ເອກອັກຄະລັດຖະທູດຜູ້ມີອໍາເຕັມ ຝຣັ່ງ ປະຈໍາລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຄ
By phaikhame evilay On 11 Oct, 2018 At 11:18 AM | Categorized As ຂ່າວສຳຄັນ | With 0 Comments

IMG_2637.1

         ຕອນບ່າຍ ເວລາ 3: 30 ໂມງ ຂອງວັນທີ 10 ຕຸລາ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບພົບປະ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ຟລໍຮ້ອງສ ຊ້ອງບລ້ອງ-ຣີສແລກ, ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ສປປ ລາວ ຄົນໃໝ່ ເນື່ອງໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເອກອັກຄະລັດຖະທູດຄົນໃໝ່ ປະຈໍາ ສປປ ລາວ,  ຊຶ່ງມີສໍານັກງານ ສະຖານທູດຕັ້ງຢູ່ ສປປ ລາວ. ການເຂົ້າຢ້ຽມຂໍ່ານັບພົບປະຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 8 ​ທ່ານ.

IMG_2641.2

        ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ການຊ່ວຍເຫຼືອບັນດາໂຄງການອື່ນທີ່ຜ່ານມາ, ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນຟື້ນຖານໂຄງລ່າງໃຫ້ແກ່ລາວ. ໃນນີ້ທ່ານ ເອກອັກຄະລັດຖະທູດ ໄດ້ນໍາສົ່ງຄວາມຢ້ຽມຢາມຖາມຂ່າວຈາກ ທ່ານ Pascal Lamy ອາດີດຜູ້ອໍານວຍການໃຫຍ່ ອົງການ ການຄ້າໂລກ (WTO) ໄດ້ຝາກຄວາມຢ້ຽມຢາມຖາມຂ່າວເຖີງ ທ່ານ ລັດມົນຕີ ກະຊວງ ອຄ ເຊິ່ງປັດຈຸບັນທ່ານໄດ້ກັບຄືນປະເທດ ນະຄອນຫຼວງປາຣີ (PARY).

IMG_2654.3

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍີນດີຊົມເຊີຍຕ້ອນຮັບ ແລະ ການໃຫ້ຄວາມຮ່ວມມືເປັນຢ່າງດີ ທ່ານ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ຄົນໃໝ່ ແລະ ທ່ານ ເອກອັກຄະລັດຖະທູດ ກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ