ພາກລັດ ແລະ ພາກເອກະຊົນ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ທົບທວນຄືນບັນດາຄວາມຄືບໜ້າການປັບປຸງສະພາບແວດລ້ອມດຳເນີນທຸລະກິດໃນປະເທດ
By sonsathit rasavong On 7 Jun, 2019 At 03:38 PM | Categorized As ຂ່າວພາຍໃນ, ອື່ນໆ | With 0 Comments

        ກອງປະຊຸມກາງສະໄໝຂອງຂະແໜງການຄ້າ ແລະ ພາກເອກະຊົນຄັ້ງ​ທີ 14 ເຊິ່ງເປັນເວທີສົນທະນາອັນສໍາຄັນ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດຂຶ້ນທີ່ໂຮງແຮມ ດອນຈັນພາເລດ, ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນ​ທີ 06 ມິຖຸນາ 2019 ເວລາ 8:30ໂມງ.

IMG_5408

             ກອງປະຊຸມດັ່ງກ່າວໄດ້ຮັບກຽດການເປັນປະທານ ໂດຍ ທ່ານ ສີລິສຳພັນ ວໍຣະຈິດ, ຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງ ອຸດສາຫະກຳ ​ແຫ່ງ ສປປ ລາວ, ປະທານຮ່ວມທ່ານ Leo Faber ເອກອັກຄະລັດຖະທູດ ສ​ະ​ຫະ​ພາບ​ເອີ​ລົບ ປະຈຳ ສປປ ລາວ ແລະ ​ທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ​ແຫ່ງ ອົດສະຕາລີ ປະຈຳ ສປປ ລາວ ພ້ອມດ້ວຍຜູ້ເຂົ້າຮ່ວມຈຳນວນ 100 ກ່ວາຄົນ ຈາກບັນດາກະຊວງທີ່ກ່ຽວຂ້ອງ, ບັນດາຄູ່ຮ່ວມພັດທະນາ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

              ກອງປະຊຸມໄດ້ປຶກສາຫາລື ຫຼາຍບັນຫາທີ່ສໍາຄັນເບື້ອງຕົ້ນ ສຳ​ລັບປັບປຸງສະພາບແວດລ້ອມການດຳເນີນທຸລະກິດທີ່​ເອື້ອ​ອຳ​ນວຍສຳລັບການກໍ່ຕັ້ງທຸລະກິດ ໃນ ສປປ ລາວ ລວມມີ ຂະບວນການໃນການປັບປຸງບັນດານິຕິກຳໃນຂົງເຂດສຳ​ຄັນ ທີ່​ໄດ້ກຳນົດໄວ້ໃນບົດລາຍງານການສ້າງຕັ້ງທຸລະກິດຂອງທະນາຄານໂລກ, ການຈັດຕັ້ງປະຕິບັດກົດໝາຍສົ່ງເສີມການລົງທຶນ, ການສ້າງລະບົບແຈ້ງ​ພ​າ​ສີປະຕູດຽວ (National Single Window) ເພື່ອອຳນວຍຄວາມສະດວກການຄ້າຂ້າມຊາຍແດນ ລວມທັງຄວາມຄືບໜ້າ ຂອງການແກ້ໄຂບັນດາຂໍ້ຫຍຸ້ງຍາກຂອງພາກເອກະຊົນ ທີ່ໄດ້ນຳສະເໜີ​ໄວ້ໃນກອງປະຊຸມທຸລະກິດລາວ ທີ່ຜ່ານມາ.

IMG_5419

            ນອກນີ້ ທ່ານ ສີລິສໍາພັນ ວໍຣະຈິດ ຍັງໄດ້ເນັ້ນໃຫ້ເຫັນວ່າ “ພວກເຮົາທຸກຄົນໄດ້​ເອ​ກະ​ພາບ​ກັນວ່າ ບັນດານະໂຍບາຍ ແລະ ບັນດາກິດຈະກຳຂອງພາກລັດໄດ້ມີບົດບາດສຳຄັນ ໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການລົງທຶນ. ໃນຂະນະດຽວກັນພາກລັດກໍຍັງມີຂໍ້ຈຳກັດໃນຫຼາຍຂະແໜງການ ເປັນຕົ້ນບັນຫາດ້ານພູມມີປະເທດທີ່ບໍ່​ເອື້ອ​ອຳ​ນວຍ ເຊິ່​ງ​ສາ​ມາດ​​ສົ່ງ​ຜົນ​ຕໍ່​ກັບ​ສິດ​ທິ​ໃນ​ການ​ຄອບ​ຄອງ​ຊັບ​ສິນ, ​ການ​ກຳ​ນົດ​ກົດ​ລະ​ບ​ຽບ ແລະ ພາ​ສີ​ອາ​ກອນ, ການ​ຕອບສະ​ໜອງ​ພື້ນ​ຖານໂຄງ​ລ່າງ, ​ລະ​ບົບ​ການ​ເງິນ, ຕະ​ຫຼາດແຮງ​ງານ ແລະ ​ພາບ​ພົດ​ໂດຍ​ລວມ​ຂອງ​ລັດ​ຖະ​ບານ” ແລະ ທ່ານ ສີ​ລິ​ສຳ​ພັນ ວໍ​ຣະ​ຈິດ ຍັງ​ໄດ້​ກ່າວ​ອີກວ່າ “ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່ເອື້ອ​ອຳ​ນວຍ ​ໃຫ້​ແກ່​ທຸ​ລະ​ກິດ ໃນ​ກົນ​ໄກ​ເສດ​ຖະ​ກິດ​ຕ​ະ​ຫຼາດ ໄດ້​ມີ​ການ​ຂະ​ຫຍາຍ​ຕົວຫຼາຍ​ສັດ​ຕະ​ວັດ​ມາ​ແລ້ວ. ບັນ​ດາ​ກົດ​ໝາຍ ແລະ ລະ​ບຽບ​ການ​ຕ່າງໆ ​ກໍ່ໄດ້​ມີ​ການ​​ສ້າງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແນ​ໃສ່​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ ແລະ ​ໄດ້​ພັດ​ທະ​ນາ​ເພື່ອແທດ​ເໝາະ​ກັບ​ກ​ານ​ປ່ຽນ​ແປງຂອງ​ສະ​ພາບ​ຕົວ​ຈິງ ແລະ ປະ​ສົບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ​ຢູ່​ເລື້ອຍໆ​. ສ​ປ​ປ ລາວ ໄດ້​ມີ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ ແກ່ການພັດ​ທະ​ນາ​ທຸ​ລະ​ກິດ​ທີ່​ອີງ​ໃສ່​ຕະ​ຫຼາດ ມາ​ໄດ້​​ປະ​ມານ​ສອງ​ທົດ​ສະ​ວັດ​​. ເພາະ​ສະ​ນັ້ນ ມັນ​ຈິ່ງ​​ຍັງ​ມີ​ຫຼາຍ​ຢ່າງທີ່​ຍັງ​ບໍ່​ທັນ​ສອດ​ຄ່ອງ ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດກໍ​ຍັງ​ບໍ່ທັນ​ໄດ້​ດີ​ເທົ່າ​​ທີ່ຄວນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທ້າ​ທາຍ​ຂອງ​ພວກ​ເຮົາ​ໃນ​ຕອນນີ້​ກໍ​ຄື​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ ທີ່​ກ່າວ​ມາ​ຂ້າງ​ເທິງນີ້.”

             ທ່ານ Jean-Bernard Carrasco, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ອົດສະຕາລີ ປະຈຳ ສປປ ລາວ ໃນ​ຖາ​ນະ​ເປັນ​ຕົວ​ແທນ​ໃຫ້​ປະ​ທານ​ຮ່ວມ ທ່ານ​ໄດ້​ກ່າວ​ວ່າ “ອົດ​ສະ​ຕາ​ລີ ແລະ ສ​ະ​ຫະ​ພາບ​ເອີ​ລົບ ກໍ​ຄື​ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ​ອື່ນໆ ​ໄດ້​​ຢື​ນ​ຢັນ​ວ່າຈະ​ໃຫ້ການ​ສະ​ໜັບ​ສະ​ໜູນ​ກັບ ​ຄຳ​ສັ່ງ ເລກ​ທີ 02 ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລາວ ​ເພື່ອແນ​ໃສ່​ສົ່ງ​ເສີມ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ແລະ ດຶງ​ດູດ​ການ​ລົງ​ທຶນ​ທີ່ມີ​ປະ​ສິດ​ທິ​ພາບ ເຊິ່ງຈະ​ຊ່ວຍ​ໃນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້ປະ​ຊາ​ຊົນ​ລາວ, ການຖ່າຍ​ໂອນ​ຄວາມ​ຮູ້​ຄວາມ​ສາ​ມາດ ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ”.

             ທ່ານ Carrasco ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສົນ​ທະ​ນາ ພາຍ​ໃຕ້​ໜ່ວຍ​ງານ​​ຂອງຂະ​ແໜງ​ການຄ້າ ແລະ ພາກເອ​ກະ​ຊົນ, ທ່ານ​ທູດ​ໄດ້​ກ່າວ​​ອີກວ່າ ກອງ​ປະ​ຊຸມ​ຂອງ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ແລະ ພາກ​ເອ​ກະ​ຊົນ​ໃນ​ມື້ນີ້ ​ໄດ້ເປັນ​ກາ​ລະ​ໂອ​ກາດ​ອັນ​ດີ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື​ທາງ​ດ້ານ​ນະ​ໂຍ​ບາຍ ລະ​ຫວ່າງ​ພາ​ກ​ລັດ ແລະ ​ພາກເອ​ກະ​ຊົນ ແລະ ທັງ​ເປັນ​ເວ​ທີ ສຳ​ລັບ​ນຳ​ສະ​ເໜີ​ບັນ​ຫາທີ່​ແກ້​ໄຂ​ໄດ້ແລ້ວ ແລະ ພ້ອມ​ກັນ​​ກຳ​ນົດຂົງ​ເຂດ​ທີ່ເປັນ​ບູ​ລິ​ມະ​ສິດ ສຳ​ລັບ​ຄວາມ​ຕ້ອງ​ການ ໃນ​ການ​​ຊ່ວຍ​ເຫຼືອ​​ຈາກ​ພວກ​ເຮົາ ແລະ ປັບ​ປຸງ​​ແນວ​ຄວາມ​ຄິດ​ລິ​ເລີ່ມ​ໃນ​ອະ​ນາ​ຄົດ.

IMG_5415

              ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ​ເຄິ່ງມື້ ໂດຍ​ມີ​ການ​ປຶກ​ສາ​ຫາ​ລື​ກັນ ແລະ ປະ​ກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ຕໍ່​ກັບ​ບັນ​ດາສິ່ງ​ທ້າ​ທາຍ​ທີ່ສຳ​ຄັນ ​ສົ່ງ​ຜົນ​ກະ​ທົບ​ຕໍ່​​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ປັບ​ປຸງ​ບັນ​ດາ​ຂໍ້​ລິ​ເລີ່ມ ​ທຸກ​ບັນ​ຫາ​ທີ່​ກ່າວ​ມານັ້ນ ແລະ ຍົກ​ໃຫ້​ເຫັນ​ມາດ​ຕະ​ການ​ສະ​ເພາະ ​ເພື່ອ​ສາ​ມາດ​ບັນ​ລຸ​ໄດ້​ໝາກ​ຜົນ​ທີ່ເພິ່ງ​ພໍ​ໃຈ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ພາຍ​ໃນ​ປະ​ເທດ.

                ທ້າຍສຸດທ່ານ Leo  Faber, ເອກອັກຄະລັດຖະທູດ ສ​ະ​ຫະ​ພາບ​ເອີ​ລົບ ປະຈຳ ສປປ ລາວ ທ່ານ​ໄດ້​ຮຽກ​ຮ້ອງໃຫ້​ກອງ​ປະ​ຊຸມ​ຈົ່ງ​ໄດ້​ພ້ອມ​ກັນ​ເປັນ​ເອ​ກະ​ພາບ​ໃ​ນ​ການ​ກຳ​ນົດ​ບັນ​ດາ​ມາດ​ຕະ​ການ​ທີ່​ແນ່ນອນ ເພື່ອ​ສາ​ມາດ​ຊ່ວຍ​ໃນ​ການ​ສົ່ງ​ເສີມ​ການ​ປັບ​ປຸງຂົງ​ເຂດສະ​ເພາະທີ່ໄດ້​ປຶກ​ສາ​ຫາ​ລື ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງ​ທຶນ, ສ້າງ​ຄວາມ​ງ່​າຍ​ດາຍ​ໃຫ້​ກັບ​ການ​ສົ່ງ​ອອກ ແລະ ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ພ້ອມ​ທັງ​ແກ້​ໄຂ​ບັນ​ດາ​ສິ່ງ​ກີດ​ຂວາງ​ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ກັບ ຄວາມ​ຍືນ​ຍົງ ​ຂອງ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ທ່ອງ​ທ່ຽວ.

               ທີ່ສໍາຄັນທ່ານ​ ສີ​ລິ​ສຳ​ພັນ ວໍ​ຣະ​ຈິດ ເນັ້ນ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ການ​ຊ່ວຍ​ເຫຼືອ​​ເພື່ອ​ການ​ພັດ​ທະ​ນາບັນ​ດາ​ບູ​ລິ​ມະ​ສິດ ໃນ​ຂະ​ແໜງພັດ​ທະ​ນາ​ການ​ຄ້າ ​ແລະ ພາກ​ເອ​ກະ​ຊົນ ​ແລະ ພ້ອມ​ທັງ​ສະ​ແດງ​ຄວາມ​ໝັ້ນ​ໃຈ​ວ່າ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ, ຜູ້​ທີ່​ໃຫ້​ການ​ຊ່ວຍ​ເຫຼືອ​ມາ​ຍາວ​ນານ ໃນ​ການ​ສົ່ງ​ເສີມ​ການ​ອອກ​ແບບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ການ​ປັບ​ປຸງ​ບັນ​ຍາ​ກາດ​ການ​ດຳ​ເນີນ​ທຸ​ລະ​ກິດ ຈະ​ຍັງ​ຄົງ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່ ສ​ປ​ປ ລາວ ​ຢ່າງ​ຕໍ່​ເນື່ອງ ໃນ​ຂົງ​ເຂດ​ທີ່​ສຳ​ຄັນ ຂອງ​ການ​ສ້າງບັນ​ຍາ​ກາດ​ການ​ລົງ​ທຶນ​ພາຍ​ໃນ​ປະ​ເທດ.

ແຫລ່ງຂ່າວໂດຍ: ພະແນກຄຸ້ມຄອງຈັດຕັ້ງໂຄງການຊ່ອຍເຫຼືອຕ່າງປະເທດ.

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ