ເອກອັກຄະລັດຖະທູດຜູ້ມີອໍາເຕັມແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາລາວ ເຂົ້າຢ້ຽມອໍາລາ ທ່ານ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງ ອຄ ແຫ່ງ ສປປ ລາວ
By phaikhame evilay On 5 Jun, 2019 At 10:30 AM | Categorized As ຂ່າວສຳຄັນ | With 0 Comments

IMG_5361.1

           ຕອນເຊົ້າ ເວລາ 10: 00 ໂມງ ຂອງວັນທີ 4 ມິຖຸນາ 2019 ທີ່ຫ້ອງຮັບແຂກໃຫຍ່ຊັ້ນ 4 ກະຊວງອຸດຫະກໍາ ແລະ ການຄ້າ ; ທ່ານ Dominic Goh,  ​ເອກ​ອັກ​ຄະ​ລັດຖະທູດຜູ້ມີອໍານາດເຕັມ​ແຫ່ງ ສາທາລະນະ​ລັດ ​ສິງກະ​ໂປປະຈໍາລາວ ​ໄດ້ເຂົ້າຢ້ຽມອໍາລາ ທ່ານ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ​ແຫ່ງສປປ ລາວ ໃນໂອກາດການສໍາເລັດການປະຕິບັດໜ້າທີ່ທາງການທູດປະຈໍາຢູ່ ສປປ ລາວ ແລະ ມີຜູ້ຕາງໜ້າເຂົ້າຮ່ວມທັງສອງຝ່າຍ ປະມານ 9 ກວ່າທ່ານ.

         ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ທ່ານ Dominic Goh, ທີ່ມີຜົນງານປະກອບສ່ວນຫຼາຍດ້ານໃຫ້ແກ່ລາວ ເປັນຕົ້ນການຮ່ວມມືທາງດ້ານການຄ້າ ການລົງທຶນໂຄງການໃຫຍ່ທີ່ປິ່ນອ້ອມໃຫ້ແກ່ເສດຖະກິດຂອງລາວ ​ແລະ ໂຄງການແລກປ່ຽນອື່ນໆ ລວມເຖິງການທີ່ໄດ້ຊ່ວຍເຫຼືອໃນໄລຍະຜ່ານມາ ນອກນັ້ນຍັງເປັນຄູ່ຮ່ວມມືທີ່ດີ. ທັງສອງຝ່າຍໃຫ້ຄໍາໝັ້ນສັນຍາຕໍ່​ກັນ​ວ່າ: ຈະສືບຕໍ່ຜັນຂະຫຍາຍຍຸດທະສາດຮັກສາມູນເຊື້ອ ແລະ ສືບຕໍ່ຮ່ວມພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໃນຕໍ່ໜ້າທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

IMG_5351.2

        ທ່ານ Dominic Goh, ​ໄດ້​ກ່າວ​ວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດຜູ້ມີອໍານາດເຕັມ​ແຫ່ງ ສາທາລະນະ​ລັດ ​ສິງກະ​ໂປ ປະຈໍາ ສປປ ລາວ ​ແລະ ກໍ່ສະແດງຄວາມຂອບໃຈມາຍັງທ່ານລັດຖະມົນຕີ ໃນໄລຍະຜ່ານມາທີ່ອໍານວຍຄວາມສະດວກໃຫ້ແກ່ຂ້າພະເຈົ້າ.

IMG_5369.3

        ຕອນທ້າຍ ທ່ານ ລັດຖະມົນຕີ ຍັງອວຍພອນໃຫ້ທ່ານທູດຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ສົ່ງເສີມສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດໃຫ້ດີຂຶ້ນເລື້ອຍໆ.

ຂ່າວໂດຍ: ໄພຄໍາອີ ວິໄລຄໍາ