ອົດສະຕຣາລີໃຫ້ທຶນຊ່ວຍເຫຼືອລ້າ 4,5 ລ້ານໂດລາອົດສະຕຣາລີ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ແລະ ອໍານວຍຄວາມສະດວກດ້ານການຄ້າຢູ່ ສປປ ລາວ
By phaikhame evilay On 11 Feb, 2019 At 11:00 AM | Categorized As ຂ່າວສຳຄັນ | With 0 Comments

IMG_4187.1

        ໃນຕອນເຊົ້າ ເວລາ 10:00ໂມງ ວັນທີ 8 ກຸມພາ ປີ 2019 ທີ່ຫ້ອງປະຊຸມໃຫຍ່ຊັ້ນ I ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ຈ໋ອງ-ເບີນາລ໌ ຄາຣາສ໌ໂກ ເອກອັກຄະລັດຖະທູດ ອົດສະຕຣາລີປະຈໍາ ສປປ ລາວ ໄດ້ປະກາດໃຫ້ທຶນຊ່ວຍເຫຼືອລ້າ ຈໍານວນ 4,5 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນການປະຕິຮູບດ້ານການ​ອຳ​ນວຍ​ຄວາມສະດວກໃນການດໍາເນີນທຸລະກິດ ແລະ ການຄ້າ ພ້ອມທັງການພັດທະນາພາກເອກະຊົນໃນ ສປປ ລາວ.

      ໃນພິທີເຊັນສັນຍາ​ໄດ້ຈັດຂຶ້ນທີ່ກະຊວງອຸດສະຫະກໍາ ແລະ ການຄ້າ ​ໂດຍທ່ານ ຈ໋ອງເບີນາລ໌ ຄາຣາສ໌ໂກ ໄດ້ກ່າວວ່າ: ປະ​ເທດອົດສະຕຣາລີ ມີ​ຄວາມຍິນດີທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ແລະ ທະນາຄານໂລກ ເພື່ອປັບປຸງຄວາມສະດວກໃນການດໍາເນີນທຸລະກິດ, ການຄ້າ ແລະ ຄວາມສາມາດໃນການແຂ່ງຂັນ ຂອງບັນດາຫົວໜ່ວຍທຸລະກິດໃນລາວ. ການຊ່ວຍເຫຼືອຂອງພວກເຮົາ ຕໍ່ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ ຈະຊ່ວຍໃຫ້ ປະເທດລາວພັດທະນາພາກເອກະຊົນ, ເຊື່ອມໂຍງເສດຖະກິດເຂົ້າ​ສູ່ພາກພື້ນ ແລະ ​ສາ​ກົນພ້ອມທັງຈັດຕັ້ງປະຕິບັດຕາມກົດລະບຽບສາກົນ ທີ່ສົ່ງເສີມສະເຖຍລະພາບ ແລະ ຄວາມຈະເລີນຮຸ່ງເຮືອງໃນພາກພື້ນຂອງພວກເຮົາ.

ທຶນຊ່ວຍເຫຼືອລ້າຖືກສະໜອງໃຫ້ ຜ່ານກອງທຶນຜູ້ໃຫ້ທຶນຫຼາຍຝ່າຍ ​ເປັນຕົ້ນໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງສປປ ລາວ ບໍລິຫານໂດຍທະນາຄານໂລກ ຈະເປັນການສືບຕໍ່ການຊ່ວຍເຫຼືອຂອງອົດສະຕຣາລີ ຕໍ່ບູລິມະສິດການປະຕິຮູບເສດຖະກິດຂອງລັດຖະບານແຫ່ງ ສປປ ລາວ ເຊິ່ງປະກອບດ້ວຍການຈັດຕັ້ງປະຕິບັດ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 02/ນຍ ​ວ່າ​ດ້ວຍ​ການ​ປັບ​ປຸງ​ບັນ​ດາ​ລະ​ບຽບ​ການ ແລະ ກົນ​ໄກ​ປະ​ສານ​ງານ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ຢູ່ ສ​ປ​ປ ລາວ. ການຊ່ວຍເຫຼືອຂອງອົດສະຕຣາລີຈະເປັນສ່ວນໜຶ່ງ ໃນການສ້າງວຽກເຮັດງານທໍາໃຫ້ເພີ່ມຂຶ້ນ ແລະ ສ້າງໂອກາດໃນການສ້າງລາຍຮັບໃຫ້​ແກ່ຄົນລາວ.

IMG_4167.2

     ໃນພິທີເຊັນສັນຍາ ທ່ານ ຈ໋ອງເບີນາລ໌ ຄາຣາສ໌ໂກ  ຍັງໄດ້ກ່າວອີກວ່າ: ອົດສະຕຣາລີ ມີຄວາມພາກພູມໃຈຕໍ່ການຊ່ວຍເຫຼືອໄລຍະຍາວ ຂອງພວກເຮົາໃຫ້ແກ່ການອໍານວຍຄວາມສະດວກດ້ານການຄ້າ, ການພັດທະນາພາກເອກະຊົນ ແລະ ການປະຕິຮູບເສດຖະກິດ. ໃນໄລຍະໜຶ່ງທົດສະວັດຜ່ານມາ ໂດຍຜ່ານໂຄງການພັດທະນາດ້ານການຄ້າ ໄລຍະ 1 ແລະ 2, ອົດສະຕ​ຣາລີ ໄດ້ໃຫ້ທຶນຊ່ວຍເຫຼືອຫຼາຍກວ່າ 12 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນວຽກງານອໍານວຍຄວາມສະດວກດ້ານການຄ້າ ແລະ ການພັດທະນາພາກ ເອກະຊົນໃນ ສປປ ລາວ ໃນນີ້ລວມທັງການສະໜັບສະໜູນໃຫ້ລາວເຂົ້າ​ເປັນ​ສະ​ມາ​ຊິກອົງການການຄ້າໂລກ ແລະ ປະຕິບັດຕາມພັນທະ ຂອງສະມາຊິກອົງການການຄ້າໂລກ ໃນເດືອນ ກໍລະກົດ ປີ 2018 ອົດສະຕຣາລີໄດ້ຖືກເລືອກໃຫ້ເປັນປະທານຮ່ວມ ຂອງກອງປະຊຸມຂະແໜງການຄ້າ ແລະ ພາກເອກະຊົນ, ເຊິ່ງເປັນກົນໄກໃນການປະສານງານລະຫວ່າງຄູ່ຮ່ວມພັດທະນາ ແລະ ເປັນສ່ວນໜຶ່ງຂອງກອງປະຊຸມໂຕະມົນກ່ຽວກັບການພັດທະນາ.

       ທ່ານ ນິໂກລາ ພົນທາຣາ, ຜູ້ຈັດການທະນາຄານໂລກປະຈໍາ ສປປ ລາວ ໄດ້ກ່າວວ່າ: “ການສ້າງຄວາມເຂັ້ມແຂງໃຫ້ພາກເອກະຊົນໃນ ສປປ ລາວ ເປັນບູລິມະສິດທີ່ສໍາຄັນ ຂອງການພັດທະນາເພາະເປັນຂະແໜງການທີ່ສາມາດສ້າງວຽກເຮັດງານທໍາ ແລະ ເຮັດໃຫ້ເສດຖະກິດເຕີບໃຫຍ່ຢ່າງຮອບດ້ານ. ໂຄງການນີ້ມີຈຸດປະສົງເພື່ອຮັບປະກັນວ່າ ບັນດາຫົວໜ່ວຍທຸລະກິດໂດຍສະເພາະແມ່ນທຸລະກິດຂະໜາດນ້ອຍ, ທຸລະກິດທີ່ບໍລິຫານໂດຍຜູ້ຍິງ ແລະ ບັນດາທຸລະກິດທີ່ຢູ່ນອກສູນກາງເສດຖະກິດຫຼັກ ສາມາດໄດ້ຮັບປະໂຫຍດຈາກການປະຕິຮູບຂອງພາກລັດ. ພວກເຮົາມີຄວາມຍິນດີສືບຕໍ່ການຮ່ວມມືທີ່ມີມານານ ກັບອົດສະຕຣາລີໃນວາລະທີ່ສໍາຄັນນີ້”

IMG_4178.3

         ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສະກໍາ ແລະ ການຄ້າ ເຊິ່ງເປັນສັກຂີພະຍານໃນພິທີເຊັນສັນຍາການຊ່ວຍເຫຼືອ ໄດ້ກ່າວວ່າ: “ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ ແມ່ນ​ໜຶ່ງ​ໃນ​ຄູ່​ຮ່ວມ​ພັດ​ທະ​ນາ​ຫຼັກ​ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜູນ ສ​ປ​ປ​ ລາວ ໃນ​ໄລ​ຍະ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ທຶນ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດ​ທະ​ນາ​ຈາກ​ອົດ​ສະ​ຕຣາ​ລີ ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ໃນ​ຂະ​ແໜງການ​ສຶກ​ສາ, ການ​ພັດ​ທະ​ນາ​ເຂດ​ຊົນ​ນະ​ບົດ ແລະ ການ​ປັບ​ປຸງ​ການ​ຄ້າ, ໂດຍ​ສະ​ເພາະ​ແມ່ນ​ທຶນ​ຊ່ວຍ​ເຫຼືອ​ລ້າ ​ທີ່​ລັດ​ຖະ​ບານ​ອົດ​ສະ​ຕ​ຣາ​ລີ​ໄດ້​ມອບ​ເຂົ້າ​ໃນ​ບ້ວງ​ທຶນ​ຊ່ວຍ​ເຫຼືອ​ລ້າ​ຫຼາຍ​ຝ່າຍ ທີ່​ຫ້ອງ​ການ​ທະ​ນາ​ຄານ​ໂລກ​ເປັນ​ຜູ້​ບໍ​ລິ​ຫານ, ເຊິ່ງ​ເປັນ​ການ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ ສ​ປ​ປ ລາວ​ ໃນ​ການ​ເຊື່ອ​ມໂຍງ​ລະ​ບົບ​ການ​ຄ້າ​ເຂົ້າ​ສູ່​ພາກ​ພື້ນ ແລະ ສາ​ກົນ, ທັງ​ເປັນ​ການ​ປັບ​ປຸງ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ​ເພື່ອ​ສົ່ງ​ອອກ ​ຂອງ​ຂະ​ແໜງກ​ານ​ທີ່ບໍ່​ແມ່ນ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ອີກ​ດ້ວຍ”. “ເນື່ອງ​ຈາກ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜູນຈາກ​ທະ​ນາ​ຄານ​ໂລກ, ອົດ​ສະ​ຕຣາ​ລີ ແລະ ໄອ​ແລນ, ພ​ວກ​ຂ້າ​ພະ​ເຈົ້າ ​ຈະໄດ້​ຈັດກ​ອງ​ປະ​ຊຸມ​ເປີດ​ໂຄງ​ການ​ສົ່ງ​ເສີມ​ຄວາມ​ສາ​ມາດ​ໃນ​ການ​ແຂ່ງ​ຂັນ ແລະ ການ​ຄ້າ ຂອງ ສ​ປ​ປ ລາວ, ເຊິ່ງ​ມີ​ເປົ້າ​ໝາຍ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ພາກ​ເອ​ກະ​ຊົນໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂຶ້ນ​. ພວກ​ຂ້າ​ພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ເປັນ​ຢ່າງ​ສູງ​ ມາ​ຍັງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ອົດ​ສະ​ຕຣາ​ລີ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ເພື່ອ​ພັດ​ທະ​ນາ ສ​ປ​ປ ລາວ ໃນ​ໄລ​ຍະ​ຜ່ານ​ມາ​ຮອດ​ປະ​ຈຸ​ບັນ ແລະ ພວກ​ຂ້າ​ພະ​ເຈົ້າພ້ອມ​ແລ້ວທີ່​ຈະ​ນໍາ​ເອົາ​ທຶນ​ຊ່ວ​ຍ​ເຫຼື​ອດັ່ງກ່າວ ​ນໍາ​ໃຊ້​​ເຂົ້າໃນ​ການປະຕິຮູບດ້ານການ​ອຳ​ນວຍ​ຄວາມສະດວກໃນການດໍາເນີນທຸລະກິດ ແລະ ການຄ້າ ພ້ອມທັງການພັດທະນາພາກເອກະຊົນໃນ ສປປ ລາວ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ