ການພົບປະລະຫວ່າງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງ ອຄ ແລະ ທ່ານ ຈົ່ງ ກົວຢິງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈໍາການ ແຂວງຢູນນານ
By sonsathit rasavong On 4 Apr, 2019 At 10:38 AM | Categorized As ຂ່າວສຳຄັນ | With 0 Comments

          ໃນວັນທີ 3 ເມສາ 2019 ເວລາ 16:00 ໂມງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຂວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ຈົ່ງ ກົວຢິງ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງຜູ້ປະຈໍາການ ແຂວງຢູນນານ ພ້ອມດ້ວຍຄະນະ.

IMG_4941

         ຈຸດປະສົງ ເພື່ອການຮ່ວມມືໃນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ ແລະ ນັບມື້ນັບເພີ່ມຂຶ້ນ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ແລະ ຫລວງຫລາຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ ໃນໄລຍະຜ່ານມາ. ໂດຍສະເພາະແມ່ນ ກັບ ແຂວງ ຢູນນານ ທີ່ມີຊາຍແດນ ຕິດຈອດກັບ 3 ແຂວງຂອງລາວ ຄື: ແຂວງຜົ້ງສາລີ, ອຸດົມໄຊ ແລະ ຫຼວງນໍ້າທາ; ໂດຍ ສປ ຈີນ ໄດ້ຖືເອົາ ແຂວງຢູນນານ ເປັນປ້ອມດ່ານໜ້າຂອງການພົວພັນ ແລະ ຮ່ວມມືໃນຫຼາຍໆດ້ານ ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ ກັບລາວ ແລະ ກັບບັນດາປະເທດໃນພາກພື້ນ, ທັງເປັນປະຕູເຂົ້າ-ອອກຂອງການເດີນທາງໄປມາຫາສູ່ຢ້ຽມຢາມກັນທຸກລະດັບ ທັງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ, ເຊິ່ງການຮ່ວມມືເຫຼົ່ານີ້ ໄດ້ມີໝາກຜົນຕົວຈິງໃນຫຼາຍໆດ້ານ.

IMG_4951

          ໃນປີ 2018 ຜ່ານມາ ການຄ້າລະຫວ່າງລາວ ແລະ ຈີນ ບັນລຸໄດ້ 3 ຕື້ກວ່າໂດລາ, ເພີ່ມຂຶ້ນ 17%; ໃນນີ້ ສະເພາະມູນຄ່າການຄ້າ ລະຫວ່າງ ລາວ ກັບ ແຂວງຢຸນນານ ສາມາດບັນລຸໄດ້ 1,6 ຕື້ ໂດລາ, ເພີ່ມຂຶ້ນ 5,8%, ໃນນີ້ ສປປ ລາວ ນໍາເຂົ້າສິນຄ້າ ຈາກ ແຂວງຢູນນານ ຈໍານວນ 288 ລ້ານ ໂດລາ ເພີ່ມຂຶ້ນ 21,5% ແລະ ສົ່ງອອກ ໄປແຂວງຢູນນານ 770 ລ້ານ ໂດລາ ເພີ່ມຂຶ້ນ 0,9%. ສໍາຄັນອັນຫນຶ່ງ ແມ່ນການຄ້າປູກພືດທົດແທນການປູກຝິ່ນ ກໍ່ໄດ້ຮັບການຈັດຕັ້ງປະຕິບັດໄດ້ດີ ຍ້ອນການປັບປຸງໄລຍະການອະນຸມັດໂຄຕ້າປະກາດຕັ້ງແຕ່ຫົວທີ ແລະ ຂະຫຍາຍເວລາຂອງການສົ່ງອອກໃຫ້ມີເວລາຫລາຍຂຶ້ນກວ່າເກົ່າ.

         ທ່ານ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ສະເໜີຝ່າຍຈີນ ສືບຕໍ່ ແລະ ພິຈາລະນາເພີ່ມໂກຕາສິນຄ້າຢູ່ໃນໂຄງການປູກພືດທົດແທນການປູກຝິ່ນຢູ່ລາວໃຫ້ຫລາຍຂຶ້ນ, ເພື່ອຊ່ວຍປະຊາຊົນຢູ່ເຂດຊົນນະບົດ ໂດຍສະເພາະປະຊາຊົນໃນເຂດພາກເຫນືອຂອງລາວມີລາຍໄດ້ ແລະ ຍົກສູງລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນ. ທັງຂະຫຍາຍເວລາຂອງການໃຫ້ນະໂຍບາຍຍາວຂຶ້ນຕື່ມອີກ ແລະ ເຮັດເປັນຫລາຍໄລຍະ (ບໍ່ຢາກໃຫ້ຈຸ້ມຢູ່ແຕ່ຊ່ວງໃດຊ່ວງຫນຶ່ງເທົ່ານັ້ນ); ພ້ອມກັນນັ້ນ ທາງດ້ານກົນໄກຄຸ້ມຄອງ ກໍ່ສະເຫນີໃຫ້ຝ່າຍລາວມີສ່ວນຮ່ວມຫລາຍຂຶ້ນ ແລະ ມີການແລກປ່ຽນບົດຮຽນກັນເປັນປະຈໍາ ເພື່ອປັບປຸງກົນໄກການຄຸ້ມຄອງໃຫ້ດີຂຶ້ນກວ່າເກົ່າ, ເອົາໃຈໃສ່ຊຸກຍູ້ກົນໄກຮ່ວມມືພາກເຫນືອລາວກັບແຂວງຢຸນນານ ໃຫ້ນັບມື້ນັບດີຂຶ້ນ; ຜັນຂະຫຍາຍການຕົກລົງຂອງສອງຝ່າຍໃຫ້ໄດ້ຮັບຫມາກຜົນດີ, ແຕ່ສໍາຄັນຕໍ່ຫນ້າ ສະເຫນີຢາກໃຫ້ແຂວງຢຸນນານ ພິຈາລະນາ ສ້າງໃຫ້ມີໂຄງການຊ່ວຍເຫລືອລ້າ ຕໍ່ບັນດາແຂວງພາກເຫນືອເປັນໂຄງການສະເພາະຫລາຍຂຶ້ນຕື່ມ ເພື່ອຍົກບົດບາດຂອງແຂວງຢຸນນານ ຕໍ່ບັນດາແຂວງພາກເຫນືອຂອງລາວໃຫ້ຫລາຍຂຶ້ນຕື່ມ.

ແຫຼ່ງຂ່າວໂດຍ: ພະແນກ ຮ່ວມມືເສດຖະກິດ

ຂ່າວໂດຍ: ພູຄໍາ ຫລວງສຸພົນ