ກອງປະຊຸມຝຶກອົບຮົມການຄຸ້ມຄອງບໍລິຫານວຽກງານການເງິນໂຄງການ ແລະ ການນໍາສະເໜີກ່ຽວກັບຂໍ້ຕົກລົງ ວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບປັບປຸງໃໝ່ ເລກທີ 4000/ກງ, ປ່ຽນແທນ ສະບັບເລກທີ 2066/ກງ
By phaikhame evilay On 28 Jan, 2019 At 02:48 PM | Categorized As ຂ່າວພາຍໃນ | With 0 Comments

WhatsApp.1

       ຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 25 ມັງກອນ 2019 ທີ່ຫ້ອງປະຊຸມໃຫຍ່ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມຝຶກອົບຮົມ ກ່ຽວກັບຂໍ້ຕົກລົງວ່າດ້ວຍກໍານົດໝາຍການໃຊ້ຈ່າຍງົບປະມານບໍລິຫານຂອງລັດ ສະບັບເລກທີ 4000/ກງ, ລົງວັນທີ 12 ທັນວາ 2018, ໂດຍອີງຕາມ​ເນື້ອ​ໃນ​ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບ​ເລກທີ 78/ນຍ, ລົງ​ວັນ​ທີ 10 ມີນາ 2015 ແລະ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ ສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017  ມາຜັນຂະຫຍາຍ  ແລະ ຈັດຕັ້ງປະຕິບັດ; ກອງປະຊຸມດັ່ງກ່າວ ມີຜູ້ຕາງໜ້າຈາກ ຫ້ອງການ, ສະຖາບັນ ແລະ ບັນດາກົມອ້ອມຂ້າງກະຊວງ ແລະ ຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າ​ ນະຄອນຫລວງ ເຂົ້າຮ່ວມປະມານ 80 ກວ່າທ່ານ.

WhatsApp Image.2

          ກອງປະຊຸມຄັ້ງນີ້ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ລັດຕະນະພອນ ວົງສຸທິ ຫົວໜ້າພະແນກຄຸ້ມຄອງການຈັດຕັ້ງປະຕິບັດ​ໂຄງການຊ່ວຍ​ເຫຼືອຂອງຕ່າງປະ​ເທດ (NIU), ກົມແຜນການ ແລະ ການຮ່ວມມື ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ທ່ານ ນາງ ຈູມມະລີ ຄໍາມູນຕີ ຫົວໜ້າພະແນກການເງິນ, ກົມນະໂຍບາຍການເງິນ ແລະ ນິຕິກໍາ, ກະຊວງການເງິນ ປະທານຮ່ວມ ໄດ້ຂຶ້ນເຜີຍແຜ່ບັນດາເອກະສານດັ່ງກ່າວຊຶ່ງຈຸດປະສົງເພື່ອປຶກສາຫາລືລົງເລິກລາຍລະອຽດ ກ່ຽວກັບວຽກງານການເງິນ, ການນໍາໃຊ້ລະບຽບການໃຊ້ຈ່າຍງົບປະມານບໍລິຫານຂອງລັດ​ ເພື່ອອໍານວຍຄວາມສະດວກ ແລະ ໃຫ້ສອດຄ່ອງຕາມລະບຽບຫຼັກການໃນການຈັດຕັ້ງປະຕິບັດວຽກງານໂຄງການໃນຕໍ່ໜ້າລວມມີງົບປະມານພາຍໃນ ແລະ ຕ່າງ ປະເທດ ຫຼື ເງິນຊ່ວຍເຫຼືອລ້າ ແລະ ອື່ນໆ ຫັນເປັນອັນລະອຽດ ແລະ ທັງເປັນບ່ອນອີງໃຫ້ແກ່ບັນດາ ຫົວໜ່ວຍງົບປະມານແຫ່ງລັດທຸກຂັ້ນ ໃນການສ້າງແຜນ ແລະ ຈັດຕັ້ງປະຕິບັດການຄຸ້ມຄອງລາຍຈ່າຍງົບປະມານຂອງລັດ ແລະ ເງິນປະກອບສ່ວນ ຂອງສັງຄົມໃຫ້ໄດ້ເຄື່ອນໄຫວຢ່າງປົກກະຕິ ແລະ ຮັບປະກັນໃຫ້ແກ່ການປົກປັກຮັກສາ ນໍາໃຊ້ຊັບສິນຂອງລັດໃຫ້ມີຄວາມເປັນເອກະພາບ ຢ່າງມີປະສິດທິຜົນ ໃນຂອບເຂດທົ່ວປະເທດ.

WhatsApp Image.3

          ຂໍ້ຕົກລົງສະບັບນີ້ ມອບໃຫ້ບັນດາທ່ານທີ່ເຂົ້າຮ່ວມ ແລະ ຜູ້ຕາງໜ້າຈາກພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງ  ສົມທົບກັບບັນດາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ,  ລົງເຜີຍແຜ່ ແລະ ແນະນໍາ ຂໍ້ຕົກລົງສະບັບນີ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າໃຈ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

      ຕອນທ້າຍ  ທ່ານ ນາງ ລັດຕະນະພອນ ວົງສຸທິ   ໄດ້ຮຽກຮ້ອງ​ໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້​ພ້ອມກັນເອົາໃຈໃສ່ ໃນການຈັດຕັ້ງປະຕິບັດ ແລະ ຈົ່ງນໍາເອົາເນື້ອໃນຂໍ້ຕົກລົງສະບັບນີ້ ນໍາໄປເຜີຍແຜ່ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ພ້ອມທັງນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ