ການອອກແຈ້ງການຂຶ້ນທະບຽນສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ແລະ ນິຕິບຸກຄົນ)
By sonsathit rasavong On 30 Aug, 2018 At 01:55 PM | Categorized As ຂ່າວສຳຄັນ | With 0 Comments

             ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍແຈ້ງການເຖີງບັນດາ ພໍ່, ແມ່ ປະຊາຊົນ ແລະ ບັນດານັກທຸລະ ກິດທັງຫລາຍ ໃຫ້ຮັບຮູ້ ແລະ ເຂົ້າໃຈທົ່ວເຖິງກັນ ກ່ຽວກັບການສ້າງຕັ້ງວິສາຫະກິດ (ສ່ວນບຸກຄົນ ແລະ ນິຕິບຸກຄົນ) ທີ່ເປັນບັນຫາຄວາມບໍ່ເຂົ້າໃຈກັນ ລະຫວ່າງພາກລັດ ແລະ ພາກເອກະຊົນ, ສະນັ້ນເພື່ອເປັນການແກ້ໄຂ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາດັ່ງກ່າວ ທາງກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ຈຶ່ງໄດ້ປຶກສາຫາລື ແລະ ຄົ້ນຄວ້າບັນດາເອກະສານບັນຊີຄວບຄຸມ, ກ່ຽວກັບການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອອກອະນຸຍາດລົງທຶນ ຫລື ອອກອະນຸຍາດດໍາເນີນທຸລະກິດ ຕາມຄໍາສັ່ງຂອງທ່ານນາຍົກ.

IMG_1314

         ເພື່ອສ້າງເງື່ອນໄຂຄວາມພ້ອມ ໃນໄລຍະລໍຖ້າການປະກາດໃຊ້ບັນຊີຄວບຄຸມ ທັງເພື່ອຮັບປະກັນປະສິດທິຜົນຂອງ ການ ຈັດຕັ້ງປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກອະນຸຍາດລົງທຶນ ຫຼື ອະນຸຍາດດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ ແລະ ອີງໃສ່ການຊີ້ນໍາຂອງທ່ານລັດຖະມົນຕີ, ກະຊວງອຸດສາຫະກໍາ ແລະ ການຄ້າ, ທາງຫ້ອງການ, ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງແຈ້ງມາຍັງພາກສ່ວນທີ່ກ່ຽວຂ້ອງຊາບ ແລະ ຂໍຄວາມຮ່ວມມື ໃນການຈັດ ຕັ້ງປະຕິບັດ ດັ່ງນີ້:

                    1.  ເລື່ອນການເລີ່ມປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ, ການອອກອະນຸຍາດລົງທຶນ ຫຼື ອະນຸຍາດດຳ ເນີນທຸລະກິດຕາມ          ຄຳສັ່ງ, ສະບັບເລກທີ 02/ນຍ ຈາກວັນທີ 01 ກັນຍາ 2018 ຕາມທີ່ບົ່ງໄວ້ໃນແຈ້ງການ, ເລກທີ 1578/ຫອຄ.ກທຄວ, ລົງວັນທີ 27 ມິຖຸນາ 2018 ມາເປັນວັນທີ 01 ມັງກອນ 2019.

                    2. ໃນໄລຍະແຕ່ນີ້ ຫາ ວັນທີ 01 ມັງກອນ 2019 ໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດວຽກງານການໃຫ້ບໍລິການ ທີ່ຕິດພັນກັບການເລີ່ມຕົ້ນທຸລະກິດ ຕາມລະບົບທີ່ເຄີຍປະຕິບັດມາ ແຕ່ໃຫ້ມີຄວາມສະດວກວ່ອງໄວຍິ່ງຂຶ້ນ, ໃນນີ້;

                      -   ຂໍຄວາມຮ່ວມມືຈາກບັນດາກົມ ຫຼື ພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຂອງກະຊວງ, ທະບວງກົມ ປັບປຸງ ຫຼື ສ້າງບັນ ດານິຕິກຳ ກ່ຽວກັບການພິຈາລະນາ ອອກອະນຸຍາດດຳເນີນທຸລະກິດ, ພ້ອມທັງອອກຄຳແນະນຳ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຂັ້ນຕອນການອອກອະນຸຍາດ (ແບບຢ່າງ ຄຳແນະນຳ ບັນດາກົມ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຈະສົ່ງໃຫ້ຊາບໃນພາຍຫຼັງ);

                       -   ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ຂັ້ນແຂວງ ລາຍງານອຳນາດການປົກຄອງທ້ອງຖິ່ນຂອງຕົນ ເພື່ອກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດການຂຶ້ນທະບຽນສ້າງຕັ້ງວິສາຫະກິດ ແລະ ການອະນຸຍາດ ຕາມເນື້ອໃນຈິດໃຈຄຳສັ່ງຂອງນາຍົກດັ່ງກ່າວ ໃຫ້ບັນລຸຜົນ ຕາມຄາດໝາຍທີ່ວາງໄວ້, ໃນກໍລະນີ ມີບັນຫາໃຫ້ພົວພັນກັບກະຊວງອຸດສາຫະກຳ ແລະ ການຄ້າ (ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ).

ຂ່າວໂດຍ: ພູຄໍາ ຫລວງສຸພົນ