ສົ່ງເສີມການຮ່ວມມມືດ້ານການຄ້າ ລາວ-ຫວຽດນາມ
By ໄພວັນ On 24 Jun, 2024 At 12:29 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_0090

ວັນທີ 20 ມິຖຸນາ 2024 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1, ກະຊວງອຸດສາຫະກໍາ ແລະ ການຄ້າ;  ທ່ານ ດາລາ ອິນດາວົງ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະສົ່ງເສີມການຄ້າຂອງແຂວງ ບິ່ງທ້ວນ ແຫ່ງ ສສ ຫວຽດນາມ ນໍາໂດຍທ່ານ ຟາມວັນດັ່ງ ຮອງປະທານແຂວງ (ຮອງເຈົ້າແຂວງ) ພ້ອມດ້ວຍທ່ານທີ່ປຶກສາທຸດເສດຖະກິດ-ການຄ້າ ຫວຽດນາມປະຈໍາລາວ, ຮອງຫົວໜ້າຫ້ອງວ່າການແຂວງ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ, ຮອງຫົວໜ້າພະແນກກະສິກໍາ ແລະ ພັດທະນາຊົນນະບົດ, ຮອງອໍານວຍການສູນສົ່ງເສີມ SME ພະແນກແຜນການ ແລະ ການລົງທຶນ, ບັນດານັກທຸລະກິດທ້ອງຖິ່ນຂອງແຂວງບິ່ງທ້ວນ ແລະ ສະມາຄົມນັກທຸລະກິດຫວຽດນາມ ປະຈໍາລາວ; ຝ່າຍລາວ ມີຕາງໜ້າຈາກຫ້ອງການ ກະຊວງ, ກົມການຄ້າຕ່າງປະເທດ, ກົມອຸດສາຫະກໍາ, ຕາງໜ້າຈາກສໍານັກງານສົ່ງເສີມ MSME, ຄະນະພະແນກ ແລະ ວິຊາການຂອງກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫລວງ, ສະມາຄົມຜູ້ຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ຊຶ່ງທັງສອງຝ່າຍມີຈໍານວນ 60 ທ່ານ.

IMG_0195

ຈຸດປະສົງ ຂອງການພົບປະໃນຄັ້ງນີ້: ແມ່ນຢ້ຽມຢາມ ແລະ ພົບປະເຮັດວຽກຮ່ວມກັບ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ ເພື່ອເສີມຂະຫຍາຍທ່າແຮງຂອງແຂວງບິ່ງທ້ວນ, ການຊອກຫາໂອກາດການຮ່ວມມືໃນຂົງເຂດວຽກງານການຊຸກຍູ້ສົ່ງເສີມການຄ້າ, ການແລກປ່ຽນ ຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ ເພື່ອກ້າວໄປເຖິງການຊື້-ຂາຍສິນຄ້າໃນອະນາຄົດ; ພ້ອມດຽວກັນນີ້ ທ່ານຮອງເຈົ້າແຂວງ ໄດ້ລາຍງານຫຍໍ້ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ, ແນະນໍາວິດີໂອສະພາບລວມໃນການເຄື່ອນໄຫວສົ່ງເສີມການຄ້າ-ການລົງທຶນຂອງແຂວງ ບິ່ງທ້ວນ ແລະ ປຶກສາຫາລືການສະໜັບສະໜູນຂອງພາກລັດລາວ ຕໍ່ທຸລະກິດຫວຽດນາມໃນການນໍາເຂົ້າ-ສົ່ງອອກສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.

IMG_0051

ທ່ານຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ໄດ້ລາຍງານຫຍໍ້ສະພາບການສົ່ງເສີມການຄ້າ ແລະ ຫັດຖະກໍາ ໂດຍຜັນຂະຫຍາຍບົດບັນທຶກ (MOU) ຂອງສອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມທີ່ໄດ້ເຊັນກັນຕົ້ນປີ 2024 ພ້ອມທັງສະເໜີແຜນກິດຈະກໍາ ກົມສົ່ງເສີມການຄ້າຫວຽດນາມ ແລະ ກົມສົ່ງເສີມການຄ້າ ແລະ ຫັດຖະກໍາລາວ ໄດ້ຮ່ວມກັນຈະຈັດງານວາງສະແດງສິນຄ້າ ລາວ-ຫວຽດນາມ ປີ 2024 ໃນລະຫວ່າງວັນທີ 25-29 ກໍລະກົດ ຢູ່ນະຄອນຫລວງວຽງຈັນ ນີ້ກໍ່ຈະເປັນໂອກາດໃຫ້ແກ່ທຸລະກິດແຂວງບິ່ງທ້ວນນໍາເອົາສິນຄ້າ ທີ່ເປັນເອກະລັກໂດດເດັ່ນ ຂອງແຂວງມາວາງສະແດງ ແລະ ການຈັບຄູ່ທຸລະກິດຂອງສອງປະເທດ; ແລະ ເຊີນຄະນະດັ່ງກ່າວຢ້ຽມຊົມຫ້ອງດໍາເນີນງານ ຂອງກົມສົ່ງເສີມການຄ້າແລະ ຫັດຖະກໍາທີ່ໄດ້ຮ່ວມມືກັບ ສປ ຈີນໃນໂຄງການຊ່ວຍເຫຼືອກໍ່ສ້າງລະບົບການຄ້າເອເລັກໂຕຣນິກ ສຳລັບຜະລິດຕະພັນກະສິກຳລາວ ແລະ ການວາງສະແດງສິນຄ້າທີ່ເປັນທ່າແຮງຂອງລາວຈໍານວນໜຶ່ງ.

IMG_0017

ຕອນທ້າຍ, ທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານຮອງຫົວໜ້າກົມທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ໃຫ້ຄໍາຄິດເຫັນທີ່ເປັນປະໂຫຍດ ແລະ ຈິດໃຈຂອງທ່ານຮອງເຈົ້າແຂວງຢາກເຊັນບົດບັນທຶກ (MOU) ກັບນະຄອນຫລວງວຽງຈັນ; ຫວັງວ່າໃນອະນາຄົດ ຈະເຊື່ອມຕໍ່ປະສານກັບຝ່າຍລາວໃນການເອົາສິນຄ້າ ຂອງແຂວງບິ່ງທ້ວນມາຈໍາໜ່າຍຢູ່ນະຄອນຫລວງວຽງຈັນ ແລະ ຈະໄດ້ຮັບຄວາມຮ່ວມມື ອໍານວຍຄວາມສະດວກໃນການເຮັດວຽກຮ່ວມກັນຈາກກົມສົ່ງເສີມການຄ້າ ແລະ ຫັດຖະກໍາຂອງລາວ ແລະ ສະຖານທູດຫວຽດນາມປະຈໍາລາວ.

ຂ່າວ: ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ

ພາບ: ໄພວັນ ສູນສະຖິຕິ ແລ ຂໍ້ມູນຂ່າວສານ ຫອຄ

About -