ກອງປະຊຸມການເຜີຍແຜ່ ກ່ຽວກັບຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ແລະ ຄໍາແນະນໍາກ່ຽວກັບການອອກອະນຸຍາດດໍາເນີນທຸລະກິດ ຕາມຄໍາສັ່ງ 02/ນຍ
By phaikhame evilay On 23 Jan, 2019 At 03:35 PM | Categorized As ຂ່າວສຳຄັນ | With 0 Comments

IMG_3685.1

       ຕອນເຊົ້າເວລາ 9:00 ໂມງ ຂອງວັນທີ 22 ມັງກອນ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມເຜີຍແຜ່ ແລະ ຄໍາແນະນໍາ ກ່ຽວກັບ​ການ​ອອກ​ອະນຸຍາດ​ດໍາ​ເນີນ​ທຸລະ​ກິດ ຕາມຄໍາ​ສັ່ງ ເລກທີ 02/ນຍ, ລົງວັນທີ 01 ກຸ​ມພາ 2018, ​ເນື້ອ​ໃນ​ດໍາລັດ ​ເລກທີ 03/ນຍ, ລົງ​ວັນ​ທີ 10 ມັງກອນ 2019 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ບັນຊີ​ກິດຈະການ​ຄວບ​ຄຸມ ​ແລະ ກິດຈະການ​ສໍາ​ປະທານ ຂອງ ສປປ ລາວ ແລະ ບົດສະເໜີ ເນື້ອໃນຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019  ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງ ແລະ ຜູ້ຕາງໜ້າພະແນກອຸດສາຫະກໍາ ແລະ ການຄ້າ​ແຂວງ ​ແລະ ນະຄອນຫລວງ ທົ່ວປະເທດເຂົ້າຮ່ວມປະມານ 200 ກວ່າທ່ານ.

IMG_3693.2

          ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ເ​ຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນເຜີຍແຜ່ ​ເນື້ອ​ໃນດໍາລັດ ເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019 ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ບັນຊີ ກິດຈະການ​ຄວບ​ຄຸມ ​ແລະ ກິດຈະການ​ສໍາ​ປະທານ ຂອງ ສປປ ລາວ ;ການ​ແຈ້ງຂຶ້ນທະບຽນ​ແມ່ນສະເໜີຕໍ່ຄະນະກໍາມະການການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນທີ່ມີກົດໝາຍ ແລະ ນິຕິກໍາດັ່ງກ່າວ ຕ້ອງສະເໜີຂໍໃບອະນຸຍາດທີ່ກໍານົດໄວ້. ທີ່ອອກໃບອະນຸຍາດວິສາຫະກິດສ່ວນບຸກຄົນ ຫຼື ນິຕິບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງລົງທຶນໃນຮູບແບບກິດຈະການລົງທຶນສໍາປະທານ ຢູ່  ສປປ ລາວ ໃຫ້ຍື່ນຄໍາຮ້ອງຂໍລົງທຶນ ຕໍ່ຫ້ອງການ ບໍລິຫານການລົງທຶນປະຕູດຽວ ຂັ້ນສູນກາງ ຫຼື ຂັ້ນແຂວງ ເພື່ອຄົ້ນຄ້ວາ ແລະ ນໍາສະເໜີຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຕາມການແບ່ງຂັ້ນການຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ. ສ່ວນກິດຈະການ​ໃນ​ບັນຊີຄວບຄຸມ ແລະ ກິດຈະການສໍາປະທານແມ່ນປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ. ສໍາລັບ​ກິດຈະການ​ທີ່​ບໍ່​ຢູ່​ໃນ​ບັນຊີ​ຄວບ​ຄຸມ​ແມ່ນ​ໃຫ້​ປະຕິບັດ​ຕາມ​ຂັ້ນຕອນ ທີ່​ບົ່ງ​ໄວ້​ໃນ​ກົດໝາຍ ວ່າ​ດ້ວຍ​ວິ​ສາ​ຫະກິດ.

IMG_3698.3

          ດໍາລັດສະບັບນີ້ ມອບໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ ແລະ ແຂວງ ຂອບເຂດທົ່ວປະເທດ ສົມທົບກັບບັນດາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ,  ລົງເຜີຍແຜ່ ແລະ ແນະນໍາ ດໍາລັດສະບັບນີ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າໃຈຂັ້ນຕອນການອອກໃບອະນຸຍາດສ່ວນບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ  ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

IMG_3707.4

ຕອນທ້າຍ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ໄດ້​ໃຫ້ການ​ໂອ້​ລົມ​ ແລະ ທິດຊີ້ນໍາ ໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງນໍາເອົາເນື້ອໃນດໍາລັດສະບັບນີ້ ນໍາໄປເຜີຍແຜ່ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ