ກອງປະຊຸມຄະນະກຳມະການທົບທວນການຈັດຕັ້ງປະຕິບັດ “ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຄັ້ງທີ V ” ວັນທີ 20 ພະຈິກ 2018 ທີ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ.
By sme pr On 27 Nov, 2018 At 09:38 AM | Categorized As ຂ່າວພາຍໃນ, ຂ່າວ | With 0 Comments

TOM DOG

ວັນທີ 20 ພະຈິກ 2018 ທີ່​​ໂຮງ​ແຮມລາວພລາຊາ, ນະຄອນຫຼວງວຽງຈັນ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດ​ກອງ​ປະ​ຊຸມ​ຄະນະກໍາມະການທົບ​ທວນ​ການຈັດ​ຕັ້ງ​ປະ​ຕິ​ບັດ ໂຄງ​ການເຂົ້າ​ເຖິງ​ແຫຼ່ງ​ຂອງວິ​ສາ​ຫະ​ກິດຂະໜາດນ້ອຍ ແລະ ກາງ ຫຼື SME Access to Finance Project ຄັ້ງທີ v ​ຂຶ້ນ ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ບຸນເຖິງ ດວງສະຫວັນ ຫົວ​ໜ້າ​ກົມ​ສົ່ງ​ເສີມວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ. ມີ​ຜູ້​​ຕາງ​ໜ້າ​ຈາກ​ກະຊວງການເງິນ, ທະ​ນາ​ຄານ​ແຫ່ງ ສ ປ ປ ລາວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ທະ​ນາ​ຄານ​ໂລກ, ທີ່ປຶກສາດ້ານກະສິກໍາ ແລະ ການເງິນ ແລະ ອົງການແຮງງານສາກົນ ແລະ 04 ທະ​ນາ​ຄານ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ໂຄງ​ການ ເຂົ້າຮ່ວມຈໍານວນ 35 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການໄລຍະ 6 ເດືອນທ້າຍປີ 2018 ແລະ ແຜນການຈັດຕັ້ງປະຕິບັດ 6 ເດືອນ ຕົ້ນປີ 2019 ຊຶ່ງສາມາດສັງລວມໄດ້ດັ່ງນີ້:

  • ໜ້າວຽກທີ 1: ການສະໜອງສິນເຊື່ອໃຫ້ແກ່ SME ໂດຍຜ່ານທະນາຄານທຸລະກິດ.

ການປ່ອຍກູ້ໃຫ້ແກ່ SME ແຕ່ເດືອນ ມິຖຸນາ – ຕຸລາ 2018 ສາມາດປ່ອຍກູ້ໄດ້ 34 ຫົວໜ່ວຍ ມູນຄ່າ 21 ຕື້ກວ່າກີບ. ນັບແຕ່ເລີ່ມປ່ອຍກູ້ໃນ ເດືອນກັນຍາ 2016 – ຕຸລາ 2018 ສາມາດປ່ອຍກູ້ໃຫ້ SME ໄດ້ 124 ຫົວໜ່ວຍ ມູນຄ່າ 80 ຕື້ກວ່າກີບ.

  • ໜ້າວຽກ 2: ການຊ່ວຍເຫລືອດ້ານວິຊາການ.

ທາງໂຄງການໄດ້ຈັດຈ້າງບໍລິສັດທີ່ປຶກສາກະສິກໍາ ແລະ ການເງິນ (AFC) ຂອງປະເທດເຢຍລະມັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທະນາຄານ ເປັນຕົ້ນແມ່ນວຽກສິນເຊື່ອ ພາຍໃຕ້ຂອບຂອງໂຄງການ ຊຶ່ງໄດ້ຝຶກອົບຮົມໃຫ້ທະນາຄານ ຈໍານວນ 5 ຄັ້ງ,  ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 114 ຄົນ ຈາກທະນາຄານ 15 ແຫ່ງ ແລະ ສາມາຄົມທະນາຄານທຸລະກິດ.

ຈັດຈ້າງອົງການແຮງງານສາກົນ (ILO) ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ SME ຊຶ່ງໄດ້ຝຶກອົບຮົມໃຫ້ແກ່ເຄື່ອຂ່າຍຜູ້ສະໜອງບໍລິການໃຫ້ຄໍາປຶກສາດ້ານການພັດທະນາທຸລະກິດ (BDS) ຈໍານວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 53 ຄົນ.

ພ້ອມດຽວກັນນີ້ ທາງໂຄງການຍັງໄດ້ຈັດຈ້າງຊ່ຽວຊານຕ່າງປະເທດ ຈໍານວນ 02 ທ່ານ ເພື່ອສ້າງລະບົບຕິດຕາມປະເມີນຜົນ ແຜນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ 2016-2020 ແລະ ເກັບກໍາຂໍ້ມູນສະຖິຕິ SME.

ນອກຈາກນີ້ ທາງໂຄງການຍັງໄດ້ສະໜັບສະໜູນກິດຈະກໍາອື່ນໆອີກ ເຊັ່ນ ງານສະເຫຼີມສະຫຼອງວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການຈັດງານຍ່າງເພື່ອສຸຂະພາບ ມີຜູ້ເຂົ້າຮ່ວມ ຈໍານວນ 2.000 ກວ່າຄົນ, ກອງປະຊຸມປັບປຸງດໍາລັດວ່າດ້ວຍກອງທຶນວິສາຫະກິດຂະໜາດນ້ອຍ ແລະ ກາງ ຈໍານວນ 5 ຄັ້ງ ແລະ  ຝຶກອົບຮົມສ້າງຄວາມສາມັກຄີໃຫ້ກັບພະນັກງານພາຍໃນກົມ ກສວ ແລະ ໃຫ້ທຶນຮຽນພາສາອັງກິດແກ່ພະນັກງານກະຊວງອຸດສາຫະກໍາ ແລະ ການຄ້າ  ຈໍານວນ 37 ຄົນ.

 

About -