ກະຊວງ ອຄ ຍົກລະດັບວຽກງານ ປ້ອງກັນຄວາມສະຫງົບ ຂັ້ນພື້ນຖານ
By ໄພວັນ On 8 Sep, 2024 At 05:27 PM | Categorized As ຂ່າວພາຍໃນ | With 0 Comments

3

ຄະນະປ້ອງກັນພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມຝຶກອົບຮົມຫັດແອບ ວຽກງານປ້ອງກັນຄວາມສະຫງົບ ຂັ້ນພື້ນຖານ ໃຫ້ຄະນະປ້ອງກັນພາຍໃນ ກະຊວງ ອຄ ຄັ້ງທີ 2 ໃນວັນທີ 5 ກັນຍາ 2024  ຢູ່ທີ່ຫ້ອງປະຊຸມໃຫຍ່ຊັ້ນ 1 ກະຊວງ ອຄ ໂດຍເປັນປະທານ ຂອງ ທ່ານ ພຸດທະວັນ ນັນທະວົງ ຄະນະປະຈໍາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ອຄ, ມີຄະນະປ້ອງກັນພາຍໃນ, ບັນດາກົມ, ບັນດາພະແນກອ້ອມຂ້າງ, ລັດວິສາຫະກິດ, ສຄອຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 70 ທ່ານ.

2

ທ່ານ ພຸດທະວັນ ນັນທະວົງ ກ່າວວ່າ: ຈຸດປະສົງຂອງການຝືກອບົນຮົມ ຫັດແອບຄັ້ງນີ້ ເພື່ອສືບຕໍ່ຍົກສູງຄຸນນະພາບ ຂອງວຽກງານປ້ອງກັນພາຍຢູ່ກະຊວງ ອຄ ໃຫ້ຄະນະປ້ອງກັນພາຍໃນ ແລະ ພະ ນັກງານພາຍໃນກະຊວງ ອຄ ຈຳນວນໜຶ່ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ຕໍ່ວຽກງານ ປກຊ-ປກສ ທີ່ໄດ້ຮັບການມອບໝາຍໃຫ້ເຮັດໜ້າທີ່ປ້ອງກັນພາຍໃນ;

ເພື່ອເຮັດໃຫ້ຄະນະປ້ອງກັນພາຍໃນ-ຜູ້ຝຶກອົບຮົມຮັບຮູ້, ເຂົ້າໃຈ ໜ້າວຽກຄື: ວຽກງານປ້ອງກັນຄວາມສະຫງົບ ໃນສະພາບການໃໝ່; ວຽກງານການຈັດຕັ້ງເຄື່ອນໄຫວ ຂອງກຳລັງກອງຫຼອນ, ປກສ ບ້ານ, ປກສ ກຸ່ມບ້ານ, ກຳລັງປ້ອງກັນພາຍໃນ ແລະ ກຳລັງປ້ອງກັນຕົວ; ວຽກງານການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະປ້ອງຄະນະປ້ອງກັນພາຍໃນສຳ ນັກງານ-ອົງການ;

4

ເພື່ອຮຽນຮູ້, ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບນິຕິວິທະຍາ, ບັນດາຫຼັກການ, ວິທີການ ໃນການເກັບກຳສະພາບ, ການຊັນນະສູດ, ການວິເຄາະບັນດາຫາງສຽງ ທີ່ຫວັງໂຈມຕີພາຍໃນ ວ່າເລື່ອງໃດເປັນເລື່ອງຈິງ, ເລື່ອງໃດເປັນຂໍ້ມູນເທັດທີ່ບໍ່ມີຂໍ້ມູນຈິງ ເພື່ອຈະໄດ້ສະຫຼຸບສັງລວມລາຍງານ ແລະ ຫາວິທີແກ້ໄຂ ໃຫ້ທັນກັບສະພາບການ; ເພື່ອຮຽນຮູ້ເຖິງວິທີການ, ຫຼັກການປ້ອງກັນຕໍ່ສະຖານທີ່ເກີດເຫດ ເພື່ອຫາວິທີແກ້ໄຂ ເບື້ອງຕົ້ນ ກ່ອນນຳສະເໜີເຈົ້າໜ້າທີ່ກ່ຽວຂ້ອງ ມາແກ້ໄຂໃຫ້ທັນເວລາ; ເພື່ອໃຫ້ຮັບຮູ້, ເຂົ້າໃຈກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ; ຮັບຮູ້, ເຂົ້າໃຈ ເຖິງຄວາມໝາຍຄວາມສຳຄັນຂອງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ, ຄວາມອັນຕະລາຍທີ່ເກີດຈາກໄຟ ແລະ ຜົນເສຍຫາຍທີ່ຕາມມາ;

ສໍາລັບ ເນື້ອໃນການຈັດຝຶກອົບຮົມຫັດແອບ:

1.       ຝຶກອົບຮົມຮຽນຮູ້ວຽກງານປ້ອງກັນພາຍໃນ:  ພາກທິດສະດີ (ວຽກງານປ້ອງກັນຄວາມສະຫງົບໃນສະ ພາບການໃໝ່; ວຽກງານການຈັດຕັ້ງເຄື່ອນໄຫວ ຂອງກຳລັງກອງຫຼອນ, ປກສ ບ້ານ, ປກສ ກຸ່ມບ້ານ, ກຳລັງປ້ອງກັນພາຍໃນ ແລະ ກຳລັງປ້ອງກັນຕົວ; ວຽກງານການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຄະນະປ້ອງຄະນະປ້ອງກັນພາຍໃນສຳນັກງານ-ອົງການ);

2.       ຝຶກອົບຮົມ ຂັ້ນພື້ນຖານ ວຽກງານປ້ອງກັນ ສະຖານທີ່ເກີດເຫດ:  ພາກທິດສະດີ (ຄວາມຮູ້ພື້ນຖານກ່ຽວກັບ ນິຕິວິທະຍາ; ຄວາມຮູ້ພື້ນຖານ ກ່ຽວກັບວຽກງານປ້ອງກັນສະຖານທີ່ເກີດເຫດ);  ພາກຈຳລອງປະຕິບັດຕົວຈິງ (ວຽກງານປ້ອງກັນສະຖານທີ່ເກີດເຫດ);

7

3.       ຝຶກອົບຮົມ ສະກັດກັ້ນ ແລະ ຕ້ານອັກຄີໄພ:  ພາກທິດສະດີ (ຄວາມຮູ້ພື້ນຖານກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ; ແນະນຳກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ບາງມາດຕາທີ່ກ່ຽວຂ້ອງ; ແນະ ນຳ ການບຳລຸງຮັກສາ ແລະ ການນຳໃຊ້ອຸປະກອນມອດໄຟ; ແນະນຳການໜີໄພ ອອກຈາກສະຖານທີ່ເກີດໄຟໄໝ້);  ພາກຈຳລອງປະຕິບັດຕົວຈິງ (ຝືກການມອດໄຟໄໝ້ອາຍແກ໊ສ, ໄຟໄໝ້ນ້ຳມັນ ແລະ ການນຳໃຊ້ບັ້ງມອດໄຟເຂົ້າດັບມອດຕົວຈິງ).

ຂ່າວ-ພາບ: ສູນທອນ ສູສະຖິຕິ ແລະ ຂໍ້ມູນຂ່າວສານ ຫອຄ

About -