ທ່ານ ລັດຖະມົນຕີ ກະຊວງການພັດທະນາດ້ານດີຈີຕອນ ໂທລະຄົມມະນາຄົມ ແລະ ການສືສານ ແຫ່ງ ລັດເຊຍ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 29 Nov, 2018 At 08:09 AM | Categorized As ຂ່າວສຳຄັນ | With 0 Comments

IMG_2829.1

    ຕອນເຊົ້າ ເວລາ 8: 30 ໂມງ ຂອງວັນທີ 27 ພະຈິກ 2018 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Konstantin NOSKOV, ລັດຖະມົນຕີ ກະຊວງການພັດທະນາດ້ານດີຈີຕອນ ໂທລະຄົມມະນາຄົມ ແລະ ການສືສານ ແຫ່ງ ລັດເຊຍ ເນື່ອງໃນໂອກາດທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ  ຊຶ່ງເປັນການແລກປ່ຽນບົດຮຽນທີ່ດີດ້ານໂທລະຄົມມະນາຄົມ ແລະ ສືສານທຸລະກິດໃຫ້ແກ່ລາວ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 12 ​ທ່ານ.

ໃນໂອກາດພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ສືສານທາງດ້ານການຄ້າ, ການລົງທຶນ ແລະ ການຮ່ວມມື, ຊອກທາງອອກດ້ານທຸລະກິດໃຫ້ແກ່ລາວ ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງໃຫ້ແກ່ລາວ ໃນນີ້ ທ່ານ ລັດຖະມົນຕີ ແຫ່ງ ລັດເຊຍ ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການປຶກສາຫາລື ແລະ ແກ້ໄຂບັນຫາຮ່ວມກັນໃນວຽກງານໂທລະຄົມມະນາຄົມ ແລະ ການສືສານ ແກ່ ສປປ ລາວ.

IMG_2827.2

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ທ່ານ Konstantin NOSKOV  ໄດ້ໃຫ້ຄວາມຮ່ວມມື ເປັນຢ່າງດີ, ພອ້ມດຽວກັນນັ້ນ, ທ່ານ Konstantin NOSKOV, ລັດຖະມົນຕີ ກະຊວງການພັດທະນາດ້ານດີຈີຕອນ ໂທລະຄົມມະນາຄົມ ແລະ ການສືສານ ແຫ່ງ ລັດເຊຍ ກໍ່ສະແດງຄວາມຂອບໃຈມາຍັງທ່ານຮອງລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ