ກອງປະຊຸມແຜນຮ່ວມມືລະຫວ່າງກະຊງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອະນາຈັກໄທ ຄັ້ງທີ 7
By sonsathit rasavong On 6 Sep, 2018 At 02:50 PM | Categorized As ຂ່າວສຳຄັນ | With 0 Comments

            ເພື່ອເປັນການສຶບຕໍ່ຜົນຂອງກອງປະຊຸມແຜນການຮ່ວມມືເຈົ້າຫນ້າທີ່ອາວຸໂສລະຫວ່າງກະຊວງອຸດດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອະນາຈັກໄທ, ໃນຕອນເຊົ້າ ຂອງວັນທີ 06 ກັນຍາ 2018 ທີ່ສະໂມສອນ ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ຈັດກອງປະຊຸມແຜນຮ່ວມມືລະຫວ່າງກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອະນາຈັກໄທ ຄັ້ງທີ 7, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ແລະ ທ່ານ ສົນທິຣັດ ສົນທິຈິຣາວົງ ລັດຖະມົນຕີວ່າການກະຊວງພານິດ ແຫ່ງຣາຊະອະນາຈັກໄທພ້ອມດ້ວຍຄະນະຜູ້ເຂົ້າຮ່ວມທັງຫມົດ60 ທ່ານ.

IMG_2197

        ຈຸດປະສົງກອງປະຊຸມແມ່ນເພື່ອທົບທວນການຮ່ວມມືໃນໄລຍະ3ປີຜ່ານມາ ນັບແຕ່ກອງປະຊຸມທີ່ທັງສອງກະຊວງໄດ້ຈັດຂຶ້ນຄັ້ງຫລ້າສຸດປີ 2015 ທີ່ບາງກອກ ປະເທດໄທ ແລະ ຮັບຊາບ ຜົນການປຶກສາຫາລືຂອງກອງປະຊຸມເຈົ້າຫນ້າທີອາວຸໂສ ລະຫວ່າງ ລາວ-ໄທ ໃນວັນທີ 05 ກັນຍາ 2018 ກ່ຽວກັບແຜນການຮ່ວມມືໃນຂົງເຂດວຽກງານການຄ້າໃນຕໍ່ໜ້າ ພ້ອມທັງເປັນເອກະພາບ ຕໍ່ຮ່າງບົດບັນທຶກກອງປະຊຸມແຜນຮ່ວມມືລະຫວ່າງກະຊງອຸດສາຫະກໍາ ແລະ ການຄ້າແຫ່ງ ສປປ ລາວ ແລະ ກະຊວງພານິດ ແຫ່ງຣາຊະອະນາຈັກໄທ ຄັ້ງທີ 7, ບົນພື້ນຖານການຜັນຂະຫຍາຍເນື້ອໃນຈິດໃຈຂອງສອງຮອງນາຍົກລັດຖະມົນຕີ ກໍຄືສອງລັດຖະບານ ທີ່ໄດ້ພົບປະໃນເດືອນພຶດສະພາ ປີ 2017 ທີ່ນະຄອນ ຫລວງວຽງຈັນ ໂດຍຕັ້ງເປົ້າໝາຍມູນຄ່າການຄ້າຂອງສອງປະເທດໃຫ້ບັນລຸໄດ້ 11 ພັນລ້ານໂດລາສະຫະລັດໃນປີ 2021.

2008

       ກອງປະຊຸມໄດ້ດຳເນີນໄປເປັນດ້ວຍບັນຍາກາດຟົດຟື້ນ ແລະ ປຶກສາກັນຢ່າງສ້າງສັນ ຂອງການຮ່ວມມືຂອງສອງກະຊວງ ເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ການອຳນວຍຄວາມສະດວກດ້ານສິນຄ້າຜ່ານແດນ ລວມໄປເຖິງສ້າງກາລະໂອກາດໃນການຈັບຄູ່ທຸລະກິດທັງສອງຝ່າຍນະໂອກາດນີ້ດ້ວຍ.

ຂ່າວໂດຍ: ພູຄໍາ ຫລວງສຸພົນ