ຜົນຂອງກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ຄັ້ງທີ 2
By ໄພວັນ On 28 Jun, 2024 At 10:14 AM | Categorized As ຂ່າວສຳຄັນ | With 0 Comments

2

ໃນວັນທີ 24 ມິຖຸນາ 2024, ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຫ້ອງການກອງເລຂາຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ໄດ້ຈັດກອງປະຊຸມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ) ທົ່ວປະເທດ ຄັ້ງທີ II ຂຶ້ນທີ່ີ ທີ່ໂຮງແຮມຈໍາປາສັກແກຣນ, ແຂວງຈຳປາສັກ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ແລະ ໃຫ້ກຽດເຂົ້າຮ່ວມໂດຍບັນດາ ທ່ານລັດຖະມົນຕີ-ຮອງລັດຖະມົນຕີ, ເຈົ້າແຂວງ-ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ພະນັກງານຫລັກແຫລ່ງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ ລວມທັງໝົດ 580 ທ່ານ.

ກອງປະຊຸມຄັ້ງນີ້ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ຫົວໜ້າ ກຄອຄຂ.ສ ໄດ້ລາຍຜ່ານຮ່າງບົດສະຫຼຸບ, ຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງໃນ 6 ເດືອນທ້າຍປີ 2023 ຫາ 6 ເດືອນຕົ້ນປີ 2024 ແລະ ແຜນການປີ 2024-2025 ຊຶ່ງສັງລວມໄດ້ທັງໝົດ 6 ກຸ່ມວຽກໃຫຍ່ ແລະ 28 ໜ້າວຽກຍ່ອຍ. ຜ່ານການປະເມີນ, ໃນ 28 ໜ້າວຽກນີ້ ສາມາດປະຕິບັດສໍາເລັດ 15 ໜ້າວຽກ, ກວມເອົາ 53%, ສ່ວນອີກ 13 ໜ້າວຽກ ຫຼື 47% ແມ່ນບໍ່ທັນສໍາເລັດ.

3

ກອງປະຊຸມຍັງໄດ້ພ້ອມກັນປຶກສາຫາລື ແລະ ຕີລາຄາຢ່າງເປັນເອກະສັນກັນວ່າ: ມີຫລາຍໜ້າວຽກສໍາຄັນທີ່ຄະນະກໍາມະການສາມາດປັບປຸງໄດ້ຢ່າງສໍາເລັດ, ​ແຕ່ຍັງມີບາງໜ້າວຽກໄດ້ແກ່ຍາວ ແລະ ບໍ່ທັນສໍາເລັດຕາມແຜນການ ຄື: ການຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 12/ນຍ ຍັງບໍ່ທັນເຂັ້ມງວດ ແລະ ບໍ່ເປັນເອກະພາບກັນ; ການອອກອະນຸຍາດ, ຢັ້ງຢືນການນໍາເຂົ້າ-ສົ່ງອອກ ແລະ ເຄື່ອນຍ້າຍສິນຄ້າ ມີຄວາມຊໍ້າຊ້ອນ; ການອອກນິຕິກໍາຍັງບໍ່ທັນໄດ້ຮັບການປະເມີນຜົນກະທົບດ້ານລະບຽບການ (RIA) ຕາມກົດໝາຍທີ່ກໍານົດໄວ້; ຈຸດກວດກາຕາມເສັ້ນທາງລະຫວ່າງເມືອງຫາເມືອງ ແລະ ແຂວງຫາແຂວງຍັງມີຫລາຍ ແລະ ມີທ່າອ່ຽງເພີ່ມຂຶ້ນ; ການປັບປຸງມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ການຈັດຕັ້ງປະຕິບັດສັນຍາ WTO-TFA ແລະ ການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ ຍັງມີຄວາມລ່າຊ້າ; ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອຮັບຜິດຊອບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຍັງຈໍາກັດ; ການປະສານງານລະຫວ່າງ ຂະແໜງ ອຸດສາຫະກໍາ ແລະ ການຄ້າ ແລະ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ຍັງບໍ່ທັນຄ່ອງຕົວ; ການເປີດໂອກາດໃຫ້ພາກທຸລະກິດໄດ້ປະກອບຄໍາເຫັນຕໍ່ການປັບປຸງນິຕິກໍາຍັງມີໜ້ອຍ; ການນໍາໃຊ້ລະບົບທັນສະໄໝເຂົ້າໃນວຽກການຄ້າ ແລະ ການຂົນສົ່ງຍັງຈໍາກັດ; ການສ້າງແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຍັງບໍ່ທັນສໍາເລັດ ແລະ ອື່ນໆ. ເພື່ອແກ້ໄຂໜ້າວຽກທີ່ຄົງຄ້າງ, ຄະນະກໍາມະການໄດ້ຫັນວຽກດັ່ງກ່າວ ແລະ ວຽກອື່ນໆທີ່ສໍາຄັນ ເປັນວຽກຈຸດສຸມ ເພື່ອສືບຕໍ່ຄົ້ນຄວ້າ ແລະ ແກ້ໄຂໃຫ້ສໍາເລັດໂດຍໄວ.

5

ໃນຕອນທ້າຍຂອງກອງປະຊຸມ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະຫຼຸບໂດຍມອບໃຫ້ທຸກຂະແໜງການ ຍົກສູງຄວາມຮັບຜິດຊອບຂອງຕົນຕໍ່ໜ້າທີ່ວຽກງານ, ສືບຕໍ່ຄົ້ນຄວ້າ ແລະ ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ແລະ ສິ່ງອຸດຕັນ ຕໍ່ກັບວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ແນໃສ່ສ້າງສິ່ງແວດລ້ອມທີ່ເອື້ອອໍານວຍຄວາມສະດວກ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ເພື່ອກະຕຸ້ນການພັດທະນາເສດຖະກິດຂອງປະເທດໃຫ້ດີຂຶ້ນ.

ຂ່າວ-ພາບ: ກົມການຄ້າຕ່າງປະເທດ

 [N1]

About -