ສູນກາງສະຫະພັນກຳມະບານລາວ ລົງຊຸກຍູ້ການກະກຽມດຳເນີນກອງປະຊຸມໃຫ່ຍ
By ໄພວັນ On 29 Jun, 2024 At 05:14 PM | Categorized As ຂ່າວສຳຄັນ | With 0 Comments

IMG_0025.jpg 1

ຕອນບ່າຍ ວັນທີ 26 ມີຖຸນາ 2024, ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກຳມະບານ ຢູ່ກະຊວງອຸດສະຫະກຳ ແລະ ການຄ້າ, ໃຫ້ກຽດຕ້ອນຮັບໂດຍທ່ານນາງ  ຈັນສຸກ ແສງພະຈັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ, ຜູ້ຊີ້ນໍາສາມອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍປະທານ, ຮອງປະທານ ແລະ ຄະນະບໍລິຫານງານເຂົ້າຮ່ວມ.

ຈຸດປະສົງເພື່ອລາຍງານການລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານກຳມະບານໃນຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງກໍາມະບານມີຄວາມເປັນເອກະພາບ ແລະ ສໍາເລັດຕາມແຜນການທີ່ສູນກາງສະຫະພັນກໍາມະບານລາວ ວາງໄວ້.

ໂອກາດນີ້, ທ່ານ ຮອງລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ ກໍໄດ້ສະແດງຄວາມຂອບອົກຂອບໃຈ ທີ່ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍຄະນະໄດ້ລົງມາຊຸກຍູ້, ແນະນໍາຢ່າງໄກ້ສິດຕິດແທດ ກັບສະຫະພັນກຳມະບານກະຊວງອຸດສະຫະກຳ ແລະ ການຄ້າໃນຄັ້ງນີ້ ແລະ ເຊື່ອໝັ້ນວ່າ ຜ່ານການພົບປະແລກປ່ຽນຄັ້ງນີ້ ຈະເຮັດໃຫ້ການເຄື່ອນໄຫວວຽກງານກຳມະບານຮອບດ້ານຢູ່ກະຊວງທີ່ມີຜົນງານຫຼາຍດ້ານ ມີມູນເຊື້ອທີ່ດີຜ່ານມານັ້ນ ມີຜົນງານພົ້ນເດັ່ນຂື້ນກວ່າເກົ່າ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກໍາມະບານຢູ່ກະຊວງ ຈະມີຜົນສໍາເລັດຕາມແຜນການທີ່ສະຫະພັນກໍາມະບານກະຊວງວາງໄວ້.

IMG_0100.jpg1IMG_0135.jpg 1

ຈາກນັ້ນ, ກໍໄດ້ເຂົ້າເຮັດວຽກຮ່ວມກັບ ສະຫະພັນກຳມະບານກະຊວງ ອຸດສະຫະກຳ ແລະ ການຄ້າ, ໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວວຽກງານກຳມະບານຮອບດ້ານ, ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນງານທີ່ພົ້ນເດັ່ນໄລຍະຜ່ານມາ ລວມທັງສະພາບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງກໍາມະບານຢູ່ກະຊວງ ຈາກທ່ານ ປອ ບົວວັນ ວິລະວົງ ຄະນະປະຈໍາພັກ, ຫົວໜ້າຫ້ອງການກະຊວງ, ກຳມະການຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງອຸດສະຫະກຳ ແລະ ການຄ້າ, ພ້ອມດຽວກັນນີ້ ຍັງໄດ້ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ລະຫວ່າງ ສູນກາງສະຫະພັນກຳມະບານລາວ ກັບສະຫະພັນກຳມະບານກະຊວງອຸດສະຫະກຳ ແລະ ການຄ້າ ເປັນຕົ້ນແມ່ນ: ການປະຕິບັດວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ, ດ້ານນິຕິກຳ ກ່ຽວກັບການກະກຽມກອງປະຊຸມ 3 ຂັ້ນ, ບັນດາເອກະສານຕ່າງໆທີ່ຈະສະເໜີຜ່ານໃນກອງປະຊຸມໃຫຍ່, ການເລືອກຕັ້ງຜູ້ແທນສົມບູນ ແລະ ສຳຮອງ ເຂົ້າຮ່ວມກອງປະຊຸມກໍາມະບານແຕ່ລະຂັ້ນ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ.

IMG_0161.jpg 1

ໂອກາດສຳຄັນນີ້ ທ່ານນາງ ອາລິຍາວັນ ອັກຄະວົງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ, ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານກຳມະບານ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງແນວຄິດ, ວຽກງານປົກປ້ອງຜົນປະໂຫຍດ, ການຂະຫຍາຍການຈັດຕັ້ງກຳມະບານ ໃຫ້ເຕີບໃຫ່ຍ ແລະ ເຂັ້ມແຂງຂື້ນກວ່າເກົ່າ ແລະ ໃຫ້ສະຫະພັນກໍາມະບານກະຊວງສືບຕໍ່ຕິດຕາມຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສໍາເລັດຕາມແຜນການ, ສູນກາງສະຫະພັນກໍາມະບານລາວ ພ້ອມທີ່ໃຫ້ຄວາມຮ່ວມມື, ສາມາດແລກປ່ຽນໄດ້ທຸກເວລາ ແລະ ໃນຫຼາຍຊ່ອງທາງເຊັ່ນ: ທາງໂທລະສັບ.

IMG_0216.jpg 1

ໃນຕອນທ້າຍກອງປະຊຸມ ທ່ານ ປອ ບົວວັນ ວິລະວົງ ປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈ ແລະ ອວຍພອນ ທ່ານ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ພ້ອມຄະນະ ຈົ່ງມີສຸຂະພາບເຂັ້ມ ແຂງ, ສືບຕໍ່ຊີ້ນໍາວຽກງານກໍາມະບານ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -