CEO ກຸ່ມບໍລິສັດ BNK Financial ແຫ່ງ ສ ເກົາຫຼີ ເຂົ້າຢ້ຽມຂໍ່ານັບ ທ່ານ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By phaikhame evilay On 17 Dec, 2018 At 10:26 AM | Categorized As ຂ່າວສຳຄັນ | With 0 Comments

   WhatsApp Image 2018.1

      ຕອນບ່າຍ ເວລາ 1: 30 ໂມງ ຂອງວັນທີ 13 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ JiWan Kim, CEO ກຸ່ມບໍລິສັດ BNK Financial  ພ້ອມດ້ວຍທ່ານ Doo Ho, Lee ປະທານ ແລະ ຊີອີໂອ ບໍລິສັດ BNK ​Capital ແລະ ຄະນະຜູ້ຕາງໜ້າ ບໍລິສັດ BNK ​Capital  ສາຂາປະຈໍາ ລາວ ໂດຍ  ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍທ່ານຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ ແລະ ວິຊາການກ່ຽວຂ້ອງຈໍານວນໜຶ່ງຊຶ່ງການເຂົ້າຢ້ຽມຂໍ່ານັບຄັ້ງນີ້ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 15 ​ທ່ານ.

WhatsApp Image 2018.4

       ໃນໂອກາດພົບປະຄັ້ງນີ້ ທ່ານ JiWan Kim, CEO ກຸ່ມບໍລິສັດ BNK Financial ໄດ້ແນະນຳຫຍໍ້ກ່ຽວກັບບັນດາວຽກງານຂອງກຸ່ມບໍລິສັດ BNK Financial  ທີ່ຕັ້ງຂອງບໍລິສັດແມ່ນຢູ່ເມືອງປູ່ຊ່ານ ຖືເປັນກຸ່ມບໍລິສັດໃຫຍ່ອັນທີ 2 ຂອງ ສ ເກົາຫຼີ ແລະ ມີບໍລິສັດໃນເຄືອຄ່າຍ 8 ແຫ່ງ ມີພະນັກງານທັງໝົດ 8.200 ຄົນ; ມີຊັບສິນ 110 ລ້ານໂດລາສະຫະລັດ, ປະກອບມີທະນາຄານ 2 ແຫ່ງ (BNK Busan Bank & BNK Kyongnam Bank), ບໍລິສັດ BNK ​Capital, BNK Securties, BNK Savings Bank, BNK Asset Management, BNK Credit Information, BNK System; ຊຶ່ງບໍລິສັດ BNK ​Capital ໃຫຍ່ອັນດັບທີ 3 ແລະ ເຮັດວຽກງານປ່ອຍສິນເຊື່ອ ທີ່ໃຫຍ່ຕິດອັນດັບໃນ 70 ກວ່າແຫ່ງຂອງ ສ ເກົາຫຼີ ຊຶ່ງໃນປີ 2015 ໄດ້ເປີດສາຂາຢູ່ ບ້ານສີເມືອງ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ແລະ ແຜນການຕໍ່ໜ້າຈະຂະຫຍາຍສາຂາໄປທາງພາກໃຕ້ຂອງລາວ; ບໍລິສັດດັ່ງກ່າວແມ່ນມີປະສົບການໃນການບໍລິຫານດ້ານການເງິນ ແລະ ມີຄວາມຮູ້ກ່ຽວກັບການເງິນຈຸນລະພາກ ໃຫ້ເຊົ່າສິນເຊື່ອ ອະສັງຫາລິມະຊັບຕ່າງໆ; ວຽກງານການປ່ອຍສິນເຊື່ອຫຼັກແມ່ນຢູ່ໃນຂະແໜງອຸດສາຫະກໍາ ຕໍ່ໜ້າເຂົາຈະສະໜອງດ້ານກະສິກໍາຕື່ມ​ອີກ ​ແລະ ຫວັງ​ວ່າ​ວຽກ​ງານ​ການ​ດໍາ​ເນີນ​ທຸລະ​ກິດ​ຂອງ ບໍລິສັດ BNK ​Capital ຈະ​ປະກອບສ່ວນ​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ ສປປ ລາວ; ພ້ອມທັງສະເໜີຂໍການສະໜັບສະໜູນຈາກກະຊວງ ອຄ ໃນເວລາທີ່ທາງບໍລິສັດຈະມາຈົດທະບຽນ ການສ້າງຕັ້ງສາຂາບໍລິສັດ BNK ​Capital ຢູ່ພາກໃຕ້ຂອງລາວ.  ນອກນັ້ນຍັງໄດ້ປຶກສາຫາລືກັນໃນວຽກງານການຈົດທະບຽນວິສາຫະກິດ, ບັນຫາຄວາມຫຍຸ້ງຍາກໃນການດຳເນີນທຸລະກິດ, ການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ໃຫ້ມີການລົງທຶນໃນລາວເພີ່ມຂຶ້ນ.

WhatsApp Image 2018.2

        ໃນຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ ທ່ານ JiWan Kim, CEO ກຸ່ມບໍລິສັດ BNK Financial ໄດ້ໃຫ້ຄວາມ​ເຊື່ອໝັ້ນ ​ແລະ ການຮ່ວມມືເປັນຢ່າງດີ, ພອ້ມດຽວກັນນັ້ນ, ທ່ານ JiWan Kim, ສະແດງຄວາມຂອບໃຈມາຍັງ ທ່ານ ລັດຖະມົນຕີ  ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ມອບເຄື່ອງທີ່ລະນຶກ ທີ່ເປັນເອກກະລັກຂອງ​ເມືອງ​ປຸ່ຊ່ານ​ໃຫ້​ແກ່​ທ່ານ ລັດຖະມົນຕີ.

 ຂ່າວໂດຍ: ໄພຄໍາອີ ວິໄລຄໍາ: