ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກເອກະຊົນ ປັບປຸງບັນຍາກາດການລົງທຶນ ໃນ ສປປ ລາວ
By ໄພວັນ On 17 Jun, 2024 At 04:28 PM | Categorized As ຂ່າວສຳຄັນ | With 0 Comments

IMG_0284

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການຄ້າ ແລະ ພາກເອກະຊົນ ຄັ້ງທີ 22 ​ເຊິ່ງແມ່ນເວທີປຶກສາຫາລື ລະຫວ່າງພາກລັດ​, ພາກທຸລະກິດ, ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອແລກປ່ຽນຄຳຄິດເຫັນ ຕໍ່ກັບບັນຫາພົ້ນເດັ່ນ ທີ່ເປັນອຸປະສັກຕໍ່ການຄ້າ ແລະ ການລົງທຶນ ແລະ ກໍ່ເປັນການສ້າງຄວາມເປັນເອກະພາບ ກ່ຽວກັບບັນດາມາດຕະການທີ່ຈຳເປັນໃນການລົບລ້າງບັນດາສິ່ງທີ່ກີດຂວາງຕໍ່ກັບການສ້າງສະພາບແວດລ້ອມ​​ທີ່ເອື້ອອຳນວຍຕໍ່ການລົງທຶນ. ພາຍໃຕ້ການເປັນປະທານຂອງ ທ່ານ ປ​. ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ປະທານຮ່ວມໂດຍ ທ່ານນາງ Ina Marciulionyte ເອກອັກຄະລັດຖະທູດສໍານັກງານຜູ້ຕາງໜ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ແລະ ທ່ານ Heather Variava ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ລາວ. ມີພາກລັດ, ບັນດາສະຖານທູດ, ບັນດາຄູ່ຮ່ວມພັດທະນາ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາສະມາຄົມທຸລະກິດພາຍໃນ ແລະ ຕ່າງປະເທດ ແລະ ບັນດາສະພາການຄ້າ ແລະ ສະມາຄົມທຸລະກິດຕ່າງປະເທດ ທີ່ປະຈຳຢູ່ໃນ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

IMG_0268

ທ່ານ ປ​.ອ ມະ​ໂນ​ທອງ ວົງ​ໄຊ ຮອງ​ລັດ​ຖະ​ມັນ​ຕີ ໄດ້​ກ່າວເນັ້ນວ່າ: ​ບັນ​ດາ​ນະ​ໂຍ​ບາຍ ແລະ ທຸກໆ​ຄວາມ​ຕັ້ງ​ໃຈ​ຂອງ​ລັດ​ຖະ​ບານ ໄດ້​ມີ​ບົດ​ບາດ​ສຳ​ຄັນໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ການ​ລົງ​ທຶນ, ລັດ​ຖະ​ບານ​ ໄດ້​ຍຶດໝັ້ນໃນການຈັດ​ຕັ້ງ​ປະ​ຕິ​ບັດ​ຫຼາຍມາດ​ຕະ​ການ​ທີ່​ສຳ​ຄັນ ເພື່ອ​ສະ​ໜັບ​ສະ​ໜູນ​ການປັບປຸງສະ​ພາ​ບແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ໃຫ້ແກ່​ການ​ລົງ​ທຶນ ໂດຍສະເພາະການ​ສ້າງ​ຄວາມສະດວກໃຫ້ແກ່ການເລີ່ມຕົ້ນທຸລະກິດ ໂດຍການປັບປຸງກົດ​ ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ, ກົດໝາຍວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງ​ທຶນ, ລວມ​ທັງບັນ​ດາ​ມາດ​ຕະ​ການ​ ແລະ ຄຳ​ແນະ​ນຳ ທີ່​ຕິດ​ພັນ​ກັບ​ການ​ລົງ​ທຶນ; ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການຈັດຕັ້ງປະຕິບັດການປັບປຸງເຫລົ່ານີີ້ ຍັງ​ເປັນ​ສິ່ງ​ທ້າ​ທາຍ​ຢູ່ໂດຍສະ ເພາະ​ໃນ​ຂັ້ນ​ທ້ອງ​ຖິ່ນ.”.

IMG_0313

ກອງ​ປະ​ຊຸມ​ໄດ້ຮັບຟັງການລາຍງານກ່ຽວກັບບັນ​ດາວຽກງານ​ການ​ປັບປຸງ ແລະ ປະຕິຮູບ​ທີ່​ກຳ​ລັງ​ດຳ​ເນີນຢູ່ ເພື່ອ​ຊ່ວຍປັບປຸງ​ສະ​ພາບ​ແວດ​ລ້ອມ​​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ ເຊັ່ນ: ການປັບປຸງດຳລັດວ່າດ້ວຍບັນຊີ​​ກິດ​ຈະ​ການຄວບ​ຄຸມ ແລະ ກິດຈະການສຳປະທານ ລວມທັງຄວາມຄືບໜ້າການປັບປຸງກົດ​ໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ລົງ​ທຶນ ຂອງກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ແລະ ການຈັດຕັ້ງປະຕິບັດບູລິມະສິດພາຍໃຕ້ເສົາຄ້ຳເສດຖະກິດ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນ​ປີ 2024 ຂອງກະຊວງອຸດສາຫະກຳ ແລະ ການຄ້າ. ພ້ອມນັ້ນ ກໍໄດ້ນຳສະເໜີກ່ຽວກັບກົນໄກການປຶກສາຫາລື ລະຫວ່າງພາກລັດ ແລະ ພາກເອກະຊົນ (PPD)  ພາຍໃຕ້ກອງປະຊຸມທຸລະກິດລາວ ເຊິ່ງ​ໄດ້ສັງລວມໝາກ​ຜົນ​​ຂອງກອງປະຊຸມ LBF ຄັ້ງ​ທີ 15 ແລະ ບັນດາຂໍ້ສະເໜີ​ບັນຫາບູລິມະສິດທີ່ໄດ້ຮັບຮອງໃນກອງປະຊຸມ LBF ຄັ້ງ​ທີ 15 ຜ່ານມາ ແລະ ການນໍາສະເໜີກ່ຽວກັບຂໍ້​ຕົກ​ລົງ​ເລກ​ທີ 004/ນຍ ຂອງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ວ່າດ້ວຍ​ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ເອ​ກະ​ຊົນ ພາຍໃຕ້ກອງປະຊຸມທຸລະກິດລາວ.

IMG_9580

ທ່ານ ຮອງ​ລັດ​ຖະ​ມົນ​ຕີ ​ໄດ້​ກ່າວ​ວ່າ: ເຫັນ​ດີ​ຕໍ່​ການ​ຕີ​ລາ​ຄາ​ ກ່ຽວກັບບົດ​ບາດ ແລະ ​ຄວາມ​ສຳ​ຄັນ ຂອງ​ກົນໄກປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ພາຍ​ໃຕ້​ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ ແລະ ພວກ​ເຮົາ​ຕ້ອງ​ເພີ່ມ​ຄວາມ​ພະ​ຍ​າ​ຍາມ​ເປັນ​ສອງ​ເທົ່າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍົກ​ຂຶ້ນ​ໃນ​ກອງ​ປະ​ຊຸມ LBF ຄັ້ງ​ທີ 15, ​ໂດຍ​ສະ​ເພາະ​​ການແກ້ໄຂບັນຫາ​ບູ​ລິ​ມະສິດ ທີ່​​​ກອງ​ປະ​ຊຸມ LBF ຄັ້ງ​ທີ 15 ໄດ້ຮັບຮອງ ແລະ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ຄູ່​ຮ່ວມ​ພັດ​ທະ​ນາ​ ທີ່​ໃຫ້​ການສະ​ໜັບ​ສະ​ໜູນ ແລະ ຊ່ວຍເຫລຶອ ໃນການ​ພັດ​ທະ​ນາ​ແກ່​ພວກ​ເຮົາ​ມາ​ຍາວ​ນານ ໂດຍສະເພາະໃນ​ການ​ອອກ​ແບບ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ ການປັບປຸງ​ສະພາບແວດລ້ອມການດຳເນີນທຸລະກິດ ແລະ ບັນຍາກາດ​ການ​ລົງ​ທຶນ​ ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜູນ​ແກ່​ພວກ​ເຮົາຢ່າງຕໍ່ເນື່ອງ, ໜ່ວຍງານ TPSWG ແມ່ນໜຶ່ງໃນສິບໜ່ວຍງານ ພາຍໃຕ້ຂະບວນການໂຕະມົນ ແລະ ເປັນເວທີຫຼັກສໍາລັບການປຶກສາຫາລື ດ້ານນະໂຍບາຍ ລະຫວ່າງພາກລັດ ແລະ ບັນດາຄູ່ຮ່ວມພັດທະນາ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -