ກອງປະຊຸມຄະນະກຳມະການ ຂອງໂຄງການ “ຫຼຸດຜ່ອນທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ” ວັນທີ 10 ທັນວາ 2018 ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ
By theu vaenvongsod On 13 Dec, 2018 At 11:53 AM | Categorized As ຂ່າວພາຍໃນ | With 0 Comments

meeting co2

     ວັນທີ 10 ທັນວາ 2018 ທີ່ໂຮງແຮມ ຄຣາວພ່າຊ້າ, ນະຄອນຫຼວງວຽງຈັນ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມຄະນະກຳມະການທົບທວນການຈັດຕັ້ງປະຕິບັດ ໂຄງການ “ຫຼຸດຜ່ອນທາດອາຍເຮືອນແກ້ວໃນພາກອຸດສາຫະກຳ ໂດຍການນຳໃຊ້ເຕັກໂນໂລຊີ ອັດເມັດສິ່ງເສດເຫຼືອຊີວະມວນ ສປປ ລາວ” ຫຼື Project on Reducing Greenhouse Gas Emission in Industrial Sector through Pelletization Technology Lao PDR ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ມະໂນຮັກ ຣາຊະຈັກ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມທ່ານ ຈອດຊີ ໂທມັດສ, ຜູ້ຈັດການໂຄງການ, ອົງການສະຫະປະຊາຊາດ ເພື່ອການພັດທະນາອຸດສາຫະກຳ (UNIDO). ມີຜູ້ຕາງໜ້າຈາກ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງ ພະລັງງານ ແລະ ບໍ່ແຮ່, ອົງການ ສະຫະປະຊາຊາດເພື່ອການພັດທະນາອຸດສາຫະກຳ, ໂຮງງານຜະລິດເກືອເວີ່ນຄຳ ເຂົ້າຮ່ວມ.

WhatsApp Image 2018-12-13 at 09.52.17

     ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດໂຄງການ ໃນໄລຍະ 02 ປີ ຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດ ໃນປີ 2019. ຊຶ່ງກອງປະຊຸມໄດ້ມີການປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນໃສ່ກັບບັນດາກິດຈະກຳ ທີ່ໄດ້ຈັດຕັ້ງປະຕິບັດສຳເລັດແລ້ວ ແລະ ບັນດາໜ້າວຽກອື່ນ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃນປີ 2019 ໃຫ້ບັນລຸຕາມເປົ້າໝາຍ ແລະ ໝາກຜົນ ທີ່ໂຄງການໄດ້ກຳນົດໄວ້ ຢ່າງມີປະສິດທິພາບ.

WhatsApp Image 2018-12-13 at 09.52.18

 ແຫຼ່ງຂ່າວ: ທ ສີວຽງເງິນ ກົມອຸດສາຫະກໍາ ແລະ ຫັດຖະກໍາ

ຮຽບຮຽງໂດຍ: ນ ຖື ແຫວນວົງສົດ