ສປປ ລາວ ຈະກຳນົດ 4 ຂົງເຂດບຸລິມະສິດ ເພື່ອຍາດແຍ່ງຜົນປະໂຫຍດ ຈາກການເປັນປະທານອາຊຽນປີ 2016
By sonsathit rasavong On 3 Sep, 2015 At 08:00 AM | Categorized As ຂ່າວພາຍໃນ | With 0 Comments

 

ທ່ານ ນາງ ​ເຂັມມະນີ ພົນ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ (ອຄ) ​ໃຫ້​ຮູ້​ວ່າ: ​ໃນ​ການ​ເປັນ​ປະທານ​ອາ​ຊຽນປີ 2016 ທີ່​ຈະ​ມາ​ເຖິງ​ນີ້ ຈາກ​ຜົນ​ກອງ​ປະຊຸມ​ຂອງ​ກະຊວງ ອຄ, ພາກສ່ວນ​ກ່ຽວຂ້ອງ ​ແລະ ຈາກ​ພາກ​ທຸຸລະ​ກິດ ພວກ​ເຮົາ​ໄດ້​ກຳນົດ​ເອົາ 4 ຂົງ​ເຂດ​ບຸລິມະສິດ​ ​ໃນ​ການ​ລົງ​ເລິກ​​ເພື່ອ​ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ເພື່ອ​ພັດທະນາ​ປະ​ເທດ​ເຮົາ ​ແລະ ຕໍ່​ການ​ພັດທະນາ​ອາ​ຊຽນ.

ພິທີ​ຖະ​ແຫຼ​ງຂ່າວ​ຜົນ​ກອງ​ປະຊຸມ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ຄັ້ງ​ທີ 47 ​ໃນ​ລະຫວ່າງ​ວັນ​ທີ 22 – 25 ສິງຫາ ຜ່ານ​ມາ ທີ່​ປະ​ເທດ​ມາ​ເລ​ເຊຍ ​ໄດ້​ມີ​ຂຶ້ນ​ໃນ​ຕອນ​ບ່າຍ​ວານ​ນີ້​ທີ່​ກະຊວງ ອຄ ​ເຊິ່ງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ ອຄ ​ໄດ້​ແຈ້ງ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ດັ່ງກ່າວ.

ທ່ານ ນາງ​​ ​ເຂັມ​ມະນີ ພົນ​ເສນາ ​ໃຫ້​ຮູ້​ວ່າ: ​ໃນ​ການ​ກະກຽມ​ການ​ເປັນ​ປະທານ​ອາ​ຊຽນປີ 2016 ຂອງ ສປປ ລາວ ທີ່​ຈະ​ມາ​ເຖິງ​ນີ້, ກະຊວງ ອຄ ​ໄດ້​ສົມທົບ​ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ຈັດ​ກອງ​ປະຊຸມ​ເຖິງ 3 ຄັ້ງ​ເພື່ອ​ຮັບ​ຟັງ ​ແລະ ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ຈາກ​ພາກ​ລັດ ​ແລະ​ ພາກ​ທຸລະ​ກິດ​ທີ່​ກ່ຽວຂ້ອງ ​ເພື່ອ​ກຳນົດ​ຫົວ​ຂໍ້​ບຸລິມະສິດ​ຂອງ ສປປ ລາວ ​ແລະ ອາ​ຊຽນທີ່​ສຳຄັນ​ຈາກ​ຕ່າງປະ​ເທດ ​ເຊິ່ງຜົນ​ກອງ​ປະຊຸມ​ສາມາດ​ກຳນົດ​​ເອົາ 4 ຂົງ​ເຂດ​ບຸລິມະສິດ​ ​ໃນ​ການ​ທີ່​ຈະ​ລົງ​ເລິກ​ຄື: ວຽກ​ງານ​ເຊື່ອມ​ຈອດ​ພາຍ​ໃນ​ອາ​ຊຽນ, ການ​ອຳ​ນວຍ​ຄວາມ​ສະດວກ​ທາງ​ການ​ຄ້າ, ການ​ພັດທະນາ​ວິ​ສາ​ຫະກິ​ດຂະໜາດ​ນ້ອຍ ​ແລະ ກາງ ​ແລະ ການ​ພັດທະນາ​ການທ່ອງທ່ຽວ​ເພື່ອ​ຍາດ​ແຍ່ງ​ຜົນ​ປະ​ໂຫຍ​ດສູງ​ສຸດ​ໃຫ້​ແກ່ ສປປ ລາວ ລວມທັງ​ພາກ​ພື້ນ​ອາ​ຊຽນ​ໂດຍ​ລວມ.

ສຳລັບ​ຜົນ​ກອງ​ປະຊຸມ ລັດຖະມົນຕີ​​ເສດຖະກິດ​ອາ​ຊຽນຄັ້ງ​ທີ 47 ​ໃນ​ລະຫວ່າງ​ວັນ​ທີ 22 – 25 ສິງຫາ​ຜ່ານ​ມາ ທີ່​ປະ​ເທດ​ມາ​ເລ​ເຊຍ​ແມ່ນ​ໄດ້​ປຶກສາ​ຫາລື​ບັນຫາ​ຕ່າງໆ ​ໂດຍ​ສະ​ເພາະ​ການ​ທົບ​ທວນ ​ແລະ ປະ​​ເມີນ​ຜົນ​ຂອງ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ສ້າງ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ AEC Blueprint 2015 ​ເຊິ່ງຈະ​ໄດ້​ປະກາດ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 31 ທັນ​ວາ 2015, ການ​ປະ​ເມີນ​ຜົນ​ການຈັດ​ຕັ້ງ AEC Blueprint 2015 ​ແມ່ນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ສູງ. ມາ​ຮອດ​ເດືອນ​ກໍລະ​ກົດ 2015 ສາມາດ​ປະຕິບັດ​ບັນດາ​ມາດ​ຕະການ​ໃນ​ອາ​ຊຽນ​ໄດ້​ເຖິງ 91.5% ​ເທົ່າ​ກັບ 463 ມາດ​ຕະການ ຈາກ 506 ມາດ​ຕະການ​ບຸລິ​ມະ​ສິດ​ຂອງ​ອາ​ຊຽນ ​ແລະ ສປປ ລາວ ​ເອງ​ແມ່ນ​ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ 93,1%.

ສ່ວນ​ຕົວ​ເລກ​ການ​ຄ້າ​ຂອງ​ອາ​ຊຽນສາມາດ​ສົ່ງ​ອອກ​ຈາກ​ປີ 2007 ຫາ​ປີ 2014 ​ເພີ່ມ​ຂຶ້ນ​ເຖິງ 50 ​ເທົ່າ​ກັບ 1 ພັນ 300 ຕື້​ໂດຍ​ລາ​ສະຫະລັດ, ການ​ຂະຫຍາຍຕົວ​ທາງ​ດ້ານ​ການ​ລົງທຶນ​ໃນ​ປີ 2014 ມີ​ເຖິງ 136,2 ຕື້​ໂດ​ລາ ​ເພີ່ມ​ຂຶ້ນ​ເຖິງ 160% ຈາ​ກປີ 2007.

ນອກ​ນັ້ນ, ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບການ​ເປີດ​ເສລີ​ການ​ຄ້າ​ດ້ານ​ສິນຄ້າ, ການ​ບໍລິການ​ປະຕູ​ດຽວ​ອາ​ຊຽນ, ລະບົບ​ພາສີ​ຜ່ານ​ດ່ານ​ອາ​ຊຽນ, ດ້ານ​ມາດຕະຖານ ​ແລະ ຄວາມ​ສອດຄ່ອງ, ດ້ານ​ການ​ລົງທຶນ, ດ້ານ​ການ​ຄ້າ​ບໍລິການ, ຂອບ​ການ​ຢັ້ງຢືນ​ວຸດ​ທິບັດ​ອາ​ຊຽນ, ຊັບ​ສິນ​ທາງ​ປັນຍາ, ນະ​ໂຍບາຍການ​ແຂ່ງຂັນ​ທາງ​ການ​ຄ້າ, ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້, ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຂໍ້​ລິ​ເລີ້ມ​ການ​ເຊື່ອມ​ໂຍງອາ​ຊຽນ, ລະບົບ​ສະຖິຕິ​ປະຊາ​ຄົມ​ອາ​ຊຽນ, ການ​ມີ​ສ່ວນ​ຮ່ວມ​ຂອງ​ພາກ​ລັດ ​ແລະ ​ເອກະ​ຊົນ, ການ​ຮ່ວມ​ມື​ເສດຖະກິດ​ພາຍ​ນອກ, ທີ່​ປະຊຸມ​ໄດ້​ຜ່ານ​ວິ​ໄສ​ທັດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນປີ 2015.

ສຳ​ລັບ​ການ​ເຈລະຈາ​ສ້າງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ ບວກ 1 (ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ, ອິນ​ເດຍ ​ແລະ ອົດ​ສະຕຣາລີ-​ນີວຊີ​ແລນ) ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ສົມຄວນ.

​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ລັດຖະມົນຕີ​ອາ​ຊຽນຂອງ​ລາວ​ຍັງ​ໄດ້​ຮ່ວມ​ລົງ​ນາມ ອະນຸ​ສັນຍາ​ວ່າ​ດ້ວຍ​ກາ​ນດັດ​ແກ້​ສັນຍາ​ວ່າ​ດ້ວຍ​ການ​ຄ້າ​ດ້ານ​ສິນຄ້າ ສະບັບ​ທີ 3 ພາຍ​ໃຕ້​ການ​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ອາ​ຊຽນ – ​ເກົາ​ຫຼີ ​ເພື່ອ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ອາ​ຊຽນ​ເກົາຫຼີ.

 

[ພາບ, ຂ່າວ: ໜັງສືພິມ​ເສດຖະກິດ-​ການ​ຄ້າ]