ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດກອງປະຊຸມຝຶກອົບຮົມວຽກງານປ້ອງກັນພາຍໃນ
By phaikhame evilay On 31 Dec, 2018 At 11:33 AM | Categorized As ຂ່າວສຳຄັນ | With 0 Comments

IMG_3529.4

        ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 27 ທັນວາ 2018 ທີ່ຫ້ອງປະຊຸມຊັ້ນ III ກະຊວງ ອຄ ໄດ້ເປີດກອງປະຊຸມຝຶກອົບຮົມວຽກງານປ້ອງກັນພາຍໃນ ເພື່ອເຮັດໃຫ້ພະນັກງານປ້ອງກັນພາຍໃນ ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຮູ້ພາລະ ບົດບາດ, ມີຄວາມຮູ້ຄວາມເຂົ້າໃຈພື້ນຖານ ກ່ຽວກັບວຽກງານປ້ອງກັນພາຍໃນ ແລະ ມີຄວາມເຂົ້າໃຈຂັ້ນຂອດການ ປະສານງານ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແລະ ພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ. ຊຶ່ງ ມີພະນັກງານເຂົ້າຮ່ວມທັງໝົດ 25 ທ່ານ.

IMG_3537.5

          ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ  ໂດຍມີຈຸດປະສົງ ແນໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງ ໃຫ້ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ຕໍ່ກັບ ວຽກງານປ້ອງກັນພາຍໃນໃຫ້ມີຄວາມສະຫງົບ; ການຝຶກອົບຮົມຄັ້ງນີ້ ມີເອກະສານກ່ຽວກັບທິດສະດີຄວາມຮູ້ພື້ນຖານກ່ຽວກັບວຽກງານປ້ອງກັນພາຍໃນ ແລະ ເອກະສານກ່ຽວກັບ ວຽກງານປ້ອງກັນຄວາມສະຫງົບການເມືອງພາຍໃນ ແຈກຢາຍໃຫ້ແກ່ຜູ້ເຂົ້າຮ່ວມ.

          ພ້ອມທັງການຂຶ້ນສະເໜີອ່ານຜ່ານເອກະສານທີ່ສໍາຄັນ ວຽກງານປ້ອງກັນຄວາມສະຫງົບຄັ້ງນີ້ ໂດຍ ທ່ານ ພັນໂທ ບໍລິສຸດ ໄຊຍະແສນ ຄະນະພັກ, ຮອງຫົວໜ້າກົມ 200 ກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ອະທິບາຍໃຫ້ຄໍາກະຈ່າງແຈ້ງ ຕໍ່ກັບພະນັກງານ ຫ້ອງການ, ບັນດາກົມ, ສະຖາບັນ,ບໍລິສັດ ແລະ ລັດວິສາຫະກິດ ທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ.

IMG_3535.6

      ຕອນທ້າຍ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ ໄດ້​ໃຫ້ການ​ໂອ້​ລົມ​ທິດຊີ້ນໍາ ໃຫ້ແກ່ພະນັກງານທົ່ວກະຊວງ ອຄ ໂດຍນໍາ​ເອົາ​ເນື້ອ​ໃນການເພີ່ມທະວີຕິດຕາມຄວາມເປັນລະບຽບຮຽບຮ້ອຍ​​ຂອງພາຍໃນກະຊວງ ໃຫ້ມີຄວາມສະຫງົບ ແລະ ເຂັ້ມງວດຂຶ້ນກວ່າເກົ່າ.

ພ້ອມດຽວກັນນີ້ ທ່ານ ບຸນມີ ມະນີວົງ ຮອງເລຂາພັກກະຊວງ, ຮອງລັດຖະມົນຕີ ກະຊວງ ອຄ ສະແດງຄວາມຂອບໃຈ ຕໍ່ ທ່ານ ພັນໂທ ບໍລິສຸດ ໄຊຍະແສນ ຄະນະພັກ, ຮອງຫົວໜ້າກົມ 200 ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ທີ່ໃຫ້ຄວາມຮູ້ ໃນວຽກງານປ້ອງກັນພາຍໃນ ໃຫ້ແກ່ພະນັກງານກະຊວງ ອຄ ໃນຄັ້ງນີ້.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ