ທ່ານ Yu Bingrui, ຮອງປະທານ ຄະນະກໍາມະການສະພາສົ່ງເສີມການຄ້າສາກົນ ແຂວງ Hu nan ແຫ່ງ ສປ ຈີນ (CCPIT Hunan Sub-Council) ເຂົ້າຢ້ຽມຂໍ່ານັບທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ
By theu vaenvongsod On 27 Dec, 2018 At 03:08 PM | Categorized As ຂ່າວສຳຄັນ | With 0 Comments

WhatsApp Image 2018-12-27 at 09.08.16

     ຕອນບ່າຍ ເວລາ 3: 10 ໂມງ ຂອງວັນທີ 26 ທັນວາ 2018 ທີ່ຫ້ອງຮັບແຂກຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ Yu Bingrui, ຮອງ​ປະທານ​ ຄະນະ​ກໍາມະການສະພາ ສົ່ງ​ເສີມ​ການ​ຄ້າ​ສາກົນສາຂາ ​​ແຂວງ Hu nan ​ແຫ່ງ ສປ ຈີນ (CCPIT Hunan Sub-Council), ສະພາການຄ້າລະຫວ່າງປະເທດ ຂອງແຂວງຫູໜານ ພ້ອມດ້ວຍ ທ່ານ WenYa ​ເລຂາທິການ​ໃຫຍ່ ສະພາ​ການ​ຄ້າ​ຫູ​ໜານ ປະ​ຈໍາ ສປປ ລາວ ​ແລະ ຄະນະ ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ເຂັມມະນີ ພົນເສນາ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງ ສປປ ລາວ ຊຶ່ງມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມ ຈໍານວນ  13  ​ທ່ານ.

WhatsApp Image 2018-12-28 at 13.13.06WhatsApp Image 2018-12-28 at 13.13.07 (2)

     ຈຸດປະສົງຂອງການເຂົ້າຢ້ຽມ​ຂໍ່ານັບໃນຄັ້ງນີ້ ແມ່ນເພື່ອຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດ​ໃຈ ຂອງ​ທ່ານ​ເລຂາ​ພັກ​ແຂວງ ໆ​ຫູ​ໜານ ທີ່ມີຄວາມເຂົ້າໃຈຮ່ວມກັນຫຼາຍດ້ານ ຄື: ດ້ານການຄ້າ, ການຮ່ວມມື, ການລົງທຶນ ແລະ ບັນດາໂຄງການທີ່ຢາກຈະມາລົງທຶນຢູ່ ສປປ ລາວ ແລະ ສ້າງຄວາມເຂົ້າໃຈ ລະຫ່ວາງ ສປປ ລາວ ກັບ ແຂວງ Hu nan, ພ້ອມ​ທັງປຶກສາ​ຫາລືແຜນການ​ເບື້ອງ​ຕົ້ນ ທີ່ທາງສະພາກການຄ້າລະຫວ່າງປະເທດ ຂອງແຂວງຫູໜານ ຢາກ​ມາ​ວາງສະ​ແດງ​ເຄື່ອງ​ກົນຈັກຮັບ​ໃຊ້ກະ​ສິກໍາ ທີ່​ເປັນ​ຕ່ອງ​ໂສ້​ຄົບ​ຊຸດ ຂອງ​ແຂວງ​ຫູ​ໜານ ​​ຢູ່ ນະຄອນຫລວງ​ວຽງ​ຈັນ ໂດຍ​ສະ​ເພາະ​ການເລີ່​ມຈາກ​ການ​ປູກ​ເຂົ້າຈົນ​ເຖິງ​ໄລຍະ​ເກັບ​ກ່ຽວຜົນ​ຜະລິດ, ເຜີຍແຜ່ເຕັກນິກວິທີການປູກ ການນໍາໃຊ້ເຄື່ອງກົນຈັກຮັບໃຊ້ການຜະລິດເຂົ້າ ​ແບບຄົບ​ຊຸດ;

WhatsApp Image 2018-12-28 at 13.13.08WhatsApp Image 2018-12-27 at 09.08.19

     ພ້ອມດຽວກັນນີ້, ທ່ານ Yu Bingrui ພ້ອມ​ຄະນະ ​ໄດ້​ກ່າວ​ຄຳ​ຂອບ​ໃຈ​ມາ​ຍັງ​ທ່ານ​ລັດຖະມົນຕີ ກະຊວງ ອຄ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ​ແລະ ມອບ​​ເຄື່ອງ​ທີ່​ລະນຶກ ທີ່​ເປັນ​ເອກ​ກະ​ລັກ​ຂອງ​ແຂວງ​ຫູ​ໜານ ​ແລະ​ ຮູບ​ພາບ​ຕັ້ງ​ໂຕະ​ຂອງ ທ່ານ​ ສີ ຈິ້ນຜີ​ງ ປະທານປະ​ເທດ​ແຫ່ງ ສປ ຈີນ​ໃຫ້​ແກ່​ທ່ານ​ລັດຖະມົນຕີ;

WhatsApp Image 2018-12-27 at 09.08.17

       ຕອນ​ທ້າຍ, ທ່ານ ລັດຖະມົນຕີກະຊວງ ອຄ ຍັງໄດ້ກ່າວຂອບ​ໃຈ ຕໍ່​ທ່ານ Yu Bingrui ພ້ອມ​ຄະນະໃນການໃຫ້ຄວາມຮ່ວມມືເປັນຢ່າງດີ ພ້ອມ​ທັງ​ມອບ​ໃຫ້​ທ່ານ​ຫົວໜ້າ​ກົມ​ສົ່ງ​ເສີມ​ການ​ຄ້າ ກະຊວງ ອຄ ສືບ​ຕໍ່​ປຶກສາ​ຫາລື​ໃນ​ລາຍ​ລະອຽດ​ຂອງ​ການ​ຮ່ວມ​ມືທີ່​ຈະ​ຮ່ວມ​ເຮັດ​ບົດ​ບັນທຶກ​ເຊັນ​ກັນສອງ​ຝ່າຍ ​ແລະ ການກະກຽມ​ຈັດ​ງານ​ວາງສະ​ແດງ​ຮ່ວມ​ກັນໃນ​ອະນາຄົດ;

WhatsApp Image 2018-12-28 at 13.13.07

ຂ່າວໂດຍ: ນ ຖື ແຫວນວົງສົດ

ພາບໂດຍ: ທ. ອະພິຊິດ ແລະ ທ. ໄພຄຳອີ