ຄະນະທີມງານປະເມີນສະພາບເສດຖະກິດມະຫາພາກ (IMF) ເຂົ້າຢ້ຽມຂໍ່ານັບ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ
By phaikhame evilay On 16 May, 2019 At 09:24 AM | Categorized As ຂ່າວສຳຄັນ | With 0 Comments

       IMG_5071.1

          ຕອນເຊົ້າ ເວລາ 9: 30 ໂມງ ວັນທີ 14 ພຶດສະພາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດສາຫະກໍາ ແລະ ການຄ້າ, ໄດ້ມີການຕ້ອນຮັບການເຂົ້າຢ້ຽມຂໍ່ານັບພົບປະຂອງທ່ານ Ms. Eteri Kvintradze, Mission Chief Lao PDR(IMF) ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສໍາລັບ ສປປ ລາວ ປະຈໍາປີ 2019 ໂດຍທາງຄະນະທີມງານຂອງ IMF ກໍ່ຖືໂອກາດນີ້ ປຶກສາຫາລື ດ້ານເສດຖະກິດມະຫາພາກໂດຍສະເພາະຂະແໜງອຸດສາຫະກໍາ ແລະ ການຄ້າກັບຝ່າຍລາວ ຊຶ່ງເປັນການແລກປ່ຽນບົດຮຽນທີ່ດີໃຫ້ແກ່ລາວ. ການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ມີຜູ້ຕາງໜ້າ​ຈາກທັງສອງຝ່າຍເຂົ້າຮ່ວມຈໍານວນ 20 ກວ່າ​ທ່ານ.

IMG_5075.2

     ໃນໂອກາດພົບປະຄັ້ງນີ້ ທັງສອງຝ່າຍໄດ້ປຶກສາຫາລືດ້ານການພັດທະນາສະພາບແວດລ້ອມ ໃນການດໍາເນີນທຸລະກິດຄວາມເຂົ້າໃຈຮ່ວມກັນຫຼາຍດ້ານເປັນຕົ້ນສະພາບຂະແໜງອຸດສາຫະກໍາ ແລະ ການຄ້າ, ການສົ່ງ ເສີມ SME, ການ​ເພີ່ມ​ຄວາມ​ຫຼາກ​ຫຼາຍ​ໃຫ້​ແກ່​ກິດຈະການ​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ  ກອງ​ທຶນ​ການ​ສົ່ງ​ເສີມ SME; ການ​ພັດທະນາ​ການ​ຄ້າ ​ແລະ ​ນະ​ໂຍບາຍ​ການ​ຄ້າ; ຂໍ້​ມູນ​ທາງ​ດ້ານ​ການ​ຄ້າ; ຜົນ​ກະທົບ​ຂອງ AEC; ການ​ຢຸດຕິ​ການ​ສົ່ງ​ອອກ​ໄມ້​ທ່ອນ ​ແລະ ລະບຽບ​ໃນ​ການ​ຄຸ້ມ​ຄອງ​ໄມ້​ແປ​ຮູບ​, ພ້ອມ​ທັງ​ຜົນ​ກະທົບ​ຕໍ່​ເສດຖະກິດການ​ພັດທະນາ​ຊາຍ​ແດນ ​ຂອງລັດຖະບານ ທີ່ໄດ້ຜັນຂະ ຫຍາຍເນື້ອໃນບັນຫາຂໍ້ຫຍຸ້ງຍາກຕ່າງໆ  ແລະ ເປັນຂໍ້ຈໍາກັດ ຕໍ່ການພັດທະນາເສດຖະກິດ ພ້ອມທັງຊອກທາງອອກດ້ານທຸລະກິດໃຫ້ແກ່ສປປ ລາວ ແລະ ບັນດາໂຄງການອື່ນໆ. ນອກນັ້ນຍັງໄດ້ປຶກສາຫາລືວຽກງານຫຼາຍດ້ານທີ່ປິ່ນອ້ອມເປັນພື້ນຖານໂຄງລ່າງໃຫ້ແກ່ລາວ. ໃນນີ້ ທ່ານ Ms. Eteri Kvintradze, ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ສປປ ລາວ ໄດ້ສະ

ເໜີໃນຕໍ່ໜ້າຈະໃຫ້ການປຶກສາຫາລື ແລະ ແກ້ໄຂບັນຫາຮ່ວມກັນໃນວຽກງານຫຼາຍດ້ານແກ່ ສປປ ລາວ.

IMG_5078.3

          ໃນຕອນທ້າຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ  ສະແດງຄວາມຍິນດີ ຕໍ່ ທ່ານ Ms. Eteri Kvintradze, ຫົວໜ້າຄະນະປະເມີນເສດຖະກິດມະຫາພາກ ທີ່ໃຫ້ຄວາມຮ່ວມມືເປັນຢ່າງດີ ແລະ ທ່ານ Ms. Eteri Kvintradze, ກໍ່ສະແດງຄວາມຂອບໃຈມາຍັງ ທ່ານຮອງລັດຖະມົນຕີ ກະຊວງ ອຄ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ດ້ວຍໄມຕີຈິດມິດຕະພາບທີ່ດີ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ