ກອງປະຊຸມ ທາບທາມ ຮ່າງດໍາລັດ ວ່າດ້ວຍກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ
By phaikhame evilay On 27 Sep, 2018 At 02:51 PM | Categorized As ຂ່າວສຳຄັນ | With 0 Comments

20

        ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 27 ກັນຍາ 2018  ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີກອງປະຊຸມປຶກສາຫາລືທາບທາມກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ສະບັບເລກທີ 11/ສພຊ, ລົງວັນທີ 21 ທັນວາ 2011 ເພື່ອໃຫ້ກອງທຶນເຕີບໃຫຍ່ເຂັ້ມແຂງ ແລະ ເຄື່ອນໄຫວໄດ້ຢ່າງມີປະສິດທິພາບ, ສາມາດສະໜອງ ກອງທຶນໄດ້ຫຼາຍຮູບແບບ, ສ້າງເງື່ອນໄຂໃຫ້ຫົວໜ່ວຍ SME ໄດ້ຈໍານວນຫຼາຍ ກອງປະຊຸມດັ່ງກ່າວມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດອ້ອມຂ້າງສູນກາງ ແລະ ຈາກບັນດາແຂວງທີ່ເປັນຕົວແທນຂອງແຕ່ລະພາກ, ມີຜູ້ເຂົ້າຮ່ວມປະມານ 80 ກວ່າທ່ານ.

         ກອງປະຊຸມເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ປຶກສາຫາລືທາບທາມຄວາມເຫັນດີຂອງພາກລັດ ແລະ ແລະ ພາກທຸລະກິດ ເພື່ອປະກອບຄໍາເຫັນໃສ່ເນື້ອໃນຮ່າງດໍາລັດ ວ່າດ້ວຍກອງທຶນການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ດ້ວຍການສົ່ງເສີມ SME ຈຸດປະສົງຂອງການສ້າງຕັ້ງກອງທຶນ ແມ່ນເພື່ອເປັນກົນໄກລະດົມທຶນສະໜອງສິນເຊື້ອໃນຮູບ ແບບຕ່າງໆ ແລະ ໃຫ້ທຶນສໍາລັບຈັດຕັ້ງປະຕິບັດໂຄງການສົ່ງເສີມວິຊາການເພື່ອສ້າງຄວາມເຂັ້ມເເຂງ ແລະ ຄວາມອາດ ສາມາດໃນ ການແຂ່ງຂັນດ້ານ SME.

21

  ກອງປະຊຸມ​ໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນໃສ່ຮ່າງດໍາລັດວ່າດ້ວຍກອງທຶນການສົ່ງເສີມວິສາຫະກິດຂະໜາດ ນ້ອຍ ແລະ ຂະໜາດກາງ ຈາກພາກລັດ ແລະ ພາກທຸລະກິດ ຕໍ່ການຄຸ້ມຄອງຮູບແບບວິທີການເຄື່ອນໄຫວຂອງບັນຫົວໜ່ວຍທຸລະກິດເປັນປັດໃຈນໍາພາ ແລະ ປະຕິບັດໜ້າທີການຄຸ້ມຄອງຢ່າງມີປະສິດທິຜົນ.

          ຕອນທ້າຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຄ ໄດ້ສະເໜີໃຫ້ກອງປະຊຸມປັບປຸງດໍາລັດວ່າ ດ້ວຍການເຄື່ອນໄຫວຂອງກອງທຶນໃນໄລຍະຜ່ານມາຕໍ່ກັບການຄຸ້ມຄອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງຕໍ່ພາກລັດ ແລະ ພາກທຸລະກິດ ໃຫ້ມີປະສິດທິຜົນເປັນຢ່າງດີ.

 ແຫຼ່ງຂ່າວ:  ກົມສົ່ງເສີມວິສາຫະກິດຂະນາດນ້ອຍ ແລະ ກາງ

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ