ທ່ານລັດຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວຊຸກຍູ້ວຽກງານການຄ້າຢູ່ແຂວງອຸດົມໄຊ
By sonsathit rasavong On 13 Oct, 2015 At 07:48 AM | Categorized As ຂ່າວພາຍໃນ | With 0 Comments

 

ໃນຕອນເຊົ້າວັນຈັນ, ວັນທີ 12 ຕຸລາ 2015, ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະຕາງໜ້າຈາກ ຫ້ອງການກະຊວງ, ກົມຈັດຕັ້ງ ແລະ ພະນັກງານ, ກົມແຜນການ ແລະ ການຮ່ວມມື, ກົມການຄ້າພາຍໃນ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ແລະ ກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ພົບປະກັບຄະນະນໍາ ແລະ ພະນັກງານຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອຸດົມໄຊ ນໍາໂດຍ ທ່ານ ບຸນທັນ ວັນນະໃຈ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອຸດົມໄຊ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ.

ຈຸດປະສົງແມ່ນເພື່ອພົບປະແລກປ່ຽນບົດຮຽນຮ່ວມກັນ ໃນວຽກງານອຸດສາຫະກໍາ ແລະ ການຄ້າ ໃນໄລຍະຜ່ານ ລະຫວ່າງອົງການຄຸ້ມຄອງມະຫາພາກຂັ້ນກະຊວງ ແລະ ອົງການຄຸ້ມຄອງ – ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຂັ້ນພະແນກ ກໍ່ຄືບັນດາຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນ 5 ປີ 2016-2020 ຂອງຂະແໜງອຸດສາຫະກໍາ ແລະ ການຄ້າໄດ້ຮັບໝາກຜົນສູງກວ່າເກົ່າ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີວ່າການ ພ້ອມດ້ວຍຄະນະ ຍັງໄດ້ລົງຢ້ຽມຢາມໂຄງການປູກໝາກອາງຸ່ນ ພາຍໃຕ້ໂຄງການຮ່ວມມືດ້ານການຜະລິດກະສິກໍາເພື່ອທົດແທນການປູກຝິ່ນ ຂອງລາວ ກັບສາກົນ.

ແຂວງອຸດົມໄຊ ແມ່ນແຂວງທໍາອິດຂອງການລົງເຮັດວຽກຢູ່ທ້ອງຖິ່ນຢູ່ເຂດພາກເໜືອຂອງຄະນະທ່ານລັດຖະມົນຕີວ່າການໃນຄັ້ງນີ້ ຊຶ່ງຍັງຈະເດີນທາງໄປເຮັດວຽກຕໍ່ຢູ່ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຫຼວງພະບາງ ຈົນເຖິງ ວັນທີ 16 ຕຸລາ 2015.

 

odd02

[ພາບ ​ແລະ ຂ່າວ: ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ]