ຊົມເຊີຍງານສະເຫລີມສະຫລອງວັນ MSME ສາກົນ 2024
By ໄພວັນ On 25 Jun, 2024 At 12:08 PM | Categorized As ຂ່າວສຳຄັນ | With 0 Comments

IMG_1822

ງານສະເຫລີມສະຫລອງວັນ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ສາກົນ 2024 ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ,​ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ມີຜູ້ເຂົ້າຮ່ວມຈາກພາກລັດ, ພາກທຸລະກິດ, ສະຖາບັນເງິນ, ນັກຄົ້ນຄວ້ານະໂຍບາຍ ແລະ ບັນດາອົງການຈັດຕັ້ງສາກົນ ຈາກທັງພາຍໃນ ແລະ ພາກພື້ນ ຈຳນວນ 150 ກວ່າທ່ານ ໂດຍເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ ພາຍໃຕ້ຫົວຂໍ້ “ສົ່ງເສີມນະວັດຕະກໍາ ແລະ ຄວາມເຂັ້ມແຂງ: ສ້າງຄວາມເຂັ້ມແຂງໃຫ້ MSME ເພື່ອອະນາຄົດທີ່ຍືນຍົງ”.

IMG_1717

ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ການສະເຫຼີມສະຫຼອງ ວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ ຫຼື MSME) ສາກົນ, ວັນທີ 27 ມິຖຸນາ ແມ່ນໄດ້ເລີ່ມຈັດມາແຕ່ ປີ 2017 ພາຍຫຼັງທີ່ ສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ຮັບຮອງເອົາຍັດຕິສະບັບເລກທີ 71/279 ໃນເດືອນເມສາ 2017 ເຊິ່ງກໍານົດເອົາວັນທີ 27 ມິຖຸນາ ຂອງທຸກປີ ເປັນວັນຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ສາກົນ. ຕໍໍ່ຈາກນັ້ນມາ, ວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ໄດ້ຮັບການສະເຫຼີມສະຫຼອງຢ່າງກວ້າງຂວາງ ໂດຍບັນດາອົງການຈັດຕັ້ງໃນເຄືອຂ່າຍຂອງ ອົງການສະຫະປະຊາຊາດ ທັງຢູ່ ເຊີແນວ ປະເທດສະວິດເຊີແລນ,  ຢູ່ນິວຢອກ ສະຫະລັດອາເມລິກາ, ໃນບັນດາປະເທດອາຊຽນ ແລະ ປະເທດໃນໂລກ.

IMG_1806

ການຈັດງານດັ່ງກ່າວແມ່ນໜຶ່ງໃນກິດຈະກຳການສົ່ງເສີມ MSME ໃນໄລຍະການເປັນປະທານອາຊຽນຂອງ  ສປປ ລາວ 2024 ໂດຍແນໃສ່ແລກປ່ຽນບົດຮຽນການສົ່ງເສີມ MSME ໃນພາກພື້ນ ໂດຍມີການນຳສະເໜີສະພາບການສົ່ງເສີມ MSME ໃນພາກພື້ນ ເຊິ່ງນຳສະເໜີໂດຍຮອງເລຂາທິການໃຫຍ່ອາຊຽນ, ມີກິດຈະກຳເສວະ ນາໃນຫົວຂໍ້ ການຄ້າທາງເອເລັກໂຕຣນິກ ແລະ ການຕະຫລາດດິຈິຕອນ ແລະ ການປັບໂຕການສ້າງຄວາມອາດສາມາດໃນການປ່ຽນແປງຂອງພູມມິສາດໂລ, ຜົນກະທົບຕ້ອງໂສ້ການສະໜອງຕໍ່ກັບຜູ້ປະກອບກິດຈະການ MSME, ການນຳສະເໜີ ບາງເຄື່ອງມືທີ່ສຳຄັນໃນການສົ່ງເສີມ MSME ໃນພາກພື້ນ ເຊັ່ນ: ASEAN Access, ASEAN SME Academy ແລະ ເຄື່ອງມືປະເມີນຄວາມພ້ອມໃນການຫັນເປັນດິຈິຕອນຂອງ MSME. ນອກນັ້ນ, ຍັງມີການແລກປ່ຽນບົດຮຽນລະຫວ່າງຫົວໜ່ວຍ MSME ໃນການເຂົ້າເຖິງຕະຫລາດ.

IMG_1748

ງານສະເຫລີມສະຫລອງວັນ MSME ສາກົນ ໄດ້ຮັບການສະໜັບສະໜູນການຈັດງານໂດຍ ອົງການ GIZ ຜ່ານໂຄງການ ASEAN ACCESS ແລະ ທະນາຄານໂລກ ຜ່ານໂຄງການເຂົ້າເຖິງແຫລ່ງທຶນສຳລັບ MSME ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -