ກອງປະຊຸມຄັ້ງປະຖົມມະລຶກ ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ)
By sonsathit rasavong On 12 Jun, 2019 At 03:17 PM | Categorized As ຂ່າວສຳຄັນ | With 0 Comments

           ຕອນເຊົ້າຂອງວັນທີ 11 ມິຖຸນາ 2019, ທີ່ໂຮງແຮມ ເມືອງແທ່ງ, ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຄະນະກໍາມະການຄວບຄຸມການແຂ່ງຂັນທາງທຸລະກິດ (ຄຂທ) ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງປະກອບດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ທີ່ຖືກແຕ່ງຕັ້ງເປັນສະ​ມາ​ຊິກ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຂອງ​ ສ​ປ​ປ​ ລາວ ຈຳ​ນວນ 11 ທ່ານ ແລະ ພະ​ນັກ​ງານ​ວິ​ຊາ​ການ​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນຈຸດປະສານງານວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ຈາກ​ຂະ​ແໜງການຕ່າງໆ ລວມທັງໝົດຈຳ​ນວນ 35 ທ່ານ. ກອງປະຊຸມດັ່ງ​ກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກອົງການ GIZ.

IMG_5448

             ກອງປະຊຸມຄັ້ງປະຖົມມະລຶກ ແມ່ນເປັນເວທີໃນການພົບປະ ແລະ ແລກປ່ຽນຄວາມຄິດເຫັນລະຫວ່າງ ຄຂທ ດ້ວຍກັນ ພ້ອມທັງໄດ້ຜ່ານ 03 ເອກະສານພື້ນຖານ ຄື:

  1. ຮ່າງຂໍ້ຕົກລົງວ່າດ້ວຍພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຄຂທ
  2. ຮ່າງຂໍ້ຕົກລົງວ່າດ້ວຍຫ້ອງການກອງເລຂາຂອງ ຄຂທ
  3. ແຜນການຈັດຕັ້ງປະຕິບັດວຽກງານແຂ່ງຂັນທາງທຸລະກິດຂອງ ຄຂທ ປີ 2019

ບັນດາເອກະສານດັ່ງກ່າວ ແມ່ນຈະເປັນເອກະສານພື້ນຖານທີ່ສໍາຄັນໃນການຈັດຕັ້ງປະຕິບັດວຽກງານແຂ່ງ ຂັນທາງທຸລະກິດໃນຕໍ່ໜ້າ. ນອກນັ້ນຜູ້ເຂົ້າ​ຮ່ວມໄດ້ພ້ອມກັນຮັບຟັງການບັນຍາຍ ກ່ຽວ​ກັບສະພາບການພັດທະນາວຽກງານແຂ່ງຂັນທາງທຸລະກິດໃນລາວ.

IMG_5467

             ໃນກອງ​ປະ​ຊຸມ​ ທ່ານ ຂັວນ​ໃຈ ອ່ຽມ​ສຸ​ທິ, ຮອງ​ຫົວ​ໜ້າ​ກົມ​ການ​ຄ້າ​ພາຍ​ໃນ, ກະ​ຊ​ວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​​ລາຍງານຄວາມຄືບໜ້າ ວຽກງານແຂ່ງຂັນທາງທຸລະກິດ ຂອງ ສປປ ລາວ ແລະ ນຳສະເໜີບາງບັນຫາທີ່ເປັນສິ່ງທ້າທາຍ ເພື່ອແລກປ່ຽນຄຳຄິດເຫັນໃນທີ່ປະຊຸມ ພ້ອມທັງໄດ້ຮັບຟັງການບັນຍາຍຈາກ ທ່ານ ສີຟອງ ສຸໂມນທາ, ຮອງຫົວໜ້າພະແນກຄຸ້ມຄອງການແຂ່ງຂັນທາງທຸລະກິດ ໂດຍໄດ້ລົງເລິກກ່ຽວກັບການກຳນົດລາຄາ, ການຕົກລົງກັນເພື່ອຊະນະການປະມູນ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການບັນຍາຍຂອງຊ່ຽວຊານອົງການ GIZ ຊຶ່ງ​ເພິ່ນໄດ້ມາ​ແລກ​ປ່ຽນ​ບົດ​ຮຽນກ່ຽວ​ກັ​ບວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດ ແລະ ນຳສະເໜີກ່ຽວກັບໂຄງການ Complete ທີ່ກໍາລັງຈັດຕັ້ງປະຕິບັດໃນປະຈຸບັນ ແລະ ໃນຕໍ່ໜ້າ. ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ມີ​ການ​ແລກ​ປ່ຽນ​ບົດ​ຮຽນ​ຄວາມ​ເຂົ້າ​ໃຈໃນ​​ວຽກ​ງານ​ແຂ່ງ​ຂັນ​ທາງ​ທຸ​ລະ​ກິດຢ່າງ​ມີ​ບັນ​ຍາ​ກາດ​ຟົດ​ຟື້ນ ເນື່ອງ​ຈາກວຽກ​ງານນີ້ ເປັນ​ວຽກ​ທີ່ໃໝ່ ແລະ ​ມີ​ຄວາມ​ສັບ​ສົນ​ສົມ​ຄວນ ຊຶ່ງຕິດ​ພັນ​ກັບ​ການນຳ​ໃຊ້​ກົດ​ໝາຍ ແລະ ຫຼັກ​ເສດ​ຖະ​ສາດ ເພື່ອ​ມາຊ່ວຍ​ຮັບ​ປະ​ກັນ​ການ​ແຂ່ງ​ຂັນ​ທີ່​ເປັນ​ທຳ​ ໃຫ້​ກັບ​ການ​ເຄື່ອນ​ໄຫວຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ທຸກ​ຂົງ​ເຂດ.

              ຈາກການ​ແລກ​ປ່ຽນຄວາມຄິດເຫັນ​ ຂອງບັນດາທ່ານໃນ​ກອງ​ປະ​ຊຸມ ໃສ່ບັນດາເອກະສານຕ່າງໆ ເຫັນວ່າ ວຽກງານແຂ່ງຂັນທາງທຸລະກິດ​ ມີຄວາມຈໍາເປັນ ແລະ ສໍາຄັນ ຕໍ່ການພັດທະນາເສດຖະກິດ ໂດຍສະເພາະການສົ່ງເສີມການດຳເນີນທຸລະກິດ ໃນ ສປປ ລາວ, ແຕ່ກໍ່ມີສິ່ງ​ທ້າ​ທາຍຫຼາຍ​ຢ່າງທີ່​ຈະ​ຕ້ອງ​ໄດ້​ກຽມ​ພ້ອມ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາ ແລະ ແຜນວຽກໃນຕໍ່ໜ້າ. ​

ແຫຼ່ງຂ່າວໂດຍ: ກົມການຄ້າພາຍໃນ

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ