ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາລາວ ຄົນໃໝ່ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 12 Nov, 2018 At 03:01 PM | Categorized As ຂ່າວສຳຄັນ | With 0 Comments

IMG.1

       ຕອນບ່າຍ ເວລາ 3: 30 ໂມງ ຂອງວັນທີ 9 ພະຈິກ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງ   ອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງພະນະທ່ານ Jiang Zaidong, ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ເນື່ອງໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງໃໝ່ ປະຈໍາ ສປປ ລາວ,  ຊຶ່ງມີສໍານັກງານ ສະຖານທູດຕັ້ງຢູ່ ສປປ ລາວ ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ.ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ 9 ​ທ່ານ.

IMG.2

         ໃນໂອກາດນີ້ ສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ການຊ່ວຍເຫຼືອບັນດາໂຄງການອື່ນໆທີ່ຜ່ານມາ, ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງໃຫ້ແກ່ລາວ ໃນນີ້ ທ່ານ ເອກອັກຄະລັດຖະທູດ ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການຮ່ວມມື ໃນວຽກງານຫຼາຍດ້ານແກ່ ສປປ ລາວ.

IMG.3

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ທ່ານ ເອກອັກຄະລັດຖະທູດວິສາມັນ ຜູ້​ມີ​ອໍານາດ​ເຕັມ ​ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່ ​ໃນການໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ທ່ານ ເອກອັກຄະລັດຖະທູດ ກໍ່ສະແດງຄວາມຂອບໃຈ ມາຍັງທ່ານລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ