ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ປະກອບດ້ວຍຜູ້ຕາງຫນ້າຈາກຂະແໜງການຕ່າງໆຈາກ ພາກລັດ, ບັນດາພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ, ສະມາຄົມທຸລະກິດ, ຫົວຫນ່ວຍທຸລະກິດຕ່າງໆຈາກພາກເອກະຊົນ ແລະ ໃນຂອບເຂດນະຄອນຫລວງວຽງຈັນ ລວມທັງຫມົດ ຈຳນວນ 150 ທ່ານ.

IMG_7771

IMG_7774

IMG_7775

            ໃນກອງປະຊຸມໄດ້ພ້ອມກັນຮັບຟັງ ການລາຍງານສະພາບການພັດທະນາວຽກງານ ການແຂ່ງຂັນທາງທຸລະກິດຂອງ ສປປ ລາວ ແລະ ຮັບຟັງການນຳສະເໜີບາງເນື້ອໃນສຳຄັນຂອງກົດຫມາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ລາວ ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດກົດໝາຍ ເປັນຕົ້ນ: ການສ້າງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ), ກອງເລຂາ ແລະ ວິທີການແກ້ໄຂການລະເມີດກົດຫມາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ຊຶ່ງບັນຍາຍໂດຍ ຜູ້ຕາງໜ້າກົມການຄ້າພາຍໃນ ນອກຈາກນັ້ນຍັງໄດ້ຮັບຟັງການແລກປ່ຽນບົດຮຽນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ຈາກ Mr. Won Joon Kim ຜູ້ຊ່ຽວຊານດ້ານການແຂ່ງຂັນທາງທຸລະກິດຈາກປະເທດ ເກົາຫລີໃຕ້. ຈາກນັ້ນ ກອງປະຊຸມໄດ້ພ້ອມກັນສົນທະນາ ແລກປ່ຽນບົດຮຽນ ກໍ່ຄືປະສົບການນຳກັນຕໍ່ກັບບັນດາຫົວຂໍ້ທີ່ກ່າວມາຂ້າງເທິງ ແລະ ບັນຫາອຶ່ນໆທີ່ກ່ຽວຂ້ອງກັບການແຂ່ງຂັນທາງທຸລະກິດ.

WhatsApp Image 2018-08-28 at 13.42.32

           ການຈັດກອງປະຊຸມດັ່ງກ່າວ ຖືເປັນວຽກງານຫນຶ່ງທີ່ສໍາຄັນ ໃນການຜັນຂະຫຍາຍກົດຫມາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ ຂອງ ລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີ 2015 ເພື່ອເຮັດໃຫ້ສັງຄົມໄດ້ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ. ພ້ອມທັງເປັນການໂຄສະນາ, ເຜິຍແຜ່ວຽກແຂ່ງຂັນທາງທຸລະກິດ ແລະ ຍົກສູງຄວາມຮັບຮູ້ກ່ຽວກັບວຽກງານແຂ່ງຂັນທາງທຸລະກິດໃຫ້ແກ່ຜູ້ເຂົ້າຮ່ວມອີກດ້ວຍ.

IMG_7778

IMG_7764WhatsApp Image 2018-08-28 at 13.42.29

           ກອງປະຊູມໄດ້ດໍາເນີນໄປເປັນເວລາ (ເຄິ່ງວັນ) ໂດຍໄດ້ຮັບການສະຫນັບສະຫນູນຂອງໂຄງການພັດທະນາການຄ້າ ໄລຍະທີ 2 Trade Development Facility (TDF II) ທີ່ຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າ.

ແຫຼ່ງຂ່າວ: ພະແນກຄຸ້ມຄອງການແຂ່ງຂັນທຸລະກິດ, ກົມການຄ້າພາຍໃນ

ຮຽບຮຽງໂດຍ: ນາງ ຖື ແຫວນວົງສົດ