ເປີດງານ ວາງສະແດງລົດຍົນ 2025 ທີ່ສູນການຄ້າ ນາກາມໍ
By ໄພວັນ On 11 Feb, 2025 At 11:02 AM | Categorized As ຂ່າວສຳຄັນ | With 0 Comments

DSC_7650.jpg1

ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນ ອີເວັນອໍກະໄນເຊີ ໄດ້ຈັດງານ ວາງສະແດງມໍເຕີ ແຟຣ (Motor Fair 2025) ຄັ້ງທີ I ທີ່ NAGA MALL (PARKSON) ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ວັນມະນີ ພີມມະສອນ ຫົວໜ້າພະແນກ ອຄ.ນວ, ທ່ານ ນາງ ວົງຈັນ ບົວແພງ ປະທານ ບໍລິສັດສ້າງສັນ ອິີເວັນ ອໍກະໄນເຊີ, ທ່ານ ນາງ ກີ່ງດາວ ສີຫາປັນຍາ ຫຸ້ນສ່ວນບໍລິສັດ ສ້າງສັນ ອິີເວັນ ອໍກະໄນເຊີ ພ້ອມດ້ວຍພາກສ່ວນກ່ຽວຂອງ ແລະ ບັນດາຄ້າຍລົດເຂົ້າຮ່ວມ.

DSC_7790.jpg1

ທ່ານ ວິທູນ ສິດທິມໍລະດາ ຫົວໜ້າ ສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ: ອຸດສາຫະກຳລົດຍົນ ໄດ້ມີວິວັດທະນາການ ແລະພັດທະນາໃນແຕ່ລະໄລຍະຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສາມາດຮອງຮັບຄວາມຕ້ອງການຂອງຜູ້ຊົມໃຊ້ ລົດຍົນ ຖືເປັນສີນຄ້າມີມູນຄ່າສູງ ແລະ ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ, ກິດຈະວັດປະຈໍາວັນ, ການເດີນທາງ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈເລືອກ ໃຫ້ມີການສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງພາຍໃນງານຂອງພວກເຮົາ ທາງຄະນະຈັດງານ ກໍສາມາດໃຫ້ບໍລິການຄຳປຶກສາແນະນຳຫາກຕ້ອງການຄວາມຊ່ວຍເຫຼືອ.

ງານວາງສະແດງ ມໍເຕີ ແຟຣ 2025 ເຖິງຈະເປັນການຈັດງານຄັ້ງທີ 1 ແຕ່ທາງບໍລິສັດຜູ້ຈັດງານ ຖືໄດ້ວ່າມີປະສົບການ ແລະ ມີທີມງານທີ່ມີຄວາມຊຳນານງານ ພ້ອມນີ້ ກໍສາມາດຍາດແຍ່ງບັນດາບໍລິສັດຕົວແທນຈໍາໜ່າຍລົດ ເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນ ຢ່າງຄັບຄາໜາແໜ້ນ. ພ້ອມດຽວກັນນີ້, ມີສິນຄ້າໂອດ໊ອບ ຂອງລາວ ມາເຂົ້າຮ່ວມໃນງານ ໄດ້ຈັດໃຫ້ມີຫ້ອງວາງສະແດງສໍາລັບສິນຄ້າທ່າແຮງ ແລະ ຈຳນວນໜຶ່ງ, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວ ປຸກລະດົມໃຫ້ຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ນັບຂຶ້ນຫຼາຍຂຶ້ນ.

ທ່ານກ່າວວ່າ:  ງານວາງສະແດງພວກເຮົາ ດໍາເນີນເປັນເວລາ 9 ວັນຂ້າພະເຈົ້າເຊື່ອໝັ້ນວ່າ ຕະຫຼອດໄລຍະຂອງການຈັດງານໃນຄັ້ງນີ້ ຈະມີການຊື້-ຂາຍລົດ,ຈັບຈອງລົດຫຼາຍລຸ້ນ ຫຼາຍຍີ່ຫໍ້ຈາກ ບັນດາຕົວແທນຈໍາໜ່າຍລົດ ບໍ່ວ່າຈະເປັນພາຍໃນງານກໍດີ ແລະ ຫຼັງຈາກຈົບງານ, ຜູ້ມາເຂົ້າຮ່ວມງານ ກໍຈະໄດ້ເພີດເພີນກັບຫຼາຍກິດຈະກໍາ ທີ່ຈະຈັດຂື້ນພາຍໃນງານ ແລະ ຢ່າລືມແວ່ໄປຊ່ວຍຊົມ ຊ່ວຍຊື້ສິນຄ້າລາວຂອງພວກເຮົາ.

DSC_7758.jpg1

ທ່ານ ນາງ ວົງຈັນ ບົວແພງ ປະທານ ບໍລິສັດສ້າງສັນ ອິີເວັນ ອໍກະໄນເຊີ ກ່າວວ່າ: ງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ທີ່ NAGA MALL (PARKSON) ນະຄອນຫຼວງວຽງຈັນ ໄດ້ຈັດຂື້ນເພື່ອເປັນການສົ່ງເສີມການຂາຍ ແລະ ໂຄສະນາການຂາຍ, ການນໍາໃຊ້ລົດ, ທີ່ມີການຜະລິດອອກມາໃໝ່ມີຄວາມທັນສະໄໝ ແທດເໝາະນຳເສດຖະກິດແບບປະຢັດນໍ້າມັນລະບົບໄຟຟ້າ ໃນຫຼາຍຮູບແບບ ແລະ ລວບລວມເອົາທຸກພາກສ່ວນທີ່ຕິດພັນກັບອຸດສະຫະກຳລົດເຂົ້າມາ ເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກໄດ້ຊົມໃຊ້ສຳພັດຮູບແບບໃໝ່ ໂດຍຈະລວບລວມຄ້າຍລົດ, ປະກັນໄພ, ສິນເຊື່ອ ແລະ ອື່ນໆ ເຊິ່ງຈະມີຈຳນວນ 15-20 ບໍລິສັດ ເຂົ້າຮ່ວມການຈັດງານຄັ້ງນີ້ ແລະ ເປັນການສ້າງໂອກາດໃຫ້ບັນດາ ບໍລິສັດຫ້າງຮ້ານໄດ້ມີການໂຄສະນາ ແລະ ຊື້-ຂາຍ ລົດ ອື່ນໆ ສ້າງທາງເລືອກໃຫ້ຜູ້ຊົມໃຊ້ໄດ້ຕັດສິນໃຈຊື້ໃນລາຄາທີ່ເໝາະສົມ. ໃນງານດັ່ງກ່າວກໍຍັງເປັນການສ້າງບັນຍາ ກາດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມຜະລິດຕະພັນລົດຍົນ Motor fair 2025.

DSC_7522.jpg1

ຄາດວ່າຜູ້ເຂົ້າຮ່ວມງານແມ່ນຈະໄດ້ຍອດຂາຍຕາມເປົ້າໝາຍທີ່ວາງໄວ້ ຄາດວ່າຜູ້ເຂົ້າທ່ຽວຊົມງານປະມານ 1.000 ຄົນຕໍ່ມື້ ປະເພດສິນຄ້າທີ່ນຳມາວາງສະແດງ ປະເພດ ລົດໄຟຟ້າ EV, ລົດທີ່ປະຢັດນໍ້າມັນ, ປະເພດ ລົດຈັກ ໄຟຟ້າ,  ເຄື່ອງຕົກແຕ່ງລົດ,  ອຸປະກອນເສີມລົດ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອ, ທະນາຄານ ເຊິ່ງ ບັນດາຄ້າຍລົດທີ່ເຂົ້າຮ່ວມແມ່ນມາຈາກຄ້າຍ FORD, LAND ROVER, MAHINDRA, KAIYI, JAC EV, SOKDEE EV CENTER, RH AUTO LAO, GEELY ແລະ BB AUTO. ງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ຈັດຂຶ້ນໃນລະຫວ່າງວັນທີ 8-16 ກຸມພາ 2025 ທີ່ NAGA MALL (PARKSON) ນະຄອນຫຼວງວຽງຈັນ.

ຂ່າວ-ພາບ: ສູນທອງ ສູນສະຖິຕິ ແລະ ຂໍ້ມູນຂ່າວສານ

About -