ກະຊວງ ອຄ ເປີດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະຊາວໜຸ່ມ
By sonsathit rasavong On 2 Jun, 2015 At 02:57 PM | Categorized As ຂ່າວສຳຄັນ | With 0 Comments

 

ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ III ຂອງ​ຄະນະ​ຊາວ​ໜຸ່ມ ກະຊວງ ພ້ອມ​ທັງ​ໄດ້​ປ່ອນ​ບັດ​ເລືອກ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກະຊວງ​ຊຸດ​ໃໝ່ ຂຶ້ນ​ໃນ​ວັນ​ທີ 28 ພຶດສະພາ ທີ່​ຜ່ານ​ມາ ​ໂດຍ​ການ​ເປັນ​ປະທານຂອງ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ​ເລຂາ​ຄະນະ​ພັກ​ກະຊວງ ລັດຖະມົນຕີ​ວ່າການ​ກະຊວງ ອຄ,​ ທ່ານ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະນະ​ບໍລິຫານ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ​ປະຕິບັດ​ລາວ, ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຄະນະ​ຊາວ​ໜຸ່ມ​ກະຊວງ.

ທ່ານ ນາງ ​ເຂ​ັມມະນີ ພົນ​ເສນາ ກ່າວ​ວ່າ: ກະຊວງ ອຄ ມີ​ຊາວ​ໜຸ່ມ ທັງ​ໝົດ 700 ກວ່າ​ຄົນ. ​ໃນ​ນັ້ນ, ​ໄດ້​ເຄື່ອນ​ໄຫວວຽກ​ງານ​ເສດຖະກິດ, ວຽກ​ງານ​ການ​ເມືອງ ​ແລະ ວຽກ​ງານ​ຕີ​ລາຄາ​ຄືນ​ເຫັນ​ໄດ້​ບາງ​ຂໍ້ຄົງຄ້າງ​ນັ້ນ​ໃຫ້​ສືບ​ຕໍ່​ປັບປຸງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຊາວ​ໜຸ່ມ​ໃຫ້​ຍາດ​ໄດ້ຜົນ​ງານ​ຫຼາຍ​ກວ່າ​ເກົ່າ, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສ່ວນ​ລວມ ສອດຄ່ອງ​ກັບ​ວຽກ​ງານ​ວິ​ຊາ​ສະ​ເພາະ ​ແລະ ການ​ສຶກສາ​ແນ​ວຄິດ​ການ​ເມືອງ​ໃຫ້​ແຕ່ລະ​ໜ່ວຍ​ຊາວ​ໜຸ່ມ.

ທ່ານ​ເລຂາ​ຄະນະ​ບໍລິຫານ​ສູນ​ກາງ​ຊາວ​ໜຸ່ມ ປະຊາຊົນ​ປະຕິວັດ​ລາວ ​ໄດ້​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ວ່າ: ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ III ຂອງ​ອົງຄະ​ນະ​ຊາວ​ໜຸ່ມ​ຂອງ ກະຊວງອຸດສາຫະກຳ ​ແລະ ການ​ຄ້າ ສຸດ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳຄັນ​ທາງ​ດ້ານ​ການ​ເມືອງ​ຍ້ອນ​ຄະນະ​ພັກ​ກະຊວງ ​ແລະ ສະມາຊິກ​ຊາວ​ໜຸ່ມ​ອ້ອມຂ້າງ​ກະຊວງ​ໄດ້​ເອົາ​ໃຈ​ໃສ່​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ ​ແລະ ​ເຮັດ​ລ້ອນໜ້າ​ທີ່ໆ​ໄດ້​ຮັບ​ມອບ​ໝາຍ​ບົນ​ຫົວຄິດ​ປະດິດ​ສ້າງ 4 ບຸກທະລຸ ​ເຊິ່ງມັນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບາດ​ກ້າວ​ເດີນ, ສ່ອງ​ແສງ​ໃຫ້​ເຫັນ​ໄຊຊະນະ ອັນ​ພົ້ນ​ເດັ່ນ ຄື: ຄະນະ​ພັກ​ຄະນະ​ນຳ​ກະຊວງ​ໄດ້​ປັບປຸງ​ການຈັດ​ຕັ້ງ​​ໃໝ່, ພະນັກງານກວ່າ 73% ​ເປັນ​ພະນັກງານ​ໜຸ່ມ, ຄະນະ​ພັກ​ຄະນະ​ນຳ​ກະຊວງ​ເອົາ​ໃຈ​ໃສ່​ຊີ້​ນຳ​ໃຫ້​ໄດ້​ຮັບ​ໃບ​ຍ້ອງຍໍ 4 ບຸກ ​ແລະ ການ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ໂດຍ​ສະ​ເພາະສະ​ແດງ​ອອກ​ໃນ​ການ​ເລືອກ​ຕັ້ງ​ຄະນະ​ຊາວ​ໜຸ່ມ​ກະຊວງ​ຊຸດ​ໃໝ່ 36,36% ​ແມ່ນ​ຜູ້ຍິງ ​ແລະ ການ​ປ່ອນ​ບັດ​ເລືອກ​ຕັ້ງ​ຄັ້ງ​ນີ້​ເປັນ​ສິ່ງ​ທີ່​ພົ້ນ​ເດັ່ນ​ອັນ​ຈະ​ເຮັດ​ໃຫ້​ສະມາຊິກ​ຊາວ​ໜຸ່ມ​ບັນລຸ​ໜ້າ​ທີ່.

ສ່ວນ​ການ​ປ່ອນ​ບັດ​ເລືອກ​ຄະນະ​ຊາວ​ໜຸ່ມ​ກະຊວງ ອຸດສາຫະກຳ ​ແລະ ການ​ຄ້າ ສະ​ໄໝ​ທີ III ​ໄດ້​ເປັນ​ເອກະ​ພາບ​ເລືອກ​ສະຫາຍ ​ໄຊ​ສົມ​ເພັດ ນໍລະ​ສິງ ​ເປັນ​ເລຂາ​ຄະນະ​ຊາວ​ໜຸ່ມ​ກະຊວງ; ສະຫາຍ ດຣ. ບຸນ​ເພັງ ສີ​ບຸນ​ເຮືອງ ຮອງ​ຄະນະ; ສະຫາຍ ດາວ​ເພັດ ​ເມືອງ​ໂພນ​ທອງ ຮອງ​ຄະນະ ​ແລະ ສະຫາຍ ນາງ ບຸນ​ທະວີ ບັນດາສັກ ຮອງ​ຄະນະ.

 

[ບົດ​ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]

???????????????????????????????

???????????????????????????????

???????????????????????????????

???????????????????????????????