ທ່ານ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງ ອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າພົບປະ ຂອງຄະນະນັກທຸລະກິດລັດເຊຍ
By sonsathit rasavong On 17 Jun, 2019 At 03:04 PM | Categorized As ຂ່າວພາຍໃນ | With 0 Comments

            ຕອນເຊົ້າ ເວລາ 9: 00 ໂມງ ຂອງວັນທີ 14 ມິຖຸນາ 2019 ທີ່ຫ້ອງປະຊຸມຊັ້ນ 4 ກະຊວງອຸດຫະກໍາ ແລະ ການຄ້າ; ທ່ານ ສີ​ລິ​ສຳ​ພັນ ວໍ​ຣະ​ຈິດ ຫົວ​ໜ້າ​ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກະຊວງ ອຄ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບ​ປະ ຂອງທ່ານ ປາ​ແວນ ໂອ​ສະ​ໂຕ​ຣ​ເວ​ຣ​ໂຮບ, ປະ​ທານ​ສະ​ມາ​ຄົມ ຊີ​ບີ​ຮີ ພ້ອມ​ດ້ວຍ​ຄະ​ນະ ຊຶ່ງ​ທ່ານ​ໄດ້ນຳ​ພານັກ​ທຸ​ລະ​ກິດ​ລັດ​ເຊຍ ເຂົ້າ​ ​ພົບ​ປະ​​ແລກ​ປ່ຽນ​ບົດ​ຮຽນ ​ລະ​ຫວ່າງ ຕາງໜ້າ​ລັດຖະບານລາວ ກັບນັກ​ທຸ​ລະ​ກິດ​ລັດ​ເຊຍ, ​ໂດຍມີຜູ້ຕາງໜ້າທັງສອງຝ່າຍເຂົ້າ​ຮ່ວມ ປະມານ 15 ກວ່າທ່ານ.

83648974-a73f-4968-85f7-c13656398528

         ໂອກາດນີ້ ທ່ານ ສີ​ລິ​ສຳ​ພັນ ວໍ​ຣະ​ຈິດ ຫົວ​ໜ້າ​ກົມ​ແຜນ​ການ ແລະ ການ​ຮ່ວມ​ມື ກະຊວງອຸດສາຫະກໍາ ແລະ ການຄ້າ ກໍ່ແດງຄວາມຊົມເຊີຍ ຕໍ່ ທ່ານ ປາ​ແວນ ໂອ​ສະ​ໂຕ​ຣ​ເວ​ຣ​ໂຮບ, ​ທີ່​ເຮັດໃຫ້ສາຍພົວພັນຮ່ວມມືທາງ​ດ້ານ ການ​ຄ້າ ແລະ ການ​ລົງ​ທຶນຂອງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ໂດຍ​ການ​ນໍາພາ ນັກ​ທຸ​ລະ​ກິດລັດ​ເຊຍ​ມາແລກ​ປ່ຽນ​ບົດ​ຮຽນ​ເຊິ່ງ​ກັນ ແລະ ກັນ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ມາ​ລົງ​ທຶນ​ຢູ່ ສ​ປ​ປ ລາວ ​ດ້ານ​ອຸດ​ສາ​ຫະ​ກຳ, ຂະ​ແໜງ​ກະ​ສິ​ກຳ,ສິ່ງ​ແວດ​ລ້ອມ, ​ຄວາມ​ປອດ​ໄຟ, ຄວາມສະ​ອາດ​ເປັນ​ທິດ​ສີ​ຂຽວ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ເປັນ​ຕົ້ນ ​ໂດຍ​ມີ​ເຈດ​ຈໍານົງ ຈະມາ​ຕັ້ງ​ໂຮງ​ງານ​ອຸ​ປະ​ກອນ​ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝທຳ​ລາຍ​ຂີ້​ເຫຍື້ອ​ສິ່ງ​ເສດ​ເຫຼືອ ຢູ່ ສ​ປ​ປ ລາວ; ນອກ​ຈາກນັ້ນ​ຍັງ​ຈະສຶກ​ສາ​ຂໍ້​ມູນ​ສິນ​ຄ້າ​ນຳ​ເຂົ້າ-ສົ່ງ​ອອກ ລະ​ຫວ່າງ​ ສ​ປ​ປ ລາວ-ລັດ​ເຊຍ ຊຶ່ງເປັນຕົວ​ເລກ​ສິນ​ຄ້າ​ຂ້ອນ​ຂ້າງ​ຕ່ຳ. ສະ​ນັ້ນ​ຕ້ອງໄດ້​ສຶກ​ສາໂຄງການ​ທີ່ຈະ​ມາ​ລົງ​ທຶນ​ຢູ່ ສ​ປ​ປ ລາວ ໃຫ້ຫຼາຍ​ຂຶ້ນ, ພ້ອມ​ທັງຍັງເປັນຄູ່ຮ່ວມມືທີ່ດີ. ທັງສອງຝ່າຍໃຫ້ຄໍາໝັ້ນສັນຍາຕໍ່​ກັນ​ວ່າ: ຈະສືບຕໍ່ການ​ຮ່ວມ​ມື​ທີ່​ເປັນມູນເຊື້ອອັນ​ດີ​ງາມ ແລະ ສືບຕໍ່ຮ່ວມພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານອື່ນໃນຕໍ່ໜ້າ ທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ.

8535c159-7acb-403f-824b-56caebf9a839

        ທ່ານ ປາ​ແວນ ໂອ​ສະ​ໂຕ​ຣ​ເວ​ຣ​ໂຮບ, ​ໄດ້​ກ່າວ​ວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ນຳ​ພາ​ນັກ​ທຸ​ລະ​ກິດ​ເພື່ອສຶກ​ສາ​ແລກ​ປ່ຽນ​ບົດ​ຮຽນ ,ເກັບ​ກຳ​​ຂໍ້ມູນ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະມາ​ລົງ​ທຶນ​ຢູ່ ສ​ປ​ປ ລາວ ໃນ​ຕໍ່​ໜ້າ ທ່ານ ​ຍັງ​ສະ​ເໜີ​ໃຫ້​ເຈົ້າ​ໜ້າ​ທີ່​ຝ່າຍ​ລັດຂອງ​ລາວ ຈົ່ງ​​ອຳ​ນວຍຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທຸ​ລະ​ກິດ​ລັດ​ເຊຍທີ່ຢາກ​ມາ​ລົງ​ທຶນ​ຢູ່ ສ​ປ​ປ ລາວ ​ໃນ​ຕໍ່​ໜ້າອີ​ກດ້ວຍ ​.

ຂ່າວໂດຍ: ໄພຄໍອີ ວິໄລຄໍາ