ບົດຄວາມ “ລັດຖະບານສົ່ງເສີມການເຂົ້າເຖິງຕະຫລາດ ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງຜ່ານເວັບໄຊ໌ www.plaosme.com”
By sonsathit rasavong On 13 May, 2019 At 11:02 AM | Categorized As ຂ່າວພາຍໃນ | With 0 Comments

         ເພື່ອຈັດຕັ້ງຜັນຂະຫຍາຍ 01 ໃນ 07 ນະໂຍບາຍພັດທະນາວິສາຫະກິດຂະຫນາດນ້ອຍ ແລະ ກາງ (ວນກ) 2016-2021 ກໍຄື ນະໂຍບາຍທີ 4 ການສົ່ງເສີມການເຂົ້າເຖິງຕະຫຼາດ ແລະ ການຂະຫຍາຍຕະຫຼາດຂອງ ວນກ, ລັດຖະບານລາວ ໄດ້ຈັດສັນງົບປະມານ ຈາກທຶນກູ້ຢືມດອກເບ້ຍຕໍ່າຂອງທະນາຄານພັດທະນາອາຊີ (ADB) ເພື່ອນໍາໃຊ້ເຂົ້າໃນກິດຈະກໍາສ້າງເວັບໄຊ໌ www.plaosme.com ເພື່ອເປັນບ່ອນເຊື່ອມຕໍ່ ວນກ ກັບຜູ້ຊື້ຢູ່ທັງພາຍໃນ ແລະ ຕ່າງປະເທດ ໄດ້ໂດຍກົງ ໂດຍຜ່ານລະບົບຊື້-ຂາຍທາງອີເລັກໂຕຼນິກ (E-commerce) ຊຶ່ງນອນໃນແຜນງານທີ 3 ຂອງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດນ້ອຍ ແລະ ກາງ. ເວັບໄຊ໌ www.plaosme.com ຈະເປັນເວັບໄຊ໌ E-commerce ປະເພດ ທຸລະກິດເຖິງທຸລະກິດ ຫຼື B2B ທີ່ຮວບຮວມຂໍ້ມູນ ກ່ຽວກັບ ຜະລິດຕະພັນຂອງ ວນກ ຢູ່ ສປປ ລາວ ແລະ ໃຫ້ຜູ້ຊື້ຈາກທັງພາຍໃນ ແລະ ສາກົນສາມາດສັ່ງຊື້ຜະລິດຕະພັນລາວທີ່ລົງໃນເວັບໄຊ໌ດັ່ງກ່າວນັ້ນ ໄດ້ຢ່າງສະດວກງ່າຍດາຍ ເພາະນອກຈາກເວັບໄຊ໌ www.plaosme.com ຈະຊ່ວຍໂຄສະນາຜະລິດຕະພັນຂອງ ວນກ ເວັບໄຊ໌ດັ່ງກ່າວຍັງຈະມີລະບົບການຊໍາລະເງິນທີ່ເຊື່ອຖືໄດ້ອີກດ້ວຍ ເພື່ອຊ່ວຍໃຫ້ ວນກ ສາມາດເຮັດທຸລະກໍາຜ່ານທາງອີເລັກໂຕຼນິກໄດ້.

New Picture

         ກົມສົ່ງເສີມວິສາຫະກິດຂະຫນາດນ້ອຍ ແລະ ກາງ (ກສວ) ໃນນາມເປັນໜ່ວຍງານຄຸ້ມຄອງໂຄງການພັດທະນາພາກເອກະຊົນ ແລະ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໄດ້ຊຸກຍູ້  ແລະ ໃຫ້ການສະໜັບສະໜູນພາກສ່ວນກ່ຽວຂ້ອງຄື ກົມການນໍາເຂົ້າ ແລະ ສົ່ງອອກ ເປັນເຈົ້າການສ້າງເວັບໄຊ໌ດັ່ງກ່າວ ແລະ ຕໍ່ມາ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕົກລົງມອບໂອນໃຫ້ ກົມສົ່ງເສີມການຄ້າ ສືບຕໍ່ຈັດຕັ້ງຜັນຂະຫຍາຍວຽກງານສົ່ງເສີມການເຂົ້າເຖິງຕະຫລາດຂອງ ວນກ ຜ່ານລະບົບຊື້-ຂາຍທາງອີເລັກໂຕຼນິກ.ເວັບໄຊ໌ www.plaosme.com ເປີດໂຕນໍາໃຊ້ຢ່າງເປັນທາງການ ໃນກາງເດືອນສິງຫາ 2017 ມາຮອດປະຈຸບັນ ມີ ວນກ ເຂົ້າໄປລົງທະບຽນທັງໝົດ 273 ຫົວໜ່ວຍ ໃນນັ້ນມີ 193 ຫົວໜ່ວຍ ທີ່ໄດ້ລົງໂຄສະນາຜະລິດຕະພັນຂອງຕົນ ເຮັດໃຫ້ມີຜະລິດຕະພັນສະແດງໃນເວັບໄຊ໌ ກວ່າ 989 ລາຍການ. ເຖິງວ່າປະຈຸບັນເວັບໄຊ໌ www.plaosme.com ຍັງບໍ່ທັນສາມາດເຮັດທຸລະກໍາຜ່ານທາງອີເລັກໂຕຼນິກໄດ້ຢ່າງແທ້ຈິງກໍຕາມ  ແຕ່ເວັບໄຊ໌ດັ່ງກ່າວກໍໄດ້ສ້າງໜໍ່ແໜງທີ່ດີ ຊຶ່ງສະແດງອອກໃນຈຳນວນຄຳຖາມ ທີ່ສອບຖາມກ່ຽວກັບສິນຄ້າເຂົ້າມາຜ່ານເວັບໄຊ໌ ຫລາຍກວ່າ 132 ຄໍາຖາມ. ພ້ອມນັ້ນ, ຍັງສາມາດດຶງດູດຜູ້ເຂົ້າຢ້ຽມຊົມເວັບໄຊ໌ໃນຈຳນວນບໍ່ໜ້ອຍ ແລະ ຈາກຫລາຍປະເທດ ມາຮອດປະຈຸບັນມີຜູ້ເຂົ້າຢ້ຽມຊົມທັງໝົດ 143.829 ຄັ້ງໃນນັ້ນປະກອບມີ ຜູ້ເຂົ້າຊົມຈາກ ພາຍໃນສປປ ລາວ 41,50%, ຈາກໄທ 17,39%, ຈາກສະຫະລັດອາເມລິກາ 6,75%, ຈາກມາເລເຊຍ 5,13%, ຈາກຝລັ່ງ 6,65%, ຈາກ ສ ເກົາຫລີ 2,83%, ຈາກສິງກະໂປ 2,24%,ຈາກບລາຊິວ 1,98%, ຈາກອິນເດຍ 1,78% ແລະ ຈາກ ສປ ຈີນ 1,78%.

          ເພື່ອເຮັດໃຫ້ເວັບໄຊ໌ www.plaosme.com ກາຍເປັນເວັບໄຊ໌ທີ່ສາມາດຊື້-ຂາຍຜ່ານອີເລັກໂຕຼນິກໄດ້ຢ່າງສົມບູນສິ່ງສຳຄັນແມ່ນຕ້ອງມີລະບົບການຊໍາລະເງິນ ແລະ ລະບົບຄິດໄລ່ຄ່າຕ່າງໆ ລວມທັງຄ່າຂົນສົ່ງສິນຄ້າຈາກຕົ້ນທາງເຖິງປາຍທາງໃນວັນທີ 11 ມີນາ 2019 ທີ່ຜ່ານມາ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບຊ່ອງທາງການເຮັດການຄ້າຜ່ານລະບົບອອນລາຍ ໂດຍມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ທຸລະກິດ ຄື: ຕາງໜ້າກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທະນາຄານ ແຫ່ງ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ,​ ບັນດາກົມທີ່ກ່ຽວຂ້ອງຂອງກະຊວງອຸດສາຫະກໍາ ແລະ ການຄ້າ, ທະນາຄານການຄ້າຕ່າງປະເທດລາວ, ທະນາຄານບີໄອຊີ ລາວ ຈຳກັດ, ບໍລິສັດຂາຍສົ່ງ, ບໍລິສັດ ມີເອເຊຍຈຳກັດ ແລະ ບໍລິສັດ ລັດຖະດາ ລວມທັງໝົດຈໍານວນ 27 ທ່ານ.

           ໃນກອງປະຊຸມດັ່ງກ່າວຊ່ຽວຊານທີ່ຮັບຜິດຊອບພັດທະນາເວັບໄຊ໌ ກໍ່ຄືບໍລິສັດ Butterfli ໄດ້ນໍາສະເໜີລະບົບການ ຊໍາລະເງີນຜ່ານທາງອີເລັກໂຕຼນິກໃນຮູບແບບຕ່າງໆເຊັ່ນ: ການໃຊ້ QR Code,Top Up, Swiping Card ທັງໃນຮູບແບບ Offline ແລະ Online, ລວມທັງລະບົບການຮັກສາຄວາມປອດໄພເພື່ອປ້ອງກັນການລັກລອບຂໍ້ມູນບັນຊີຂອງຜູ້ເປັນສະມາຊິກອີກດ້ວຍ, ຜູ້ພັດທະນາເວັບໄຊ໌ໄດ້ສະເໜີໃຫ້ເວັບໄຊ໌ www.plaosme.com ນໍາໃຊ້ລະບົບ “Plaopay” ທີ່ເປັນເອັບຟລີເຄຊັນ(Application) ຊໍາລະເງິນຮູບແບບ P2P ( Peer To Peer ) ທີ່ສາມາດຊໍາລະເງິນໄດ້ທັງໃນຮູບແບບ Offline ແລະ Online ໂດຍການສະແກນ QR Code ຊຶ່ງວິທີດັ່ງກ່າວຈະອໍານວຍຄວາມສະດວກ ໃຫ້ແກ່ລູກຄ້າໃນຫຼາຍໆປະເທດທີ່ສົນໃຈສັ່ງຊື້ສິນຄ້າໃຫ້ມີຄວາມວ່ອງໄວ, ອີກທັງຍັງຫຼຸດຕົ້ນທຶນໃຫ້ແກ່ຜູ້ປະກອບກິດຈະການໃນການຕິດຕັ້ງລະບົບການຊໍາລະເງິນ, ເຖິງວ່າລະບົບດັ່ງກ່າວເປັນຮູບແບບທີ່ມີການນຳໃຊ້ກັນຢ່າງແຜ່ຫລາຍໃນການຊື້-ຂາຍຜ່ານອີເລັກໂຕຼນິກໃນຍຸກປະຈຸບັນ ເຊັ່ນ PayPal ແຕ່ເພື່ອນໍາໃຊ້ກັບເວັບໄຊ໌ www.plaosme.com ກໍອາດຕ້ອງໄດ້ມີການປຶກສາຫາລື ແລະ ເປັນເອກກະພາບກັບພາກສ່ວນກ່ຽວຂ້ອງ ຢ່າງຄັກແນ່ ເພາະຖືວ່າເປັນຊ່ອງທາງການເຮັດການຄ້າຜ່ານທາງອີເລັກໂຕຼນິກທຳອິດຂອງ ສປປ ລາວ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງພາກລັດໂດຍສະເພາະ ເພື່ອຮັບປະກັນຜົນປະໂຫຍດສູງສຸດທີ່ລັດຖະບານ ແລະ ວນກ ຈະໄດ້ຮັບ. ໃນເບື້ອງຕົ້ນຜູ້ພັດທະນາເວັບໄຊ ໄດ້ໃຫ້ຄວາມເຫັນວ່າ ການພັດທະນາລະບົບການຊໍາລະເງິນຮູບແບບນີ້ ຈະຊ່ວຍໃຫ້ລັດຖະບານສ້າງແຫລ່ງລາຍຮັບເພື່ອຈ່າຍດອກເບ້ຍເງິນກູ້ໃຫ້ແກ່ ADB ພ້ອມກັນນັ້ນ ກໍເປັນຮູບແບບທີ່ຈະເກັບຄ່າທຳນຽມກັບ ວນກ ຕໍ່າທີ່ສຸດກໍວ່າໄດ້. ເຖິງວ່າ ກອງປະຊຸມແມ່ນດຳເນີນໄປຢ່າງມີປະສິດທິຜົນສົມຄວນ ແຕ່ກໍຍັງບໍ່ສາມາດຕົກລົງຮັບຮອງເອົາຮູບແບບທີ່ຜູ້ພັດທະນາເວັບໄຊ໌ສະເໜີມານັ້ນໄດ້ທັນທີເທື່ອ ເນື່ອງຈາກວ່າ ກົມສົ່ງເສີມການຄ້າ ຮ່ວມກັບ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຍັງຕ້ອງໄດ້ປະສານງານກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະ ທະນາຄານແຫ່ງ ສປປ ລາວ, ບັນດາ ທະນາຄານທຸລະກິດ ແລະ ລາຍງານຂໍທິດຈາກຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ ໃນບາດກ້າວຕໍ່ໄປ.

ແຫຼ່ງຂໍ້ມູນ: ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ

ຮຽບຮຽງໂດຍ:​ ພູຄໍາ ຫຼວງສຸພົນ