ເອກອັກຄະລັດຖະທູດ ເຢຍລະມັນ ປະຈໍາ ສປປ ລາວ ແລະ ຄະນະສະມາຊິກສະຫະພາບເອີຣົບເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ສປປ ລາວ
By phaikhame evilay On 29 Nov, 2018 At 02:18 PM | Categorized As ຂ່າວສຳຄັນ | With 0 Comments

      IMG_2957.1ຕອນບ່າຍ ເວລາ 1: 30 ໂມງ ຂອງວັນທີ 27 ພະຈິກ 2018 ທີ່ຫ້ອງປະຊຸມຊັ້ນ 3 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ HE. Mr Leo Faber, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວພ້ອມດ້ວຍສະມາຊິກສະຫະພາບເອີຣົບ ໂອກາດທີ່ໄດ້ເດີນທາງຢ້ຽມຢາມ ສປປ ລາວ  ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ຊຶ່ງເປັນການແລກປ່ຽນບົດຮຽນທີ່ດີດ້ານການຮ່ວມມື ​ໃນພາກພື້ນອາຊີ ແລະ ເອີຣົບ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 25 ​ທ່ານ.

IMG_2952.2

ໃນໂອກາດພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລື ຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ທາງດ້ານການຄ້າ, ການລົງທຶນ ແລະ ການຮ່ວມມື, ຊອກທາງອອກດ້ານທຸລະກິດລະຫ່ວາງ ເອີຣົບ ແລະ ສປປ ລາວ. ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງ ດ້ານເສດຖະກິດ, ດ້ານປ້ອງກັນຄວາມສະຫງົບ ແລະ ດ້ານວັດທະນາທໍາ ແລະ ທ່ອງທ່ຽວ, ໃນນີ້ໄດ້ສະເໜີໃນຕໍ່ໜ້າຈະໃຫ້ການປຶກສາຫາລື ແລະ ແກ້ໄຂບັນຫາຮ່ວມກັນໃນວຽກງານຢູ່ ສປປ ລາວ.

IMG_2955.3

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ HE. Mr Leo Faber ໄດ້ໃຫ້ຄວາມຮ່ວມມື ເປັນຢ່າງດີ, ພອ້ມດຽວກັນນັ້ນ, HE. Mr Leo Fabe, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ. ກໍ່ສະແດງຄວາມຂອບໃຈ ໃຫ້ການຮ່ວມມືທີ່ດີມາຍັງທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ