ການຈັດຝຶກອົບຮົມໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ພະນັກງານສົ່ງເສີມ SME ຂັ້ນແຂວງໃນການຈັດຕັ້ງປະຕິບັດແຜນພັດທະນາ SME2016-2020” ໃນລະຫວ່າງວັນທີ 17-21 ທັນວາ 2018 ທີ່ ເມືອງວັງວຽງ, ແຂວງວຽງຈັນ.
By sme pr On 26 Dec, 2018 At 11:09 AM | Categorized As ຂ່າວພາຍໃນ | With 0 Comments

02

ການຝຶກອົບຮົມໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ທັນວາ 2018 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມ SME ໂດຍມີ ນັກສໍາມະນາກອນ ຈາກບັນດາແຂວງ ແລະ ນະຄອນຫລວງວຽງຈັນ ພາກສ່ວນລະ 2 ທ່ານ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງວັງວຽງ 2 ທ່ານ, ກົມສົ່ງເສີມ SME 3 ທ່ານ, ກົມສົ່ງເສີມການຄ້າ 2 ທ່ານ, ກົມແຜນການ ແລະ ການຮ່ວມມື 1 ທ່ານ (ລວມ 44 ທ່ານ). ນັກວິທະຍາກອນ ແລະ ພະນັກງານຮັບຜິດຊອບກອງປະຊຸມ (ລວມ 23 ທ່ານ) ລວມທັງໝົດ 67 ທ່ານ.

ວິທີການຝຶກອົບຮົມ:

ການຝຶກອົບຮົມໃນ 5 ວັນ ຜູ້ເຂົ້າຮ່ວມຝຶກອົບຮົມແມ່ນໄດ້ຮັບຟັງ ແລະ ແລກປ່ຽນຄໍາຄິດຄໍາເຫັນໃນຫລາຍໆຫົວຂໍ້ ຄື: ການສົ່ງເສີມ ວນກ ແລະ ພາລະບົດບາດຂອງກົມສົ່ງເສີມ ວນກ; ກົດໝາຍວ່າດ້ວຍການສົ່ງເສີມ ວນກ; ດໍາລັດວ່າດ້ວຍການຈັດແບ່ງຂະໜາດ ວນກ; ແຜນພັດທະນາ ວນກ 2016-2020; ການເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ; ການຮ່ວມກຸ່ມທຸລະກິດ; ຕ່ອງໂສ້ມູນຄ່າເພີ້ມ; ເຄື່ອງມືການສ້າງຄວາມເຂັ້ມແຂງໃນການເຂົ້າເຖິງແຫລ່ງທຶນ; ການຄ້າເອເລັກໂຕຣນິກຜ່ານເວັບໄຊ Plaosme; ພາລະບົດບາດຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ເມືອງ; ການປະສານງານໃນການສົ່ງເສີມອຸດສາຫະກໍາຂະໜາດນ້ອຍ ແລະ ກາງ (SMI) ແລະ ຫັດຖະກໍາ; ການສົ່ງເສີມ ວນກ ທາງດ້ານການຄ້າ ແລະ ການສົ່ງເສີມສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP); ການສົ່ງເສີມ SME ໂດຍຜ່ານສູນບໍລິການ SME; ຄວາມສໍາຄັນຂອງວຽກງານຜະລິດຕະພາບຕໍ່ກັບການປັບປຸງຄຸນນະພາບຂອງການຜະລິດ ແລະ ການເຂົ້າເຖິງແຫລ່ງທຶນ ຂອງ ວນກ ໂດຍມີຜູ້ບັນຍາຍຈາກ ກົມສົ່ງເສີມ SME; ກົມຈັດຕັ້ງ ແລະ ພະນັກງານ; ກົມສົ່ງເສີມການຄ້າ; ກົມອຸດສາຫະກໍາ ແລະ ຫັດຖະກໍາ; ຊ່ຽວຊານຈາກອົງການ GIZ (ໂຄງການRelated);  ຈາກອົງການ ILO, ຈາກ Plaosme, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ; ແລະ ບໍລິສັດທີ່ປຶກສາ EDC.

ໄດ້ທົບທວນຄືນການຜັນຂະຫຍາຍແຜນພັດທະນາ ວນກ 2016-2020 ແລະ ການສ້າງແຜນພັດທະນາ ວນກ ຂອງແຂວງ ຊຶ່ງທຸກແຂວງແມ່ນໄດ້ແຕ່ງຕັ້ງຄະນະຊີ້ນໍາວຽກງານສົ່ງເສີມ ວນກ ຂອງແຂວງສໍາເລັດແລ້ວ, ໃນນີ້ ມີ 6 ແຂວງໄດ້ສ້າງແຜນພັດທະນາ ວນກ ຂອງແຂວງສໍາເລັດ ແລະ ຖືກຮັບຮອງຈາກການນໍາຂອງແຂວງແລ້ວ ຄື: ແຂວງອຸດົມໄຊ, ໄຊຍະບູລີ, ບໍລິຄໍາໄຊ, ໄຊສົມບູນ, ສາລະວັນ ແລະ ແຂວງຈໍາປາສັກ ສ່ວນແຂວງອື່ນໆ ແມ່ນຢູ່ໃນຂັ້ນຕອນປັບປຸງ ແລະ ລໍຖ້ານໍາສະເໜີເຂົ້າກອງປະຊຸມຄະນະຊີ້ນໍາຂອງແຂວງເພື່ອພິຈາລະນາ ແລະ ຮັບຮອງ ແລະ ບາງແຂວງແມ່ນລໍຖ້າເອົາເຂົ້າພິຈາລະນາໃນກອງປະຊຸມສະພາປະຊາຊົນແຂວງເພື່ອຮັບຮອງ ເຊັ່ນ ແຂວງຊຽງຂວາງ ແລະ ແຂວງອັດຕະປື (ຄວາມຄືບໜ້າຂອງການສ້າງແຜນໄດ້ຂັດຕິດມາພ້ອມນີ້).

small size

ການບັນຍາຍພິເສດ:

ໃນພາກບ່າຍຂອງວັນທີ 20 ທັນວາ 2018 ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາກ່ຽວກັບວຽກງານສົ່ງເສີມ SME ຈາກ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ. ຫລັງຈາກນັ້ນ ກໍ່ໄດ້ມີກິດຈະກໍາເຕະບານມິດຕະພາບລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍງານພົບປະແລກປ່ຽນບົດຮຽນເພື່ອສ້າງຄວາມສາມັກຄີຮັກແພງລະຫວ່າງຜູ້ເຂົ້າຮ່ວມຝຶກອົບຮົມ.

ຜົນຂອງການຝຶກອົບຮົມ:

ຜ່ານການຝຶກອົບຮົມ ແລະ ແລກປ່ຽນບົດຮຽນກັນຕະຫລອດໄລຍະ 5 ວັນ ສາມາດຕີລາຄາໄດ້ດັ່ງນີ້: ໂດຍລວມແລ້ວຜູ້ເຂົ້າຮ່ວມຝຶກອົບຮົມເຫັນວ່າເນື້ອໃນຂອງການຝຶກອົບຮົມແມ່ນເປັນປະໂຫຍດຫລາຍ, ຜູ້ເຂົ້່າຮ່ວມຝຶກອົບຮົມມີຄວາມເຂົ້າໃຈຫລາຍຂຶ້ນກ່ຽວກັບວຽກງານສົ່ງເສີມ SME ແຕ່ຍັງມີຜູ້ເຂົ້າຮ່ວມຝຶກອົບຮົມບາງທ່ານຍັງເຂົ້າໃຈກ່ຽວກັບວຽກງານການສົ່ງເສີມ SME ໃນລະດັບປານກາງ. ຜູ້ເຂົ້າຮ່ວມຝຶກອົບຮົມມີຄໍາເຫັນວ່າຈະນໍາເອົາບົດຮຽນຈາກການຝຶກອົບຮົມໃນຄັ້ງນີ້ໄປນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ວນກ ໂດຍສະເພາະການຈັດຕັ້ງປະຕິບັດແຜນພັດທະນາ SME 2016-2020 ຂອງສູນກາງ ກໍ່ຄືແຜນພັດທະນາ ວນກ ຂອງແຂວງຕາມຄວາມເໝາະສົມ ແລະ ສອດຄ່ອງກັບສະພາບຂອງແຕ່ລະທ້ອງຖິ່ນ.

ພາກສະເໜີຂອງຜູ້ເຂົ້າຮ່ວມຝຶກອົບຮົມ:

ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ສະເໜີໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍສະເພາະກົມສົ່ງເສີມ SME ໃຫ້ມີການຈັດຝຶກອົບຮົມ ຫລື ສໍາມະນາໃນລັກສະນະແບບນີ້ໃຫ້ແກ່ພະນັກງານສົ່ງເສີມ SME ຂອງແຂວງ ແລະ ເມືອງເລື້ອຍໆ ແລະ ໄດ້ສະເໜີຫົວຂໍ້ຈໍານວນໜຶ່ງເພື່ອສືບຕໍ່ຝຶກອົບຮົມລົງເລິກສະເພາະໃນຕໍ່ໜ້າ ເຊັ່ນ:

- ການວິນິໃສເກນມາດຕະຖານ ແລະ ຂໍ້ມູນແນະນໍາການບໍລິຫານຈັດການການຜະລິດທີ່ດີ GMP ແລະ ໄຄເຊັນ;

- ເຄື່ອງມືເພື່ອສ້າງຄວາມເຂັ້ມແຂງໃນການເຂົ້າເຖິງແຫລ່ງທຶນຂອງ SME;

- ການສົ່ງເສີມການເຂົ້າເຖິງການບໍລິການໃຫ້ຄໍາປຶກສາພັດທະນາທຸລະກິດ;

- ການຂຽນແຜນທຸລະກິດ ແລະ ການຂຽນໂຄງການຂໍທຶນ TA ສໍາລັບ SME;

- ການຮ່ວມກຸ່ມທຸລະກິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ກຸ່ມ;

- ຕ່ອງໂສ້ມູນຄ່າເພີ່ມ;

- ການຄ້າທາງເອເລັກໂຕຣນິກ;

- ຂັ້ນຕອນ ແລະ ວິທີການຊຸກຍູ້ສົ່ງເສີມ SME ຢູ່ທ້ອງຖິ່ນ ແລະ

- ການໄປທັດສະນະສຶກສາລະຫວ່າງແຂວງເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ງົບປະມານ:

ງົບປະມານທັງໝົດຂອງການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນນໍາໃຊ້ງົບປະມານຂອງໂຄງການ ເຂົ້າເຖິງແຫລ່ງທຶນຂອງ SME (SME A2F) ຮ່ວງກິດຈະກໍາ 2.1.7 ຮ່ວງງົບປະມານ C3T 1000 ໂດຍການສະໜັບສະໜູນ ຂອງທະນາຄານໂລກ ແລະ ອົງການຮ່ວມມື ລາວ-ເຢຍລະມັນ (GIZ-RELATED).

About -