ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ລັດຖະມົນຕີຊ່ວຍວ່າການ ກະຊວງການຄ້າ ແຫ່ງ ສປ ຈີນ
By sonsathit rasavong On 2 Jun, 2015 At 05:12 PM | Categorized As ຂ່າວພາຍໃນ | With 0 Comments

 

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ່ 29 ພຶດສະພາ ທີ່​ຜ່ານ​ມາ, ຢູ່​ທີ່​ຫອ້ງຮັບ​ແຂກ​ຂອງ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ​ ນາງ​ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແຫ່ງ ສປປ ລາວ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ ຂອງ ທ່ານ ນາງ ກາວ​ຢ້ຽນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ການ​ຄ້າ ​ແຫ່ງ ​ສປ ຈີນ ພ້ອມ​ດ້ວຍ​ຄະນະ. ​ເນື່ອງ​ໃນ​​ໂອກາດ​ເດີນທາງ​ມາ​ເຮັດ​ວຽກ ​ແລະ ​ເຂົ້າ​ຮວ່ມ ກອງປະຊຸມ​ຄະນະ​ກຳມະ​ທິການ​ຮ່ວມ​ມື​ລະ​ຫວ່າງ ລາວ​-ຈີ​ນ ​ແລະ ຈີນ-ລາວ​ ຄັ້ງ​ທີ່ 7, ຊຶ່ງ​ຝ່າຍ​ລາວ​ໄດ້​ສະ​ແດງ​ຍິນ​ດີ ​ແລະ ຊົມ​ເຊີຍ​ຕໍ່ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ  ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ່ 7 ຂອງ​ຄະນະ​ກຳມະທິການ​ຮ່ວມ​ມືລາວ-ຈີນ ​ແລະ ຈີນ​-ລາວ ໃນ​ຄັ້ງ​ນີ້ ຢ່າງ​ສຸດ​ອົກ​ສຸດ​ໃຈ.

ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້ກັນ​ຊາບ ກ່ຽວກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ແຕ່ລະ​ປະ​ເທດ; ໄດ້​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ​ລາວ ​ແລະ ສປ ຈີນ ​ໂດຍ​ສະ​ເພາະ​ແມ່ນ​ກາ​ນຮ່ວມມື​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງ​ທຶນ ນັບ​ມື້ນັບ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ​ ​ເປັນ​ຕົ້ນ​ແມ່ນ​ພາກ​ເໜືອ ຂອງ​ລາວ ​ແລະ ແຂວງ​ຢຸນນານ. ຊຶ່ງ​ສາມາດ​ເຫັນ​ໄດ້​ວ່າ ມູນ​ຄ່າ​ການ​ຄ້າ ​ລາວ-ຈີນ ​ໄດ້​ມີ​ຈັງຫວະ​ການ​ຂະຫຍາຍຕົວ​ເພີ່ມ​ຂື້ນ ​ແລະ ຕໍ່​ເນື່ອງ, ປີ 2014 ບັນລຸ​ໄດ້​ປະມານ 3,61 ຕື້​ໂດ​ລາ, ​ເພີ່ມ​ຂຶ້ນ 31,87% ​ເມື່ອ​ທຽບ​ໃສ່​ປີຜ່ານມາ. ​ໃນ​ນັ້ນ, ລາວ​ສົ່ງ​ອອກ​​ໄປ ສປ ຈີນ 1,77 ຕື້ໂດ​ລາ ​ເພີ່ມ​ຂຶ້ນ 73,56%  ​ແລະ ລາວ​ນຳ​ເຂົ້າ 1,84 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ 7,13% ​ເມື່ອ​ທຽບ​ໃສ່​ປີຜ່ານມາ. ຊຶ່ງ​ການສົ່ງ​ອອກ​ຂອງ​ລາວ ສູ້ ສປ ຈີນ ​ເປັນ​ອັບ​ທີ່ 01 ​ເຊິ່ງກວມ​ເອົາ 46,1% ​ໃນ​ການ​ສົ່ງ​ອອກ​ທັງໝົດ​ໄປ​ຕ່າງປະ​ເທດ​ຂອງ​ລາວ.

ພ້ອມ​ກັນ​ນັ້ນ, ຝ່າຍ​ລາວ​ກໍ່​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຕໍ່ກັບ ສປ ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼື​ອ​ໃນ​ໄລຍະ​ຜ່ານ​ມາ ​ເປັນ​ຕົ້ນ​ແມ່ນ​ການ​ຊ່ວຍ​ເຫຼືອ​ໃນ​ການ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຂອງ​ລາວ ​ແລະ ການ​ຊ່ວຍ​ເຫຼືອ​ຝຶກ​ອົບຮ​ົມທາງ​ດ້ານ​ວິຊາ​ການ​ຕ່າງໆ. ນອກຈາກ​ນີ້, ທັງ​ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນຄຳ​ເຫັນ​ກັນ​ຢ່າງ​ກວ້າງຂວາງ ​ແລະ ປຶກສາ​ຫາລື​ກັນ ຢ່າງ​ເປີດອົກ​ເປີດ​ໃຈ ​ແລະ ກົງ​ໄປ​ກົງ​ມາ ຕໍ່ບັນຫາ​ທີ່​ກ່ຽວຂ້ອງ​ກັບ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລະຫວ່າງ​ ລາວ-ຈີ​ນ ​ໃນຕໍ່ໜ້າ, ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ​-ການ​ຄ້າ ​ແລະ ​ເຕັກ​ນິກ ​ແລະ ກຳນົດ​ທິດ​ທາງ​ແຜນການ​ຮ່ວມ​ມື​ໃນຕໍ່ໜ້າ.

[ສູນ​ສະຖິຕິ ​ແລະ ຂ່າວສານ]

???????????????????????????????

???????????????????????????????

???????????????????????????????