ກອງປະຊຸມເປີດໂຄງການສົ່ງເສີມ ຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ
By theu vaenvongsod On 25 Feb, 2019 At 11:06 AM | Categorized As ຂ່າວສຳຄັນ | With 0 Comments

IMG_4198

     ໃນວັນທີ 15 ກຸມພາ 2019, ທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ກຽດເປັນປະທານ ໄຂກອງປະຊຸມເປີດໂຄງການ ສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT); ຊຶ່ງຈຸດປະສົງຂອງໂຄງການດັ່ງກ່າວ ແມ່ນເພື່ອສະໜັບສະໜູນ, ອຳນວຍຄວາມສະດວກ ໃນການສ້າງສະພາບແວດລ້ອມ ໃນການດຳເນີນທຸລະກິດ, ລວມທັງທຸລະກິດຈຸນລະພາກ ທີ່ແມ່ຍິງເປັນເຈົ້າຂອງ. ກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມຫຼາຍກ່ວາ 100 ທ່ານຈາກຄູ່ຮ່ວມພັດທະນາສາກົນ, ພາກສ່ວນຈັດຕັ້ງປະຕິບັດໂຄງການ ແລະ ພາກເອກະຊົນທີ່ກ່ຽວຂ້ອງ.  

     ໂຄງການ LCT ແນໃສ່ເພື່ອເຮັດໃຫ້ລະບຽບການທາງທຸລະກິດງ່າຍດາຍຂຶ້ນ, ອຳນວຍຄວາມສະດວກທາງການຄ້າ, ປັບປຸງຄວາມສາມາດໃນການແຂ່ງຂັນຂອງບໍລິສັດ ທັງນີ້ ກໍເພື່ອຕອບສະໜອງຕາມແຜນການພັດທະນາເສດຖະກິດສັງຄົມ ຄັ້ງທີ 8 ຂອງລັດຖະບານ. ໂຄງການດັ່ງກ່າວ ໃຫ້ການສະໜັບສະໜູນ ການປັບປຸງລະບຽບທີ່ຕິດພັນກັບການດຳເນີນທຸລະກິດ, ດັ່ງທີ່ໄດ້ລະບຸ​ໄວ້ໃນຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ແລະ ເພື່ອໃຫ້ສອດຄ່ອງກັບວິໄສທັດຂອງລັດຖະບານ ໃນການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ທີ່ຖືກຮັບຮອງໂດຍກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອປັບປຸງຄວາມສາມາດໃນການແຂ່ງຂັນ ຂອງວິສາຫະກິດຂອງລາວ, ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ແລະ ການເຊື່ອມໂຍງເສດຖະກິດພາຍໃຕ້ກອບ ອົງການການຄ້າໂລກ (WTO) ແລະ ອາຊຽນ (ASEAN).

IMG_4196

     ທ່ານນາງ ເຂັມມະນາ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວໃນກອງປະຊຸມວ່າ: ກອງປະຊຸມເປີດໂຄງການ LCT ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ ໃນການສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ ແລະ ການປ່ຽນແປງໄປສູ່ສະພາບແວດລ້ອມ ທີ່ເອື້ອອຳນວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ, ລວມທັງ ທຸລະກິດຈຸນລະພາກທີ່ແມ່ຍິງເປັນເຈົ້າຂອງ ແລະ ບໍລິຫານ. ກອງປະຊຸມໃນມື້ນີ້ ຖືກຈັດຂຶ້ນ ທ່າມກາງທີ່ລັດຖະບານ ຂອງ ສປປ ລາວ ພວມຂຸ້ນຂ້ຽວຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 02/ນຍ, ທີ່ແນໃສ່ປັບປຸງສະພາບແວດລ້ອມ, ໂດຍສະເພາະແມ່ນການຈັດລຳດັບເສດຖະກິດທາງການຄ້າ ຂອງ ສປປ ລາວ ທີ່ໄດ້ລະບຸໃນບົດລາຍງານຂອງທະນາຄານໂລກ. ທຶນຂອງໂຄງການ LCT ແມ່ນມີຄວາມໝາຍສຳຄັນຍິ່ງ ສຳລັບການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 02/ນຍ ແລະ ບູລິມະສິດການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ”. ພ້ອມ​ກັນ​ນີ້, ກອງປະຊຸມຍັງໄດ້ປຶກສາຫາລືກົນໄກການຈັດຕັ້ງປະຕິບັດໂຄງການ ​ໂດຍການສະ​ເໜີ​ບົດ​ຈາກ​​ທ່ານ ພູ​ວຽງ ພົງສາ ຮອງ​ຫົວໜ້າ​ກົມ​ແຜນການ ​ແລະ ກາ​ນຮ່ວມ​ມື, ກະຊວງ ອຄ ​ແລະ ການແນະ​ນໍາ ແຜນຄາດຄະເນຜົນໄດ້ຮັບ ແລະ ຄວາມເອົາໃຈໃສ່ດ້ານບົດບາດຍິງຊາຍ ຂອງໂຄງການ ​ໂດຍ​ທ່ານ Mombert Hoppe, ນັກ​ເສດຖະສາດ​ອາວຸ​ໂສ, ຫົວໜ້າ​ທີ​ມງານ​ ຈາກ​ທະນາຄານ​ໂລກ.

IMG_4202IMG_4208

      ໂຄງການ LCT ໄດ້ຮັບເງິນກູ້ຢືມແບບຜ່ອນຜັນຈາກທະນາຄານໂລກ, ທຶນຊ່ວຍເຫຼືອລ້າຫຼາຍຝ່າຍຈາກລັດຖະບານອົດສະຕຣາລີ ແລະ ລັດຖະບານໄອແລນ.

IMG_4216

     ນອກຈາກ​ນີ້, ຜູ້​ເຂົ້າຮ່ວມ​ກອງ​ປະຊຸມ​ ​ໂດຍຕາງໜ້າ​ຈາກ​ຝ່າຍລາວໄດ້​ປະກອບ​ຄຳ​ຄິດ​ເຫັນ​ຕໍ່​ບົດ​ສະ​ເໜີ ຢ່າງ​ກົງ​ໄປ​ກົງ​ມາ.

IMG_4225

ຂ່າວ​ໂດຍ: ນ ຖື ​ແຫວນ​ວົງ​ສົດ