ຝຶກອົບຮົມ “ການສົ່ງເສີມການຮ່ວມກຸ່ມທຸລະກິດ”
By sonsathit rasavong On 6 Mar, 2019 At 10:13 AM | Categorized As ຂ່າວພາຍໃນ | With 0 Comments

          ໃນລະຫວ່າງວັນທີ 25 ກຸມພາ – 01 ມີນາ 2019 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມຫົວຂໍ້: ‘’ການສົ່ງເສີມການຮ່ວມກຸ່ມທຸລະກິດ Cluster’’ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ ທີ່ຫ້ອງປະ ຊຸມ ລີສອດແຫຼວຄຳປະເສີດ, ແຂວງວຽງຈັນ, ໂດຍໃຫ້ກຽດເປັນປະທານທ່ານ ວຽງສະຫວັນ ທອງເພັງບັນທະວົງ ຮອງຫົວໜ້າພະແນກ ອຄ ແຂວງວຽງຈັນ.​ ມີນັກສໍາມະນາກອນ ຈໍານວນ 36 ທ່ານ, ​ຍິງ 11 ທ່ານ ມາຈາກ 2 ເມືອງຄື: ເມືອງທຸລະຄົມ ແລະ ເມືອງໂພນໂຮງ.

WhatsApp Image 2019-02-25 at 11.47.06 AM

          ແຂວງວຽງຈັນເປັນແຂວງທີ່ໄດ້ຈັດຕັ້ງປະຕິບັດໂຄງການເພື່ອເຮັດໃຫ້ບັນດາພາກທຸລະກິດ ແລະ ພາກລັດ ມີຄວາມເຂົ້າໃຈເຖິງຄວາມສຳຄັນຂອງການສ້າງຕັ້ງກຸ່ມຮ່ວມທຸລະກິດຮ່ວມກັນ ເພື່ອການຕອບສະໜອງໃຫ້ມີການຜະລິດເປັນສິນຄ້າ.

          ແລະໃນລະຫວ່າງວັນທີ 04 – 08 ມີນາ 2019 ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກໍ່ໄດ້ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ​ໄຊ​ຍະ​ບູລີ ໃນຫົວຂໍ້ດຽວກັນກັບແຂວງວຽງຈັນ ທີ່ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້, ​ເມືອງ​ພຽງ, ແຂວງ​ໄຊ​ຍະ​ບູລີ, ໂດຍໃຫ້ກຽດເປັນປະທານ ທ່ານ ສຸວັນ​ທອງ ພູມ​ມະ​ວົງ ຮອງ​ເຈົ້າ​ເມືອງ ​ເມືອງ​ພຽງ, ​ແຂວງ​ໄຊ​ຍະ​ບູລີ ​ແລະ ກ່າວ​ຈຸ​ດປະສົງ​ຂອງ​ໂຄງການ​ແມ່ນ ທ່ານ ສາ ສີ​ລິ​ພົງ ຮອງ​ຫົວໜ້າກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ. ມີນັກສຳມະນາກອນ ຈຳນວນ 32 ທ່ານ, ​ຍິງ 5 ທ່ານ ມາຈາກເມືອງພຽງ ​ແລະ ຜູ້​ສັງ​ເກດການທີ່ມາຈາກເມືອງອ້ອມຂ້າງ.

WhatsApp Image 2019-03-04 at 11.20.22 AM

         ຈຸດປະສົງການຈັດຕັ້ງປະຕິບັດໂຄງການຂອງສອງແຂວງ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາພາກທຸລະກິດ ແລະ ພາກລັດເຫັນເຖິງຄວາມສຳຄັນຂອງການສ້າງຕັ້ງກຸ່ມຮ່ວມທຸລະກິດ ເພື່ອຕອບສະໜອງໃຫ້ມີການຜະລິດເປັນສິນຄ້າ, ສ້າງຄວາມເຂັ້ມແຂງ, ຄວາມອາດສາມາດໃນການແຂ່ງຂັນ ແລະ ການເຂົ້າເຖິງຕະຫຼາດ, ຂໍ້ມູນຂ່າວສານດ້ານຕ່າງໆໂດຍງ່າຍ. ອີກດ້ານໜຶ່ງກໍ່ເພື່ອເຮັດໃຫ້ປະຊາຊົນ ຫຼື ຈຸນລະວິສາຫະກິດທີ່ລວມຕົວເຂົ້າກັນແລ້ວມີໂອກາດໃນການສ້າງຄວາມເຂັ້ມແຂງແລກປ່ຽນບົດຮຽນໃໝ່ໆ, ມີການຂະຫຍາຍຕົວພາຍໃນກຸ່ມທຸລະກິດໃຫ້ມີການພັດທະນາແບບຍືນຍົງດ້ວຍຕົວເຂົາເຈົ້າເອງ.

         ໂຄງການດັ່ງກ່າວໄດ້ລິ ເລີ່ມແຕ່​ປີ 2015  ໂດຍກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຜູ້ຈັດ​ຕັ້ງ​ປະ​ຕິ​ບັດ​,  ​ເບື້ອງຕົ້ນແມ່ນປະຕິບັດຢູ່ 3 ແຂວງ ​ເຊັ່ນ : ນະ​ຄອນຫຼວງວຽງ​ຈັນ, ແຂວງ​ຄຳ​ມ່ວນ ແລະ ​ແຂວງສະ​ຫັວນ​ນະ​ເຂດ. ສຳລັບປີ 2019 ເຫັນວ່າແຂວງວຽງຈັນ ກໍ່ມີທ່າແຮງໃນການຜະລິດ ເຂົ້າເປັນສິນຄ້າ ໂດຍມີບັນດາກຸ່ມເປົ້າໝາຍເຂົ້າຮ່ວມເຊັ່ນ:  ກຸ່ມໂຮງສີເຂົ້າ, ກຸ່ມຂາຍເຂົ້າ, ກຸ່ມເກັບຊື້ເຂົ້າ ແລະ ກຸ່ມຜະລິດແນວພັນເຂົ້າ. ທໍາອິດຈະໃຫ້ບັນດາກຸ່ມມີການ​ຝຶກ​ອົບຮົມ ກ່ຽວກັບ​ວີທີການສ້າງຕັ້ງກຸ່ມ, ການບໍລິຫານກຸ່ມທຸລະກິດ, ລະບຽບຂໍ້ກໍານົດ ແລະ ນະໂຍບາຍຕ່າງໆ ພາຍໃນກຸ່ມ, ການປະເມີນຄວາມຈຳເປັນ, ຂໍ້ໄດ້ປຽບ ແລະ ຂໍ້ເສຍປຽບຂອງການເຮັດເປັນກຸ່ມທຸລະກິດ, ການກຳນົດການເຄື່ອນໄຫວກິດຈະກໍາ, ການເຮັດວຽກຮ່ວມກັນ, ການແກ້ໄຂບັນຫາ, ການສື່ສານ, ການບໍລິຫານດ້ານການເງິນຂອງທຸລະກິດ, ການຕະຫຼາດ, ແຜນດຳເນີນງານ ​ເພື່ອ​ກ້າວ​ເຂົ້າ​ໄປ​ຫາ​ການ​ໄດ້​ຮັບໃບຢັ້ງຢືນເປັນກຸ່ມຂອງແຂວງໃຫ້ປະກົດຜົນເປັນຈິງໃນການສ້າງເປັນຕົວແບບ​ຂອງ​ການຮ່ວມ​ກຸ່ມທຸລະກິດ Cluster.

ແຫຼ່ງຂ່່າວໂດຍ: ນາງ ພິມພອນ ສາຍສູນທອນ ວິຊາການ

ກົມສົ່ງເສີ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຮຽບຮຽງໂດຍ: ພູຄໍາ ຫຼວງສຸພົນ