ການພົບປະລະຫວ່າງອົງການປົກຄອງເມືອງ ແລະ ພາກທຸລະກິດ, ຜູ້ປະກອບການ ຄັ້ງທີ I ຂອງເມືອງນາໝໍ້
By sonsathit rasavong On 12 Jul, 2019 At 10:25 AM | Categorized As ຂ່າວພາຍໃນ | With 0 Comments

      ໃນວັນທີ 9 ກໍລະກົດ 2019 ທີ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາໝໍ້ ໄດ້ເປີດກອງປະຊຸມພົບປະລະຫວ່າງອົງການປົກຄອງເມືອງ ແລະ ພາກທຸລະກິດ, ຜູ້ປະກອບການ ຄັ້ງທີ I ທົ່ວເມືອງຂຶ້ນ ໂດຍການເປັນປະທານຂອງທ່ານ ໃຈເພັດ ຄຳມະລີ ເລຂາພັກເມືອງ, ເຈົ້າເມືອງນາໝໍ້ເປັນກຽດເປັນປະທານຮ່ວມໂດຍທ່ານ ຄຳເພົ້າ ສິລິສຸກ ກຳມະການພັກແຂວງ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ມີຄະນະປະຈຳພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ, ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ຜູ້ປະກອບການທຸລະກິດພາຍໃນເມືອງເຂົ້າຮ່ວມ.

723feaf7-73f3-4dfb-8b37-554cc5ab6245

        ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫລຸບ ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຖອດຖອນບົດຮຽນ, ແລກປ່ຽນຄຳຄິດຄຳເຫັນ ສະພາບຂໍ້ຫຍຸ້ງຍາກ ແລະ ສົ່ງເສີມອໍານວຍຄວາມສະດວກ ລະຫວ່າງພາກລັດ ແລະ ທຸລະກິດໃນການຄຸ້ມຄອງ ແລະ ການດຳເນີນທຸລະກິດ ໃນໄລຍະຜ່ານມາ; ທີ່ປະຊຸມໄດ້ມີການຖາມ ແລະ ຊີ້ແຈງບັນຫາຕ່າງໆ ໃຫ້ມີຄວາມຮັບຮູ້ເຂົ້າໃຈ, ພ້ອມນີ້ກໍ່ຍັງມີຄຳສະເໜີ ຂອງທຸລະກິດຕໍ່ພາກລັດນຳໄປພິຈາລະແກ້ໄຂໃນຕໍ່ໜ້າ.

dc3f971e-f9c3-4ee5-aab0-9ad8d9d72960

                    ກອງປະຊຸມໄດ້ດຳເນີນໄປເວລາ 01 ວັນ ແລະ ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.

ແຫຼ່ງຂ່າວ ແລະ ພາບໂດຍ: ບຸນທະວີ ພະແນກ ອຄ ແຂວງອຸດົມໄຊ

ຮຽບຮຽງໂດຍ: ພູຄໍາ ຫລວງສຸພົນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ