ລັດເອົາໃຈໃສ່ມາດຕະຖານບໍລິມາດຫົວຈ່າຍນໍ້າມັນເຊື້ອໄຟ
By ໄພວັນ On 25 Jun, 2024 At 02:14 PM | Categorized As ຂ່າວການເຄື່ອນໄຫວ | With 0 Comments

IMG_1626

ກົມມາດຕະຖານ ແລະ ວັດແທກ, ກະຊວງອຸດສາຫະຫະກຳ ແລະ ການຄ້າ ໄດ້ຈັດການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປ້ຳນໍ້າມັນ ຂື້ນໃນທົ່ວປະເທດ ໃນລະຫວ່າງວັນທີ 24-25 ມິຖຸນາ 2024 ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ. ໂດຍເປັນປະທານ ທ່ານ ພວງມາລາ ຈູມພະຈັນ ຮອງຫົວໜ້າກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານວິຊາການຈາກບັນດາພະແນກອຸດສາຫະກຳ ແລະ ການຄ້າ 8 ແຂວງຄື: ແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ, ອັດຕະປື ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

IMG_1648

ທ່ານປະທານໄດ້ກ່າວວ່າ: ການຝຶກອົບຮົມກ່ຽວກັບການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ເຊິ່ງມີຄວາມສໍາຄັນ ທີ່ເຮັດໃຫ້ພວກເຮົາຮັບຮູ້ການກວດສອບ ແລະ ການຢັ້ງຢືນກ່ຽວກັບ ວຽກງານການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃຫ້ໄດ້ຕາມຕະຖານ ແລະ ບໍລິມາດທີ່ໄດ້ກໍານົດໄວ້ ຊຶ່ງເປັນສ່ວນໜຶ່ງ ໃນການພັດທະນາແບບຍືນຍົງ  ເພື່ອຮັບປະກັນຄວາມຖືກຕ້ອງ, ໃຫ້ຄວາມເປັນທຳໃນການແລກປ່ຽນຊື້-ຂາຍ ນ້ຳມັນ ຢູ່ໃນສັງຄົມ ແລະ ເປັນການປົກປ້ອງສິດຜົນປະໂຫຍດຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ ໂດຍຮຽກຮ້ອງໃຫ້ທຸກໆພາກສ່ວນມີສ່ວນຮ່ວມ ບໍ່ວ່າຈະເປັນ ພາກລັດ-ພາກເອກະຊົນ, ລັດວິສາຫະກິດ, ບໍລິສັດສ່ວນບຸກຄົນ ແລະ ໂຮງຈັກໂຮງງານ ເຂົ້າໃນການພັດທະນາເສດຖະກິດແບບຍືນຍົງ ໂດຍຍົກສູງວຽກງານການວັດແທກ ທັງໃນລະດັບຊາດ, ພາກພື້ນ ແລະ ສາກົນ. ເພື່ອຮັບປະກັນໃຫ້ສັງຄົມມີຄວາມປອດໄພ ແລະ ມີຄວາມຍຸຕິທຳ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດສັງຄົມຂອງຊາດ.

IMG_1665

ຈຸດປະສົງ ການຝຶກອົບຮົມໃນໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ວິຊາການ ທັງເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມເປັນເອກະພາບກັນໃນທົ່ວປະເທດສ້າງຈິດສຳນຶກ ແລະ ຄວາມຮັບຮູ້ ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງ ວຽກງານການວັດແທກ, ຜູ້ປະກອບການ,​ ນັກທຸລະກິດ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ຜູ້ຊົມໃຊ້ທັງໝົດ ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານ ການກວດສອບຫົວຈ່າຍປໍ້ານໍ້າມັນ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນລະດັບຊາດ, ພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ກໍ່ເພື່ອພັດທະນາວຽກງານ ການກວດສອບຫົວຈ່າຍປໍ້ານໍ້າມັນເຊື້ອໄຟ ໃຫ້ສາມາດຊຸກຍູ້ສົ່ງເສີມການຄ້າ ແລະ ການຜະລິດອຸດສາຫະກຳ ທີ່ກ້າວໜ້າຂອງໂລກໃນແຕ່ລະໄລຍະ ໃຫ້ກາຍເປັນການພັດທະນາແບບຍືນຍົງຢ່າງແທ້ຈິງ. ນອກນັ້ນ, ການຢັ້ງຢືນຫົວຈ່າຍປໍ້ານໍ້າມັນ, ເພື່ອເປັນການສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ ມີຄວາມໝັ້ນໃຈ ແລະ ບັນລຸເປົ້າໝາຍການສ້າງຄວາມຍຸຕິທຳໃນສັງຄົມ.

IMG_1667

ປະຈຸບັນນີ້ ວຽກງານການວັດແທກຂອງ ສປປ ລາວ ເຮົາໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າພາຍໃຕ້ການມອບໝາຍໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ແກ່ ກົມມາດຕະຖານ ແລະ ວັດແທກ , ກະຊວງອຸດສາຫະກໍາ ແລະ ການຄ້າ. ໃນຊຸມປີຜ່ານມາ, ພາຍໃຕ້ຄວາມຮັບຜິດຊອບດັ່ງກ່າວ ສາມາດສ້າງໄດ້ບັນດາ ນິຕິກຳໃນການຄຸ້ມຄອງ,​ພັດທະນາ ແລະ ບໍລິການວຽກງານ ວັດແທກ ກໍ່ຄື ການສ້າງກົດໝາຍ, ດຳລັດ, ບັນດານິຕິກໍາ ລຸ່ມກົດໝາຍ ເພື່ອເປັນການຊຸກຍູ້ໃນການກວດສອບ, ສອບທຽບ ແລະ ຢັ້ງຢືນເຄື່ອງມືອຸປະກອນການວັດແທກ ໂດຍສະເພາະ ຫົວຈ່າຍປໍ້ານໍ້າມັນ ໃຫ້ບັນດາລັດວິສາຫະກິດນໍ້າມັນເຊື້ອໄຟ, ບໍລິສັດຕ່າງໆ ແນໃສ່ໃຫ້ສອດຄ່ອງກັບ ຫຼັກການ, ລະບຽບ ທັງພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -