ເສີມຂະຫຍາຍການຮ່ວມມືເພີ້ມມູນຄ່າການຄ້າສອງຝ່າຍ ລາວ-ຈີນ
By ໄພວັນ On 24 Aug, 2024 At 02:52 PM | Categorized As ອື່ນໆ, ຂ່າວສຳຄັນ | With 0 Comments

IMG_0022.jpg 1

ໃນຕອນບ່າຍ ວັນທີ 23 ສິງຫາ 2024 ທີ່ຫ້ອງຮັບແຂກ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ຕ້ອນຮັບການເຂົ້າຢ້ຽມພົບປະ ແລະ ແນະນໍາຕົວໃນ​ໂອ​ກາດແຕ່ງຕັ້ງ​ມາຮັບຕໍາແໜ່ງເປັນ ເອກອັກຄະລັດຖະທູດຈີນ ປະຈໍາ ສປປ ລາວ ຄົນໃໝ່ ພ້ອມດ້ວຍຄະນະ ທັງສອງຝ່າຍເຂົ້າຮ່ວມ.

IMG_0053.jpg 11

ໂອກາດນີ້  ທ່ານ  ມະໄລທອງ ກົມມະສິດ  ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຍິນດ​ີ​ຕ້ອນ​ຮັບ ​ທ່ານ ນ. ຟັງຫົງ Fang Hong ທີ່ໄດ້​ຮັບແຕ່ງຕັ້ງເປັນເອກອັກຄະລັດຖະທູດ ສ​ປ ຈີນ ຄົນ​ໃຫມ່ ປະຈໍາ ສປປ ລາວ ທ່ານໄດ້ສະແດງຄວາມຂອບໃຈ ແລະ ຮູ້​ບຸນ​ຄຸນຕໍ່​ລັດຖະບານ ສ​ປ ຈີນ ທີ່ໄດ້ໃຫ້ການສະ​ໜັບ​ສະ​ໜູນ ແລະ ຊ່ວຍເຫລືອທາງດ້ານເຕັກ​ນິກວິຊາການ ແລະ ທຶນຮອນ ໃຫ້​ແກ່ ສ​ປ​ປ ລາວ ເວົ້າ​ລວມ, ເວົ້າ​ສະ​ເພາະ ຂະແໜງອຸດສາຫະກຳ ແລະ ການຄ້າ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ພິ​ເສດ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈເປັນ​ຢ່າງ​ຍິ່ງ ຕໍ່​ການ​ປະ​ກອບ​ສ່ວນ​ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ເຫລືອ ຂອງ​ ທ່ານ ຈຽນ ຈ່າຍ​ຕົງ ອາ​ດີດເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ປ ຈີນ ທີ່​ຫາ​ກໍ​ສຳ​ເລັດ​ໜ້າ​ທີ່ ເປັນ​ຕົ້​ນ: ຜົນ​ສຳ​ເລັດ​ໃນ​ການ​ສ້າງ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ເອ​ເລັກ​ໂຕຼນິກ ທີ່​ໄດ້​ຮັບ​ການ​ລົງ​ນາມ​ໂດຍ ສອງ ກະ​ຊວງ ການ​ຄ້າ ລາວ-ຈີນ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຢູ່ ສ​ປ ຈີນ ຂອງ ພະ​ນະ​ທ່ານເລ​ຂາ​ທິ​ການ​ໃຫຍ່ ​ຂອງ ສ​ປ​ປ ລາວ ໃນ​ປີ 2022; ການສະໜັບສະໜຸນ ແລະ ຊ່ວຍຊຸກຍູ້ ເພື່ອໃຫ້ສາມາດສະຫຼຸບເນື້ອໃນຫຼັກ ຂອງການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ 3.0 ເປັນນຶ່ງໃນແຜນງານ (PEDs); ການ​ຊຸກຍູ້ການ​ສົ່ງ​ອອກ​ສັດ​ໃຫຍ່ (ງົວ-ຄວາຍ) ໄປ ສ​ປ ຈີນ ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ​ສິນ​ຄ້າ​ກະ​ສິ​ກຳ ແລະ ພືດ​ພັກ ໄປ​ຈີນ; ການ​ຊຸກ​ຍູ້ ເພື່ອ​ແກ້​ໄຂ​ບັນ​ຫາ​ສະ​ພາບ​ການ​ອັ່ງ​ອໍ​ຂອງ​ລົດ​ຂົນ​ສົ່ງ​ສິນ​ຄ້າ ຢູ່​ດ່ານ​ຊາຍ​ແດນ ບໍ່​ເຕັນ-ບໍ່​ຫານ ໃຫ້​ມີ​ຄວາມ​ສະ​ດວກ​ຫລາຍ​ຂື້ນ; ການ​ສະ​ໜັບ​ສະ​ໜູນ​​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຜ່ານການສໍາມະນາວິຊາການໃນ​ຫລາຍ​ຫົວ​ຂໍ້​ທີ່​ເປັນ​ການ​ພັດ​ທະ​ນາ​ວຽກ​ງານອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ເຊັ່ນ: ການຈັດຕັ້ງປະຕິບັດສັນຍາຂອບການຮ່ວມມືເສດຖະກິດແບບຮອບດ້ານລະດັບພາກພື້ນ, ການ​ຄ້າ​ເອ​ເລັກ​ໂຕ​ລ​ນິກ, ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ (BRI) ແລະ ການສະໜັບສະໜູນອຸປະກອນ IT ໃຫ້ກະຊວງ ອຄ ໃນນາມເປັນຈຸດປະສານງານຫຼັກຂອງເສົາຄໍ້າປະຊາຄົມເສດຖະກິດອາຊຽນຂອງ ສປປ ລາວ ແລະ ເປັນອະນຸກໍາມະການກອງເລຂາ ຮັບໃຊ້ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024

IMG_0043.jpg1IMG_0049.jpg 1

ການ​ຮ່ວມ​ມືດ້ານການຄ້າ​ສອງ​ຝ່າຍ ລາວ-ຈີນ ໃນ 6 ເດືອນ ຕົ້ນປີ 2024, ສາມາດປະຕິບັດວຽກງານການນໍາເຂົ້າ ແລະ ສົ່ງອອກ ໄດ້ທັງໝົດ 4.159 ຕື້ໂດລາ ເຊິ່ງເພີ້ມຂື້ນ 31.6%, ໃນນີ້ມູນຄ້າການສົ່ງອອກ ແມ່ນ 2.254 ຕື້ໂດລາ ເພີ້ມຂື້ນ 26.7% ແລະ ມູນຄ້າການນຳເຂົ້າ ແມ່ນ 1.905 ຕື້ລ້ານໂດລາ ເພີ້ມຂື້ນ 37.9%, ສິນ​ຄ້າສົ່ງອອກສິນຄ້າຫຼັກໄປ ສປ ຈີນ ປະກອບມີ: ຄໍາປະສົມ (ຄໍາແທ່ງ), ເກືອກາລີ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແທ່ຮອງ, ແຮ່ເຫຼັກ, ຢາງພາລາ, ໝາກກ້ວຍ, ເຍື້ອໄມ້ ແລະ ເສດເຈ້ຍ, ຜະລິດຕະພັນອຸດສາຫະກໍາທັນຍາພືດ, ເຄມີອິນຊີ, ແປ້ງມັນຕົ້ນ, ແລະ ໝາກໄມ້ ແລະ ສິນ​ຄ້ານໍາເຂົ້າສິນຄ້າຫຼັກ ຈາກ ສປ ຈີນ ມີ: ອຸປະກອນກົນຈັກ, ຜະລິດຕະພັນເຄມີປະສົມສໍາເລັດຮູບ, ພາຫະນະທາງບົກ (ນອກຈາກລັດຈັກ, ລົດໄຖ), ເຫຼັກ ແລະ ເຄືີ່ອງທີ່ເຮັດດວ້ຍເຫຼັກ (ເຫຼັກກ້າ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ຊີ້ນສ່ວນອາໄຫຼ່ລົດ (ຢາງລົດ, ແວ່ນ, ໂສ້…), ຝຸ່ນ (ປຸຍ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະ ຕິກ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ, ລົດໄຖນາ, ຜະລິດຕະພັນທາງເຄມີ, ສາຍໄຟຟ້າ (ເຄເບີ້ນ), ເຈ້ຍ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍເຈ້ຍ, ແລະ ເຄື່ອງເຟີນິເຈີ (ຕຽງ, ເສື້ອ, ເບາະ, ໂຄມໄຟ)

IMG_0096.jpg 1

ໃນຕອນທ້າຍຂອງການພົບປະ ທ່ານ ລັດຖະມົນຕີ ໄດ້ສະ​ເໜີ​ວິ​ທີ​ຜັນ​ຂະ​ຫຍາຍຫລັງ​ການ​ພົບ​ປະ ເພື່ອຢາກໃຫ້ສືບຕໍ່ລົງເລິກ ສະ​ເໜີ​ໃຫ້ກົມກ່ຽວຂ້ອງ ຊຸກ​ຍູ້ ແລະ ພັກ​ດັນ​ໃຫ້​ກາ​ນ​ເຈ​ລະ​ຈາ​​ຍົກ​ລະ​ດັບ FTA ອາຊຽນ-ຈີນ, ​ ປະ​ສານ​ງານ ແລະ ລົງ​ເລິກ​ລະ​ອຽດ​ກ່ຽວ​ກັບ​ແຜນ​ການ​ຊ່ວຍ​ເຫລືອນ້ຳມັນ​ເຊື້ອ​ໄຟ, ເສີມ​ຂະ​ຫຍາຍ​ວຽກ​ງານ​ວາງ​ສະ​ແດງ​ສິນ​ຄ້າ ອາ​ຊຽນ-ຈີນ ຄັ້ງ​ທີ 21, ເພີ້ມ​ທະ​ວີ​ການ​ຊຸກ​ຍູ້​ວຽກ​ງານ ສົ່ງ​ອອກ​ສັດ​ໃຫຍ່ ແລະ ສິນ​ຄ້າ​ກະ​ສິ​ກຳ ໄປ ສ​ປ ຈີນ ແລະ ຮ່ວມ​ກັບຄະ​ນະ​ກຳ​ມະ​ການ​ຮ່ວມ​ມື ລາວ-ຈີນ ເສີມ​ຂະ​ຫຍາຍ​ກົນ​ໄກ ແລະ ແຜນ​ການ​ຮ່ວມ​ມື ໃນ​ຂອບ 9 ແຂວງພາກ​ເໜືອ ກັບ ແຂວງ ຢູນນານ, ສ​ປ​ ຈີນ.

ຜົນຂອງການພົບປະສອງຝ່າຍຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍການຮ່ວມມື, ການຄ້າການລົງທຶນ ຊິ່ງສອງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.

ຂ່າວ-ພາບ: ໄພວັນ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -