ກອງປະຊຸມ ກອງເລຂາຄະນະປະສານງານໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ລະຫວ່າງກະຊວງ ອຄ ກັບ ກະຊວງ ກປ ເພື່ອປຶກສາຫາລືການຊຸກຍູ້ສົ່ງເສີມສິນຄ້າກະສິກໍາສົ່ງອອກໄປ ສປ ຈີນ
By sonsathit rasavong On 5 Jun, 2019 At 09:41 AM | Categorized As ຂ່າວສຳຄັນ | With 0 Comments

           ໃນຕອນບ່າຍຂອງວັນທີ 03 ມິຖຸນາ 2019 ເວລາ 1:30 ໂມງ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1  ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເປີດກອງປະຊຸມ ກອງເລຂາຄະນະປະສານງານໂຄງການສົ່ງເສີມການຜະລິດເປັນສິນຄ້າ ແລະ ຄໍ້າປະກັນສະບຽງອາຫານ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອປຶກສາຫາລືຊຸກຍູ້ສົ່ງເສີມສິນຄ້າກະສິກໍາສົ່ງອອກໄປ ສປ ຈີນ ຂຶ້ນ, ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມ ທ່ານ ປ.ອ ພວງປຣະລິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ​ພ້ອມ​ທັງມີບັນດາຫົວຫນ້າ- ຮອງຫົວໜ້າກົມ, ຫົວຫນ້າ- ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ທັງສອງກະຊວງເຂົ້າຮ່ວມຈໍານວນ 33 ທ່ານ.

IMG_5317

           ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປຶກສາຫາລື ກ່ຽວກັບການຊຸກຍູ້ສົ່ງເສີມສິນຄ້າກະສິກຳຂອງ ສປປ ລາວ ສົ່ງອອກໄປ ສປ ຈີນ, ພ້ອມ​ທັງ ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ລະຫວ່າງສອງ​ກະຊວງ ໃນລະດັບວິຊາ​ການ ເພື່ອຈະມີກົນໄກ ແລະ ມາດຕະການໃນການຊຸກຍູ້  ສົ່ງເສີມສິນຄ້າກະສິກຳໃຫ້ສາມາດສົ່ງອອກໄປ ສປ ຈີນໄດ້.

ຫົວຂໍ້ທີ່​ໄດ້ນຳສະເໜີປຶກສາ​ຫາລືໃນກອງປະຊຸມໃນຄັ້ງນີ້ມີດັ່ງນີ້:

IMG_5322

  1. ບົດບັນທຶກຄວາມເຂົ້າໃຈກ່ຽວກັບເພີ່ມທະວີການຮ່ວມມືດ້ານສິນຄ້າກະສິກຳ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງການຄ້າ ສປ ຈີນ;
  2. ສັນຍາວ່າດ້ວຍ ການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະບານແຫ່ງ ສາທາລະນະລັດປະຊາຊົນຈີນ;
  3. ບົດຮຽນການສົ່ງເສີມການສົ່ງອອກເຂົ້າ 20 ພັນໂຕນໄປ ສປ ຈີນທີ່ຜ່ານມາ ແລະ ແຜນການສົ່ງເສີມການສົ່ງອອກສິນຄ້າກະສິກໍາເຊັ່ນ: ເຂົ້າ, ສັດໃຫຍ່ ແລະ ຜະລິດຕະພັນ, ສິນຄ້າກະສິກຳອື່ນໆ;
  4. ສະເໜີຊ່ອງທາງການເຂົ້າເຖິງຕະຫລາດຂອງ ສປ ຈີນ:

-      ການຫຼຸດອັດຕາພາສີຂອງຈີນ ທີ່ລາວໄດ້ຮັບໃນຂອບສັນຍາຕ່າງໆ;

-      ແນະນໍາໂດຍຫຍໍ້ສັນຍາການຄ້າຊາຍແດນ ລາວ-ຈີນ.

5. ບົດສະເໜີ ກ່ຽວກັບ ບັນຫາ, ສິ່ງທ້າທາຍ ການສົ່ງອອກເຂົ້າ ໄປ ສປ ຈີນ ໃນໂກຕ້າ  50 ພັນໂຕນໃນແຜນການສົ່ງອອກ ປີ 2019-2020.

6. ບົດສະເໜີ ກ່ຽວກັບ ບັນຫາ, ສິ່ງທ້າທາຍ, ຄວາມສາມາດ ໃນການ ສົ່ງອອກ ສັດໃຫຍ່ (ງົວ) ຄາດ​ຄະ​ເນຈໍານວນ 500.000 ໂຕ ໄປຍັງ ສປ ຈີນ.

IMG_5325

               ພ້ອມ​ດຽວ​ກັນ​ນີ້, ທັງ​ສອງ​ກະຊວງ​ໄດ້​​ແລກປ່ຽນ​ຄຳ​ຄິດ​ເຫັນດ້ານ​ວິຊາ​ການ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ​ໃນຕອນ​ທ້າຍທ່ານ​ປະທານ​ໄດ້​ມອບ​ໃຫ້​ກົມ​ປູກຝັງ ​ແລະ ກົ​ມລ້ຽງສັດ ​ແລະ ການ​ປະມົງ, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້ ​ແລະ ກົມ​ສົ່ງ​ເສີມ​ການ​ຄ້າ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກັນ​ຢ່າງ​ສະໜິດ​ແໜ້ນ​ກວ່າ​ເກົ່າ ​ແລະ ​ໃຫ້​ມີ​ກົນ​ໄກ​ການ​ປະຊຸມ​ປຶກສາ​ຫາລື​ດ້ານ​ວິຊາ​ການຮ່ວມ​ກັນ ​ເດືອນ​/ຄັ້ງ.

ຂ່າວ​ໂດຍ: ທ ພູ​ຄຳ ຫຼວງສຸ​ພົນ

ຮຽບຮຽງ​ໂດຍ: ນ ຖື ​ແຫວນ​ວົງ​ສົດ