ກອງປະຊຸມສໍາມະນາວຽກງານແຂ່ງຂັນທາງທຸລະກິດ ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ຫຼື ຄຂທ ຂອງ ສປປ ລາວ
By sonsathit rasavong On 19 Dec, 2018 At 01:49 PM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

         ໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ທີ່ໂຮງແຮມແລນມາກແມ່ຂອງລີເວີຊາຍ, ນະຄອນ ຫລວງວຽງຈັນ. ໄດ້ໄຂກອງປະຊຸມສໍາມະນາວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະ ກິດ ຫຼື ຄຂທ ຂອງ​ ສ​ປ​ປ ​ລາວ ໂດຍການເປັນປະທານ ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ແລະ ປະທານຮ່ວມ Mr. Jane Chandler Deputy Head of Mission, ພ້ອມທັງບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ທີ່ຖຶກແຕ່ງຕັ້ງເປັນ ສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຂອງ​ ສ​ປ​ປ​ ລາວ ຈຳ​ນວນ 11 ທ່ານ ແລະ ພະ​ນັກ​ງານ​ວິ​ຊາ​ການ​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນຈຸດປະສານງານວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຈາກ​ຂະ​ແໜງຕ່າງໆ ຈຳ​ນວນ 35 ທ່ານເຂົ້າຮ່ວມ. ຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການຄຸ້ມ​ຄອງ​ການ​ແຂ່ງ​ຂັນ ແລະ ປົກ​ປ້ອງ​ຜູ້​ຊົມ​ໃຊ້ ປະ​ເທດ​ອົດ​ສະ​ຕາ​ລີ  (Australia Competition and Comsumer Comission ຫຼື ACCC) ພາຍ​ໃຕ້​ໂຄງ​ການ​ຮ່ວມ​ມືວຽກ​ງານ​ແຂ່ງ​ຂັນ​ໃນ​ກອບ ອາ​ຊຽນ-ອົດ​ສະ​ຕາ​ລີ​-ນີວ​ຊີ​ແລນ.

9311d3a

         ກອງປະຊຸມດັ່ງ​ກ່າວ ໄດ້​ແບ່ງ​ເປັນ 2 ພາກ, ພາກ​ເຊົ້າ​ແມ່ນ​ລົງ​ເລິກ​ດ້ານ​ນະ​ໂຍ​ບາຍ ແລະ ຈັດ​ສະ​ເພາະ ໃຫ້​ກັບສະ​ມາ​ຊິກ​ຂອງຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ ສ່ວນ​ພາກ​ບ່າຍ ແມ່ນ​ລົງ​ເລິກວຽກ​ວິ​ຊາ​ການ ຈັດ​ໃຫ້​ກັບ​ພະ​ນັກ​ງານ​ວິ​ຊາ​ການ​ທີ່​ມາ​ຈາກ​ຂະ​ແໜງ​ການ​ຕ່າງໆ ຊຶ່ງເນື້ອ​ໃນ​ຂອງ​ການ​ຈັດ​ສຳ​ມະ​ນາ ແມ່ນ​ເນັ້ນ​ໜັກ​ການ ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ແລະ ແລກ​ປ່ຽນ​ບົດ​ຮຽນ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ. ໃນກອງ​ປະ​ຊຸມ​ ທ່ານ ຂວັນ​ໃຈ ອ່ຽມ​ສຸ​ທິ, ຮອງ​ຫົວ​ໜ້າ​ກົມ​ການ​ຄ້າ​ພາຍ​ໃນ, ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​​ລາຍ​ງານ​ຄວາມ​ຄືບ​ໜ້າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ​ຂອງ ສ​ປ​ປ ​ລາວ ໃນ​ໄລ​ຍະ​ຜ່ານ​ມາຈົນ​ເຖິງ​ປະ​ຈຸ​ບັນ, ພ້ອມນັ້ນ​ ກໍ​ມີການ​ບັນ​ຍາຍ​ຈາກ​ຊ່ຽວ​ຊານ​ທີ່​ມາ​ຈາກ​ອົງ​ການ​ຄຸ້ມ​ຄອງ​ການ​ແຂ່ງ​ຂັນ ແລະ ປົກ​ປ້ອງ​ຜູ້​ຊົມ​ໃຊ້ ປະ​ເທດ​ອົດ​ສະ​ຕາ​ລີ ທ່ານ Stewart McKechnie, ແລະ ທ່ານ Frank Tibitanzl ຈາກອົງການ GIZ (Deutsche Gesellschaft  Internationale Zusammenarbeit) ແລະ ມີ​ການ​ແລກ​ປ່ຽນ​ບົດ​ຮຽນ​ຄວາມ​ເຂົ້າ​ໃນ​ໃນ​ວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຢ່າງ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ, ເນື່ອງ​ຈາກວຽກ​ງານນີ້ ເປັນ​ວຽກ​ງານ​ໃໝ່ ແລະ ​ມີ​ຄວາມ​ສັບ​ສົນ​ສົມ​ຄວນ ຊຶ່ງຕິດ​ພັນ​ກັບ​ການນຳ​ໃຊ້​ກົດ​ໝາຍ ແລະ ຫຼັກ​ເສດ​ຖະ​ສາດ ເພື່ອ​ມາຊ່ວຍ​ຮັບ​ປະ​ກັນ​ການ​ແຂ່ງ​ຂັນ​ທີ່​ເປັນ​ທຳ​ໃຫ້​ກັບ​ການ​ເຄື່ອນ​ໄຫວຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ທຸກ​ຂົງ​ເຂດ.

9312

         ກົດ​ໝາຍ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ​ຂອງ ສ​ປ​ປ​ ລາວ ໄດ້​ເປີດ​ໂຕ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ 2016, ສ່ວນຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ຫຼື ຄຂທ ແມ່ນໄດ້ຮັບການແຕ່ງຕັ້ງໂດຍ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຕາມຂໍ້ ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ຄ​ຂ​ທ ເປັນ​ອົງ​ການ​ຄຸ້ມ​ຄອງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຂອງ ສ​ປ​ປ ​ລາວ, ເນື່ອງ​ຈາກ​ເປັນ​ອົງ​ການ​ທີ່​ຫາກໍ່​ສ້າງ​ຕັ້ງ​ຂຶ້ນ ດັ່ງ​ນັ້ນ ຈຶ່ງ​ຍັງ​ມີ​ຫຼາຍ​ສິ່ງ​ທ້າ​ທາຍ ເພື່ອຮັບ​ປະ​ກັນ​ການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ແຫຼ່ງຂໍ້ມູນໂດຍ:  ໄຊສົງຄາມ ກົມການຄ້າພາຍໃນ

ຮຽບຮຽງຂ່າວໂດຍ: ພູຄໍາ ຫຼວງສຸພົນ