ກອງປະຊຸມສໍາມະນາການຄ້າທາງເອເລັກໂຕຣນິກ ສໍາລັບນັກເຈລະຈາການຄ້າ ລະຫວ່າງວັນທີ 9-10 ພຶດສະພາ 2019
By sonsathit rasavong On 13 May, 2019 At 10:34 AM | Categorized As ຂ່າວສຳຄັນ | With 0 Comments

          ຕອນເຊົ້າຂອງວັນທີ 9 ພຶດສະພາ 2019 ທີ່ໂຮງແຮມຄາວພາຊ້າ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສໍາມະນາການຄ້າທາງເອເລັກໂຕຣນິກ ສໍາລັບນັກເຈລະຈາການຄ້າ ໂດຍການເປັນປະທານ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍແຂກເຂົ້າຮ່ວມ ມີທ່ານເອກອັກຄະຖະທູດອົດສະຕາລີ ປະຈໍາ ສປປ ລາວ ແລະ ບັນດານັກສໍາມະນາກອນ ແລະ ນັກຄົ້ນຄວ້າ ຈາກບັນດາອົງການ ແລະ ສະຖາບັນ ທີ່ກ່ຽວຂ້ອງ ແລະ ບັນດາຜູ້ເຂົ້າຮ່ວມ ທີ່ໄດ້ເສຍສະຫລະເວລາ ແລະ ເຫັນເຖິງຄວາມສໍາຄັນໃນການເຂົ້າຮ່ວມກອງປະຊຸມສໍາມະນາ.

5e8c129c-0d08-45b1-8da0-177c1bcb9fd8        ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດທາງດ້ານການເຈລະຈາການຄ້າທາງເອເລັກໂຕຣນິກ, ເຊັ່ນ:

-     ເພື່ອເປັນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາບລວມໃນປະຈຸບັນ ແລະ ການພັດທະນາ ໃນຂົງເຂດການຄ້າທາງເອເລັກໂຕຣນິກ ຂອງພາກພື້ນ ແລະ ສາກົນ ຕໍ່ສະພາບທີ່ພົ້ນເດັ່ນຂອງ Digitalization Economies ໃນປະຈຸບັນ.

-     ໃນດ້ານວິຊາການແມ່ນ ເພື່ອມາຖອດຖອນບັນດາບົດຮຽນດ້ານການຈັດຕັ້ງປະຕິບັດບັນດານະໂຍບາຍ ຫຼື ນິຕິກຳຄຸ້ມຄອງ, ເປັນຕົ້ນແມ່ນໃນຂົງເຂດ: ການປົກປ້ອງຜູ້ຊົມໃຊ້ (Customer Protection), ການຊໍາລະທາງເອເລັກໂຕຣນິກ (E-Payment Solutions), ການຄ້າຂ້າມແດນ (Cross-Border Trade), ການຂຶ້ນທະບຽນວິສາຫະກິດອອນລາຍ (E-Business Registration),​ ການເຮັດສັນຍາອອນລາຍ (E-Contract), ລາຍເຊັນເອເລັກໂຕຣນິກ (E-Signature), ການຂົນສົ່ງ (Logistics), ຄວມປອດໄພທາງອິນເຕີເນັດ (Cyber Security) ແລະ ອື່ນໆທີ່ກ່ຽວຂ້ອງ, ການປັບປຸງດ້ານການເຈລະຈາ,  ພ້ອມທັງການພັດທະນາດ້ານການຄ້າທາງເອເລັກໂຕຣນິກ, ດ້ານກົນໄກການປະສານງານ ແລະ ສົ່ງເສີມ ລະຫວ່າງຂະແໜງການພາຍໃນ ເພື່ອໃຫ້ທຸກພາກສ່ວນນໍາເອົາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນປະກອບສ່ວນເຂົ້າໃນການຫັນທຸລະກິດ ແລະ ການຄ້າຂອງລາວເປັນທັນສະໄໝເທື່ອລະກ້າວ.

        ຊຶ່ງທີ່ຜ່ານມາ, ກໍໄດ້ສໍາເລັດການເຈລະຈາ ດ້ານການຄ້າທາງເອເລັກໂຕຣນິກອາຊຽນ, ທີ່ໄດ້ສໍາເລັດການລົງນາມ ໃນເດືອນ ພະຈິກ 2018 ທີ່ຜ່ານມາ ທີ່ປະເທດສິງກະໂປ, ຊຶ່ງປະຈຸບັນແມ່ນຢູ່ໃນຂັ້ນຕອນການອອກສັດຕະຍາບັນ ຂອງການນໍາໃຊ້ສັນຍາດັ່ງກ່າວ.

2b790099-b067-4f1d-8311-407476926590

         ປະຈຸບັນ ສປປ ລາວ ກໍໄດ້ມີ E-market place ເກີດຂຶ້ນ ແລະ ບັນດາປະເທດອ້ອມຂ້າງ, ຊຶ່ງໃນ ສປປ ລາວ ແມ່ນໄດ້ມີການລິເລີ່ມການຊື້-ຂາຍ ອອນລາຍ ໂດຍຜ່ານທາງ ສັງຄົມອອນລາຍຕ່າງໆ ເຊັ່ນ: Facebook, Instagram, Platform ທີ່ເປັນ website ແລະ application ຕ່າງໆ, ພ້ອມທັງການເກີດຂຶ້ນຂອງບັນດາທຸລະກິດ ການບໍລິການດ້ານການຂົນສົ່ງຂະໜາດນ້ອຍ, ທະລຸກິດ Start-up ແລະ ທຸລະກິດ Innovation ຕ່າງໆ ເກີດຂຶ້ນ, ອັດຕາສ່ວນຂອງ ທຸລະກິດຂະຫນາດນ້ອຍ ແລະ ກາງ ຂອງ ສປປ ລາວ ກວມ 90% ແລະ ມານໍາໃຊ້ການຄ້າຂາຍ ອອນລາຍ ພຽງແຕ່ໜ້ອຍກວ່າ 14% ສ່ວນທີ່ເຫຼືອແມ່ນຍັງມີການຄ້າຂາຍແບບດັ່ງເດີມຢູ່.

         ດ້ານລະບຽບການ ແລະ ກົດໝາຍພາຍໃນຂອງ ສປປ ລາວ, ແມ່ນໄດ້ມີກົດໝາຍ ແລະ ນິຕິກໍາ ທີ່ສາມາດຮັບຮອງ ແລະ ປະກອບເຂົ້າໃນວຽກງານການຄ້າທາງເອເລັກໂຕຣນິກ ປະຈຸບັນມີ 10 ກົດໝາຍທີ່ໄດ້ຮັບການຮັບຮອງ ເຊັ່ນ:

               1) ກົດໝາຍວ່າດ້ວຍປົກປ້ອງຜູ້ຊົມໃຊ້ (Consumer Protection Law),

               2) ກົດໝາຍວ່າດ້ວຍປົກປ້ອງຂໍ້ມູນ (Data Protection Law),

               3) ກົດໝາຍວ່າດ້ວຍປ້ອງກັນອາດສະຍາກໍາທາງເອເລັກໂຕຣນິກ (Cyber Crime Law),

               4) ກົດໝາຍວ່າດ້ວຍຊັບສິນທາງປັນຍາ (Intellectual Property Law)

               5) ກົດໝາຍວ່າດ້ວຍມາດຕະຖານ (Standardization Law),

               6) ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ (Electronic Transactions Law);

               7) ກົດໝາຍວ່າດ້ວຍການຂຶ້ນທະບຽນທຸລະກິດ

               8) ກົດໝາຍວ່າດ້ວຍລະບົບຊໍາລະ (Payment Law)

               9) ກົດໝາຍວ່າດ້ວຍອາກອນສະບັບປັບປຸງ (New Tax Law); ແລະ

               10) ກົດໝາຍວ່າດ້ວຍລາຍເຊັນທາງເອເລັກໂຕຣນິກ (Electronic Signature Law) ທີ່ສາມາດສໍາເລັດໃນກາານຮ່າງເປັນກົດໝາຍ ໃນເດືອນມັງກອນ ປີ 2019 ທີ່ຜ່ານມາ.

         ປະຈຸບັນ ແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ເປັນໜ່ວຍງານຫຼັກໃນດ້ານການປະສານງານດ້ານການເຈລະຈາ ແລະ ການຮ່າງດໍາລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ຂອງ ສປປ ລາວ ແລະ ທັງຍັງປະກອບມີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງວິທະຍາສາດ ແລະ ເທັກໂນໂລຊີ ຂອງ ສປປ ລາວ ແມ່ນເປັນໜ່ວຍງານຫຼັກທີ່ໄດ້ຮັບມອບໝາຍໃນການຮ່າງດໍາລັດດັ່ງກ່າວ ພ້ອມທັງຍັງປະກອບມີພາກສ່ວນອື່ນໆ ທັງຈາກພາກລັດ ແລະ ພາກເອກະຊົນ.

ແຫຼ່ງຂ່າວໂດຍ: ກົມນະໂຍບາຍການຄ້າຕ່າງປະເທດ

ຮຽບຮຽງໂດຍ: ພູຄໍາ ຫຼວງສຸພົນ