ກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ແລະ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ເພີ່ມທະວີການຮ່ວມມື
By ໄພວັນ On 15 Aug, 2024 At 05:43 PM | Categorized As ຂ່າວສຳຄັນ | With 0 Comments

IMG_0126

ໃນວັນທີ 7 ສີງຫາ 2024 ຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ  ສປປ ລາວ ແລະ ສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໄດ້ມີກອງປະຊຸມພົບປະສອງຝ່າຍ ເພື່ອແລກປ່ຽນຄຳຄິດຄຳເຫັນ ແລະ ເພີ່ມທະວີການຮ່ວມມື ກໍ່ຄືການປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.

IMG_5019

ໃນທ່າມກາງບັນຍາກາດແຫ່ງຄວາມສະມັກຄີ, ມິດຕະພາບ, ດ້ວຍຄວາມຮັບຜິດຊອບສູງ ແລະ ພ້ອມກັນຮ່ວມມືພັດທະນາ, ບົນພື້ນຖານການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ຝ່າຍລາວ ນໍາໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຝ່າຍຫວຽດນາມ ນໍາໂດຍ ທ່ານ ບັນດິດ ສາດສະດາຈານ ເຈົາ ວັນ ມິງ ປະທານສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຕີລາຄາສູງຕໍ່ການພົບປະໃນຄັ້ງນີ້ ເຊິ່ງຖືເປັນຄັ້ງທໍາອິດທີ່ທັງສອງຝ່າຍໄດ້ພົບປະກັນ ໃນນັ້ນ, ທັງສອງຝ່າຍ ໄດ້ເປັນເອກະພາບກັນໃນການຄົ້ນຄວ້າ ເພື່ອສົ່ງເສີມການຜະລິດພາຍໃນ ທົດແທນການນຳເຂົ້າ, ການຈັດກິດຈະກໍາງານວາງສະແດງສິນຄ້າ, ງານສຳມະນາ ແນໃສ່ເຊື່ອມໂຍງວິທະຍາສາດ ແລະ ທຸລະກິດ, ການພັດທະນາຊັບພະຍາກອນມະນຸດ ທັງໄລຍະສັ້ນ ແລະ ໄລຍະຍາວ ແລະ ການຮ່ວມມືໃນດ້ານອື່ນໆ ຕາມພາລະບົດບາດ ແລະ ບູລິມະສິດທີ່ທັງສອງຝ່າຍເຫັນດີຮ່ວມກັນ. ພ້ອມດຽວກັນ, ທັງສອງຝ່າຍໄດ້ລົງນາມບົດບັນທຶກການພົບປະ ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຊຸກຍູ້ການຮ່ວມມືຂອງທັງສອງຝ່າຍໃນຕໍ່

IMG_5029 ໃນຕອນທ້າຍທ່ານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະແດງຄວາມຂອບໃຈ ມາ​ຍັງ ທ່ານ ບັນດິດ ສາດສະດາຈານ ເຈົາ ວັນ ມິງ ພ້ອມ​ດ້ວຍ​ຄະ​ນະ ຕໍ່ການ​ເດີນທາງມາເຄື່ອນໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ໃນ​ຄັ້ງ​ນີ້ ແລະ ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ຂ່າວ-ພາບ: ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -