ເປີດກອງປະຊຸມ ຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 9 ສະໄໝທີ V (ເປີດກວ້າງ)
By ໄພວັນ On 18 Aug, 2024 At 05:46 PM | Categorized As ຂ່າວສຳຄັນ | With 0 Comments

IMG_0303.jpg 1

ໃນວັນທີ 16 ສິງຫາ 2024 ທີ່ກະຊວງ ອຄ ໄດ້ມີກອງປະຊຸມ ຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 9 ສະໄໝທີ V (ເປີດກວ້າງ) ຂຶ້ນໂດຍການເປັນປະທານຂອງສະຫາຍ ມາໄລທອງ ກົມມະສິດ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ອຸດສາຫະກໍາ ແລະ ການຄ້າ ມີບັນດາ ຄະນະປະຈໍາພັກກະຊວງ, ກໍາມະການຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານ, ປະທານ/ເລຂາ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມກົດລະບຽບພັກປະຊາຊົນປະຕິບັດລາວ ສະໄໝທີ XI ແລະ ແບບແຜນວິທີເຮັດວຽກຂອງຄະນະພັກກະຊວງ ພວກເຮົາຈຶ່ງໄດ້ຈັດຕັ້ງດຳເນີນ ກອງປະຊຸມຄົບຄະນະສະໄໝສາມັນ ຂອງຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ 9 ສະໄໝທີ V (ເປີດກວ້າງ) ທີ່ມີຄວາມໝາຍຄວາມສຳຄັນຂອງພວກເຮົາຂຶ້ນ ເຊິ່ງພວກເຮົາໄດ້ດຳເນີນວາລະການສຳຫຼວດກວດກາຕີລາຄາການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກ ແລະ ບຸກຄົນຄະນະພັກ ຕັ້ງແຕ່ກອງປະຊຸມກາງສະໄໝໃນເດືອນ ມິຖຸນາ 2023 ຈົນມາເຖິງປະຈຸບັນ ໃນນີ້ໄດ້ລົງເລິກຕິດຕາມກວດກາຄວາມຄືບໜ້າການແກ້ໄຂປັບປຸງຂໍ້ສ່ອງແສງຕຳນິສົ່ງຂ່າວ ທີ່ບັນດາສະຫາຍຄະນະບໍລິຫານງານພັກໄດ້ຮັບໃນການດຳເນີນຊີວິດກາງສະໄໝ.

ຜ່ານການສຳຫຼວດກວດກາ, ເຫັນໄດ້ວ່າ ສຳລັບການນຳພາລວມ ແມ່ນໄດ້ມີດ້ານຕັ້ງໜ້າຫຼາຍອັນ ເປັນຕົ້ນແມ່ນ ການເຄົາລົບຫຼັກການລວມສູນປະຊາທິປະໄຕ, ມີຄວາມກ້າ ແລະ ຄວາມພະຍາຍາມສູງນຳພາສ້າງບາດກ້າວຫັນປ່ຽນ ແລະ ບຸກທະລຸ, ມີຄວາມສາມັກຄີພາຍໃນຄະນະພັກດີ. ສຳເລັດການຈັດຕັ້ງປະຕິບັດວຽກຈຸດສຸມ ວຽກງານເຄັ່ງຮ້ອນຫຼາຍດ້ານ ໂດຍສະເພາະໄດ້ປັບປຸງຂັ້ນຂອດກົນໄກທີ່ອຸດຕັນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໜ້າທີ່ການເມືອງ. ການສ້າງການຫັນປ່ຽນໃນກະຊວງ ເຖິງວ່າຈະບໍ່ສາມາດປ່ຽນໄດ້ໄວວາ ແບບພີກປິ້ນ ແຕ່ກໍມີທ່ວງທ່າທີ່ດີ ແລະ ມີທິດທາງທີ່ຄ່ອຍໆຊັດເຈນຂຶ້ນ.

8

ດ້ານຂໍ້ຄົງຄ້າງຫຼັກ ກໍແມ່ນ ຍັງມີຄວາມຊັກຊ້າໃນການຈັດຕັ້ງຜັນຂະຫຍາຍທິດຊີ້ນຳ, ການຄົ້ນຄວ້າ ຍັງບໍ່ເລິກເຊິ່ງ ຊັດເຈນ ແລະ ມີວິທະຍາສາດ, ບາງຄັ້ງ ຍັງລໍຖ້າແຕ່ການຊີ້ນຳຈາກຂັ້ນເທິງ, ບໍ່ທັນເປັນເຈົ້າການ ເປັນເສນາທິການທີ່ມີປະສິດທິພາບສູງໄດ້ເທື່ອ. ໃນການສໍາຫຼວດບຸກຄົນຄະນະພັກ, ຜ່ານການຕີລາຄາສ່ອງແສງ ເຫັນວ່າ ຄະນະພັກແຕ່ລະສະຫາຍ ກ້າຮັບຟັງ ແລະ ແກ້ໄຂ, ແລະ ມີຄຳເຫັນ ສ່ອງແສງ ເຊິ່ງກັນ ແລະ ກັນ ຢ່າງກົງໄກກົງມາ ຈິງໃຈ ບໍ່ທັບຖົມໂຈມຕີ ຮັບປະກັນໄດ້ທັດສະນະຄວາມສາມັກຄີ ແລະ ທັດສະນະກໍ່ສ້າງເຊິ່ງກັນແລະກັນ ຕາມຫຼັກການຂອງພັກ.

ໃນໄລຍະນີ້ ແມ່ນໄລຍະທີ່ມີຫຼາຍວຽກເຄັ່ງຮ້ອນ ທີ່ພວກເຮົາຈະໄດ້ສຸມໃສ່ຄົ້ນຄວ້າແກ້ໄຂ, ຊອກຫານະໂຍບາຍທີ່ເໝາະສົມ ເພື່ອສະເໜີຂັ້ນເທິງພິຈາລະນາ ເປັນຕົ້ນມາດຕະການເພີີ່ມເຕີມເພືີ່ອຈໍາກັດ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າ, ການປັບປຸງທຸລະກິດນ້ຳມັນ ຜ່ານການປັບປຸງດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ແລະ ການປັບປຸງລັດວິສາຫະກິດ ຍັງຕ້ອງໄດ້ສຸມຄວາມເອົາໃຈໃສ່ຕື່ມ. ດຳລັດນິຄົມອຸດສາຫະກຳ ກໍໄດ້ຜ່ານກອງປະຊຸມລັດຖະບານແລ້ວ ແຕ່ຕ້ອງໄດ້ສຸ່ມໃສ່ປັບປຸງຕື່ມຕາມຄຳເຫັນກອງປະຊຸມ, ການຄົ້ນຄວ້າກຳນົດນະໂຍບາຍສົ່ງເສີມອຸດສາຫະກຳປຸງແຕ່ງ, ສົ່ງເສີມການຜະລິດສິນຄ້າ ຫຼື ການຄົ້ນຄວ້າກຳນົດຂະແໜງການປາຍແຫຼມ ທີ່ປະເທດຈະສົ່ງເສີມໃນໄລຍະຍາວ ເພື່ອສ້າງເປັນຈຸດແຂງຂອງປະເທດ ແລະ ແຫຼ່ງລາຍຮັບຍາວນານ ພວກເຮົາກໍໄດ້ສຸມໃສ່ຄົ້ນຄວ້າ ແລະ ຫຼາຍດ້ານກໍ່ຍັງບໍ່ທັນຊັດເຈນ. ການສົ່ງເສີມການຄ້າຊາຍແດນ, ການສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າເຖື່ອນ, ການແກ້ໄຂບັນຫາສິ່ງອຸດຕັນ ແລະ ອຳນວຍຄວາມສະດວກທາງດ້ານການຄ້າ ຍັງຈະໄດ້ສືບຕໍ່ລົງເລິກ.

ສະນັ້ນ, ຕາມວາລະຂອງກອງປະຊຸມ ມື້ນີ້ ຈຶ່ງເປັນໂອກາດອັນດີ ທີ່ຄະນະບໍລິຫານງານພັກພວກເຮົາ ຈະໄດ້ຮັບຟັງການສະຫຼຸບການນຳພາ-ຊີ້ນຳ ຕະຫຼອດໄລຍະ 6 ເດືອນຜ່ານມາ ແລະ ທິດທາງໃນຕໍ່ໜ້າ ທັງທາງດ້ານວຽກພັກ ແລະ ຈຸດສຸມວຽກລັດ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາຂອງຂະແໜງການຂອງພວກເຮົາ. ນອກຈາກນີ້, ພວກເຮົາຍັງຈະໄດ້ຮັບຟັງ ແລະ ພິຈາລະນາໃຫ້ທິດຊີ້ນຳ ຕໍ່ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງອົງຄະນະພັກກະຊວງ, ກອງປະຊຸມໃຫຍ່ຂອງ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ແລະ ຮ່າງມະຕິຕົກລົງ ວ່າດ້ວຍລະບອບແບບແຜນວິທິເຮັດວຽກຂອງຄະນະບໍລິຫານງານພັກ ສະບັບປັບປຸງ ພາຍຫຼັງ ໄດ້ມີການບົ່ງຕົວແຕ່ງຕັ້ງຄະນະພັກທີ່ຍັງວ່າງ.

3

ໃນທີ່ປະຊຸມ ທ່ານ ບຸນເຖິງ ດວງສະຫວັນ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງ ອຄ ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາ ປະຈໍາໄຕມາດ I/2024 ແລະ ແຜນວຽກຈຸດສຸມ ປະຈໍາໄຕມາດ II/2024 ຂອງຄະນະບໍລິຫານງານພັກກະຊວງ ອຄ. ຫຼັງຈາກນັ້ນ ສະຫາຍ ປອ. ບົວວັນ ວິລະວົງ ຄະນະປະຈໍາພັກກະຊວງ, ຫົວໜ້າຫ້ອງການ ຜ່ານ ແລະ ລາຍງານເອກະສານຄື: (ຮ່າງ) ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ 06 ເດືອນຕົ້ນປີ ແລະ ທິດທາງ 06 ເດືອນທ້າຍປີ 2024; ລາຍງານຄວາມຄືບໜ້າຂອງການສ້າງຮ່າງແຜນພັດທະນາອຸດສາ ຫະກໍາປຸງແຕ່ງ ແລະ ການຄ້າ 5 ປີ ຂອງຂະແໜງ ອຄ; ລາຍງານກ່ຽວກັບການປະເມີນ 2329 ແລະ ຄົ້ນຄວ້າເອົາຄະນະຊ່ວຍວຽກຄະນະສະເພາະກິດ 1919 ຕາມມະຕິຕົກລົງ ສະບັບເລກທີ 19/ກມສພ ແລະ ຂໍ້ຕົກລົງເລກທີ 91/ນຍ ເຂົ້າກັນກັບຄະນະຜັນຂະຫຍາຍມະຕິ ສອຈ.

6

ໃນຕອນທ້າຍ ທ່ານ ມະໄລທອງ ກົມມະສິດ ໄດ້ກ່າວວ່າ:  ກອງປະຊຸມ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະຫາຍຄະນະພັກ, ເລຂາໜ່ວຍພັກຮາກຖານ ແລະ ອົງການຈັດຕັ້ງມະຫາຊົນ; ສຳຄັນແມ່ນພວກເຮົາໄດ້ສຳເລັດການສຳຫຼວດຄືນການແກ້ໄຂຂໍ້ຕຳນິສົ່ງຂ່າວຕໍ່ການນຳພາລວມ ແລະ ຕໍ່ບຸກຄະນະພັກ ເຊິ່ງເຫັນໄດ້ຄວາມຄືບໜ້າ ແລະ ຂໍ້ຄົງຄ້າງບາງດ້ານທີ່ຕ້ອງສືບຍູ້ແຮງ ເພື່ອແກ້ໄຂ ແລະ ສ້າງການຫັນປ່ຽນ. ພວກເຮົາໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ 06 ຮ່າງເອກະສານສຳຄັນ ທີ່ເປັນບ່ອນອີງໃຫ້ການເພີ່ມທະວີການນຳພາ-ຊີ້ນຳ ຮອບດ້ານ ບໍ່ວ່າຈະເປັນດ້ານການເມືອງແນວຄິດ, ດ້ານພັກ-ພະນັກງານ ກໍຄືການຈັດຕັ້ງປະຕິບັດໜ້າທີ່ການເມືອງ ຕໍ່ໜ້າວຽກບູລິມະສິດເຄັ່ງຮ້ອນຂອງລັດຖະບານ. ພວກເຮົາຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກະກຽມດຳເນີນກອງປະຊຸມໃຫຍ່ຂອງຮາກຖານພັກ, ຂອງອົງຄະນະພັກ ແລະ ຂອງ 3 ອົງການຈັດຕັ້ງມະຫາຊົນຂອງກະຊວງ ເຊິ່ງເຫັນໄດ້ຄວາມຄືບໜ້າຫຼາຍດ້ານ ແລະ ບັນຫາແຜນວຽກຈຸດສຸມທີ່ຕ້ອງສືບຕໍ່.

2

ທ່ານ ມາໄລທອງ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ຍົກສູງການນຳພາ-ຊີ້ນຳ ໂດຍກົງໃນການຈັດ ຕັ້ງປະຕິບັດໜ້າທີ່ການເມືອງ ແລະ ບັນຫາເຄັ່ງຮ້ອນຕາມທິດຊີ້ນຳຂອງສູນກາງພັກ-ລັດຖະບານ, ເອົາໃຈໃສ່ປະກອບສ່ວນຢ່າງແຂງແຮງ. ມີຫົວຄິດປະດິດສ້າງ ໃນການສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ 3 ດ້ານ ຕາມກອງປະຊຸມກາງສະໄໝ ເຊິ່ງພວກເຮົາຈະມີກອງປະຊຸມຄົບຄະນະວິສາມັນ ເພື່ອລົງເລິກຄົ້ນຄວ້າ ແລະ ເອກະພາບ ໄປຕາມທິດທາງສ້າງການຫັນປ່ຽນລະອຽດ ແຕ່ນີ້ຮອດກອງປະຊຸມວິສາມັນ ມອບໃຫ້ທັງ 3 ຄະນະສ້າງການຫັນປ່ຽນ ແລະ ເຮັດເປັນແຜນວຽກລະອຽດແຕ່ລະດ້ານທີ່ສາມາດເຮັດໃຫ້ເຫັນການຫັນປ່ຽນແທ້ເປັນຕົ້ນ 3-4 ໜ້າວຽກແຕ່ລະດ້ານ; ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກ ແລະ ສະພາບຂອງພະນັກງານ ໃຫ້ຄະນະພັກແຕ່ລະຂັ້ນລົງເລິກຕິດແທດອ້າຍນ້ອງ ເພື່ອເຮັດວຽກການເມືອງແນວຄິດ ຊ່ວຍຄົ້ນຄວ້າຂໍ້ສະເໜີ ຊ່ວຍເຫຼືອບັນເທົາຄວາມຫຍຸ້ງຍາກ ໃຫ້ຄະນະພັກ-ຄະນະນຳ ພິຈາລະນາ; ເນັ້ນບັນຫາໃຫ້ຄວາມສຳຄັນ ໃນວຽກກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຊຸກຍູ້ແຕ່ລະການຈັດຕັ້ງ, ຄົ້ນຄວ້າປະກອບຄຳເຫັນໃສ່ ຮ່າງມະຕິຕົກລົງຕົວຊີ້ວັດ ເພື່ອເປັນເຄື່ອງມືສ້າງການຫັນປ່ຽນວຽກພັກ-ພະນັກງານ ຍົກສູງຄວາມສາມາດໃນການນຳພາ ແລະ ປະເມີນໃຫ້ແທດເໝາະ; ວຽກການກະກຽມກອງປະຊຸມໃຫຍ່ແຕ່ລະຂັ້ນໃຫ້ 3 ອົງການຈັດຕັ້ງມະຫາຊົນ,ຄະນະຮັບຜິດຊອບ ແຕ່ລະອານຸກຳມະການ ເລັ່ງຈັດກອງປະຊຸມປຶກສາຫາລື, ສ້າງແຜນດຳເນີນງານລະອຽດແຕ່ລະດ້ານ ເປັນຕົ້ນ ດ້ານເນື້ອໃນ, ດ້ານບຸກຄະລາກອນ ເພື່ອຮັບປະກັນໃຫ້ແກ່ການກະກຽມ ແລ້ວໃຫ້ລາຍງາຍງານຂໍທິດຈາກເລຂາຄະນະພັກກະຊວງ ແລະ ລາຍງານໃນກອງປະຊຸມຄົບຄະນະໃນຄັ້ງຕໍ່ໄປ.

ຂ່າວ: ໄພວັນ-ພາບ: ໄພຄໍາອີ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -