ຜົນສຳເລັດກອງປະຊຸມ ພົບປະທຸລະກິດ ລາວ-ບຣູໄນ
By theu vaenvongsod On 28 Mar, 2019 At 01:43 PM | Categorized As ຂ່າວສຳຄັນ | With 0 Comments

IMG-20190322-WA0041      

     ໃນວັນທີ 16 ກຸມພາ 2018 ເວລາ 13:30 ໂມງ, ທີ່ໂຮງແຮມ ເດີ ເອັມພາຍ, ປະເທດບຣູໄນ ຊຶ່ງພາຍໃຕ້ການເປັນທານຂອງທ່ານ ນ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ  ແລະ ທ່ານ Dato Amin Liew , ລັດຖະມົນຕີປະຈໍາສຳນັກງານນາຍົກລະຖະມົນຕີ, ທັງເປັນລັດຖະມົນຕີກະຊວງການເງິນ ແລະ ເສດຖະກິດ ຜູ້ທີ່ສອງ ແຫ່ງປະເທດບຣູໄນ. ພ້ອມທັງ ຄະນະຜູ້ແທນຈາກຝ່າຍລາວທີ່ເຂົ້າຮ່ວມກອງປະຊຸມໂດຍມີ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ , ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຕາງໜ້າຈາກກະຊວງ ແລະ ຄະນະທຸລະກິດລາວຈາກ 20 ບໍລິສັດເຂົ້າຮ່ວມ ເຊິ່ງລວມມີຂະແໜງການຄ້າ, ໄອທີ, ກະສິກຳ, ກໍ່ສ້າງ ແລະ ອື່ນໆ ສຳລັບຄະນະຜູ້ແທນ ຝ່າຍບຣູໄນທີ່ເຂົ້າຮ່ວມມີ ທ່ານ Dato Mat Suny, ລັດຖະມົນຕີກະຊວງພະລັງງານ, ຊັບພະຍາກອນມະນຸດ ແລະ ອຸດສາຫະກຳ, ຮອງລັດຖະມົນຕີ ກະຊວງການເງິນ ແລະ ເສດຖະກິດ, ປະທານສະພາການຄ້າ  ແລະ ອຸດສາຫະກຳແຫ່ງຊາດບຣູໄນ ພ້ອມດ້ວຍຕາງໜ້າຈາກພາກລັດ ແລະ ຄະນະທຸລະກິດບຣູໄນ ປະມານ 30 ບໍລິສັດຈາກຂະແໜງການຕ່າງໆເຊັ່ນ: ກໍ່ສ້າງຂົວທາງ, ກະສິກຳ, ອຸດສາຫະກຳ, ການບໍລິການ, ໂຮງແຮມ-ຮ້ານອອາຫານ, ການຜະລິດອາຫານຮາລາ (Halal), ການຂົນສົ່ງ, ໂລຈິດສະຕິກ, ໄອຊີທີ, ໂຄງການພັດທະນາໄອຊີທີ, ການຄ້າ ແລະ ການລົງທຶນ.

IMG-20190322-WA0031IMG-20190322-WA0027IMG-20190322-WA0025

     ຈຸດປະສົງຕົ້ນຕໍ ຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປັນການສົ່ງເສີມ ແລະ ເສີມສ້າງລະບົບການພັດທະນາຍຸດທະສາດດ້ານການຄ້າ-ການລົງທຶນ ລະຫວ່າງ ລາວ-ບຣູໄນ  ແລະ ເພື່ອເປັນການສົ່ງເສີມການພົວພັນ ແລະ ການຮ່ວມມື ລະຫວ່າງທຸລະກິດ ລາວ ແລະ ບຣູໄນ ໃຫ້ນັບມື້ນັບແໜ້ນແຟ້ນ, ສ້າງໂອກາດໃຫ້ ເຂົາເຈົ້າໄດ້ມີການພົບປະ ແນະນຳທຸລະກິດຂອງຕົນ ແລະ ກ້າວໄປເຖິງການປືກສາຫາລືຮ່ວມກັນ ໃນການດຳເນີນທຸລະກິດຮ່ວມກັນໃນອະນາຄົົດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

      ພາຍໃຕ້ກອງປະຊຸມຄະນະຜູ້ແທນແມ່ນໄດ້ຮັບຟັງການນໍາສະເໜີບົດຈາກຄະນະການນໍາທັງ 2 ປະເທດ ແລະ ໄດ້ຮັບຮູ້ກ່ຽວກັບສະພາບລວມ,ນະໂຍບາຍ, ທ່າແຮງ, ກາລະໂອກາດ ທາງດ້ານການຄ້າ ແລະ ການລົງທຶນ ຂອງ 2 ປະເທດໂດຍສັງເຂບ ເຊິ່ງເຮັດໃຫ້ນັກທຸລະກິດທັງ 2 ປະເທດ ມີຄວາມເຂົ້າໃຈເພີ່ມຂຶ້ນ ແລະ ເປັນພື້ນຖານອັນດີໃນການຊອກຫາຊ່ອງທາງໃນການຮ່ວມມືກັນ. ນອກຈາກນັ້ນກໍ່ໄດ້ມີການ ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ  ແລະ ອຸດສາຫະກຳ ແຫ່ງຊາດ ບຣູໄນ ເຊິ່ງຈະເປັນບ່ອນອີງອັນສຳຄັນໃນການເສີມຂະຫຍາຍການຮ່ວມມືຂອງທຸລະກິດ ລາວ- ບຣູໄນ ໃນຂະແໜງການຕ່າງໆເຊັ່ນ: ການລົງທຶນ, ກະສິກໍາ, ທ່ອງທ່ຽວ,ໄອຊີທີ, ພະລັງງານ ແລະ ອື່ນໆ.

IMG-20190322-WA0026IMG-20190322-WA0032

      ຄຽງຄູ່ກັນນັ້ນ, ຍັງມີການພົບປະປືກສາຫາລື ແລກປ່ຽນຂໍ້ມູນລະຫວ່າງທຸລະກິດລາວ ແລະ ບຣູໄນ ເຊິ່ງທຸລະກິດທັງສອງຝ່າຍມີຄວາມສົນໃຈຮ່ວມມືກັນໃນຫຼາຍໆຂະແໜງການເຊັ່ນ:

 -       ສຄອຊ ໄດ້ສະເໜີຕໍ່ ສຄອ ບຣູໄນ ໃຫ້ການສະໜັບສະໜູນ ສຄອຊ ສ້າງລະບົບອອກໃບຢັ້ງຢືນ ອາຫານ ຮາລາ ຢ່າງເປັນທາງການທີ່ ສປປ ລາວ ເພື່ອອຳນວຍຄວາມສະດວກໃນການດຳເນີນການ ຜະລິດ ແລະ ສົ່ງອອກຜະລິດຕະພັນອາຫານລາວ ແລະ ອາຫານຮາລາ ສປປ ລາວ.

-       ກຸ່ມບໍລິສັດ ຈະເລີນພັດທະນາ ແລະ ບໍລິສັດ Koperasi Bumiputera Bersatu Berhad ມີເຈດຈຳນົງຮ່ວມມືກັນລົງທຶນໃນໂຄງການຟາມໄກ່ ແລະ ປຸງແຕ່ງອາຫານ ຮາລາ ທີ່ ສປປ ລາວ ຕາມມາດຕະຖານ ບຣູໄນ ແລະ ສົ່ງອອກໄປປະເທດທີສາມ,ໂດຍຝ່າຍລາວ ຈະເປັນຜູ້ສະໜອງແຮງງານ ແລະ ສະຖານທີ່ ແລະ ຝ່າຍບຣູໄນ ເປັນຜູ້ສະໜອງທຶນ ແລະ ເຕັກນິກ, ເຊິ່ງຝ່າຍບຣູໄນ ຈະມາຢ້ຽມຢາມ ສປປ ລາວ ແລະ ບໍລິສັດເພື່ອປືກສາຄວາມເປັນໄປໄດ້ໃນການຮ່ວມມືກັນ ໃນອະນາຄົດອັນໃກ້ນີ້;

-       ກຸ່ມບໍລິສັດ SK ເຊິ່ງເປັນປະທານສະມາຄົມມຸດສະລິມ ຢູ່ ສປປ ລາວ ມີຄວາມໃຈຮ່ວມມືການປຸງແຕ່ງອາຫານ ຮາລາ ທີ່ ສປປ ລາວ;

-       ຮ້ານປະຕູໄຊ ຄາເຟ້ ແລະ ບໍລິສັດ Jisco Marine ມີຄວາມສົນໃຈຮ່ວມມືກັນທາງດ້ານການປຸງແຕ່ງອາຫານ ໂດຍສະເພາະແມ່ນອາຫານ ຮາລາ.

-       ບໍລິສັດສະຫວັນປາຊີຟີກ ມີຄວາມສົນໃຈຮ່ວມມືສ້າງໂຮງງານປຸງແຕ່ງຊີ້ນໄກ່ຄົບວົງຈອນ ທີ່ເຂດເສດຖະກິດພິເສດສະຫວັນປາກ ແລະໄດ້ສະເໜີໃຫ້ຄູ່ຮ່ວມຝ່າຍບຣູໄນ ຊ່ວຍສະໜັບສະໜູນການອອກໃບຢັ້ງຢືນອາຫານ ຮາລາ ໃຫ້ຝ່າຍລາວ.

-       ກຸ່ມບໍລິສັດປີໂຕຣຽມເທຣດດີ້ງລາວມະຫາຊົນ ສົນໃຈຮ່ວມມືກັບທຸລະກິດບຣູໄນ ສຶກສາການພັດທະນາໂຄງການໂຮງກັ່ນນ້ຳມັນ ທີ່ ສປປ ລາວ ແລະ ໃຫ້ສອດຄ່ອງກັບການພັດທະນາທ່າເຮືອບຸງອາງ ທີ່ ສສ ຫວຽດນາມ. ນອກຈາກນັ້ນຍັງໄດ້ປຶກສາຫາລືຄວາມເປັນໄປໄດ້ ກ່ຽວກັບການນຳເຂົ້ານ້ຳມັນຈາກ ບຣູໄນ ປະມານ 250.000 ໂຕນ /ເດືອນ; ການປຶກສາຫາລືການຮ່ວມມືພັດທະນາສາຍການບິນ ເຊັນໂທຣ ແອລາຍ ແລະ ການຮ່ວມມື ການທະນາຄານ.

-       ກຸ່ມບໍລິສັດມາລິນີ ຈຳກັດ ໄດ້ນຳສະເໜີໂຄງການການລົງທຶນທາງດ້ານໂຄງລ້າງພື້ນຖານ ທີ່ ສປປ ລາວ ເຊັ່ນ: ໂຄງການສ້າງຂົວ, ໂຄງການສ້າງຕຶກພັກຄົນເຈັບ ແລະ ຍັງສະເໜີການຮ່ວມມືທາງດ້ານການສຶກສາ ແລະ ການຜະລິດປຸ໋ຍຊີວະພາບເພື່ອການປູກເຂົ້າ ເຊິ່ງໄດ້ຮັບຄວາມສົນໃຈຈາກທຸລະກິດບຣູໄນ ໂດຍສະເພາະແມ່ນ DARE  Darussalam Enterprise  ແລະ ຍັງມີການປືກສາຫາລືຮ່ວມກັນກ່ຽວກັບໂຄງການການກໍ່ສ້າງຕຶກຂະໜາດໃຫຍ່ທີ່ປະເທດບຣູໄນ.

-       ທຸລະກິດບຣູໄນຍັງສົນໃຈໃນການຮ່ວມມືໃນຂະແໜງການອື່ນໆເຊັ່ນ: ຫັດຖະກຳແຜ່ນແພ, ການທ່ອງທ່ຽວອະນຸລັກ,ໄອຊີທີ ແລະ ອື່ນໆ ເຊິ່ງ ສຄອຊ ຈະໄດ້ຕິດຕາມ ແລະ ພົວພັນກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປະສານງານຄວາມເປັນໄປໄດ້ໃນການຮ່ວມມືກັນ.

-       ຜະລິດຕະພັນລາວທີ່ນຳມາສະແດງໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບຄວາມສົນໃຈດີສົມຄວນຈາກທຸລະກິດບຣູໄນເຊັ່ນ: ເຂົ້າ, ຊາ ແລະ ກາເຟ.

IMG-20190322-WA0030

     ນອກຈາກນີ້, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຕີລາຄາຕໍ່ຜົນຂອງກອງປະຊຸມຄັ້ງນີ້ວ່າ: ຜ່ານການເຂົ້າຮ່ວມກອງປະຊຸມແມ່ນໄດ້ຮັບໝາກຜົນດີສົມຄວນ ແລະ ເປັນນິມິດອັນດີໃນການສົ່ງເສີມການຮ່ວມມື ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ກໍ່ຄື ຫົວໜ່ວຍທຸລະກິດທັງສອງປະເທດເຊິ່ງສະແດງອອກໃນການຕົກລົງຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຄອ ຂອງສອງປະເທດ.ກອງປະຊຸມດັ່ງກາວໄດ້ເປີດໂອກາດໃຫ້ ທັງສອງຝ່າຍໄດ້ມີການສ້າງເຄືອຂ່າຍທຸລະກິດ, ມີການປືກສາຫາລື ເຊິ່ງກັັນ ແລະ ກັນ ຢ່າງກົງໄປກົງມາ ແລະ ທັງສອງຝ່າຍກໍ່ມີເຈດຈຳນົງ ແລະ ສົນໃຈທີ່ຈະດຳເນີນທຸລະກິດຮ່ວມກັນ ໃນຫຼາຍໆຂະແໜງການສຄອຊ ໃນນາມເປັນຕົວແທນໃຫ້ຫົວໜ່ວຍທຸລະກິດລາວ ຈະສືບຕໍ່ປະສານງານ, ຕິດຕາມ ແລະ ພົວພັນກັບ ສຄອ ບຣູໄນ ເພື່ອຊຸກຍູ້ສົ່ງເສີມ, ອຳນວຍຄວາມສະດວກຕາມພາລະບົດບາດຂອງ ສຄອຊ ເພື່ອເຮັດໃຫ້ທຸລະກິດທັງສອງຝ່າຍມີການຮ່ວມມື ກັນຢ່າງມີປະສິດທິຜົນ, ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງຕາມລະບຽບຫຼັັກການ ແລະ ກົດໝາຍຂອງສອງປະເທດ.

IMG-20190322-WA0036

ແຫຼ່ງຂ່າວ​ໂດຍ: ທ ອຸ​ພັນ​ທອງ  ສຄອຊ

ພາບໂດຍ: ທ ໂພໄຊ ສຄອຊ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ ກຜຮ ກະຊວງ ອຄ